ອົງການສາກົນມີ ຈ ມ ເຖີງຜູ້ນໍາລາວ

ອົງການນິຣະໂທດກັມ ສາກົນ ໃນທົ່ວໂລກ ຈະສົ່ງຈົດໝາຍ ໃຫ້ຣັຖບານລາວ ກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ເພື່ອໃຫ້ ທາງການລາວ ເລັ່ງສືບສວນ ໃນເຣື້ອງ ດັ່ງກ່າວ.

0:00 / 0:00

ປັຈຈຸບັນ ສະມາຊິກ ຂອງອົງການ ນິຣະໂທດກັມ ສາກົນ ທີ່ມີ ສະມາຊິິກ 3 ລ້ານຄົນ ໃນ 150 ປະເທດ ເຣີ້ມດຳເນີນການ ສົ່ງຈົດໝາຍ ໄປຍັງ ຣັຖບານລາວ ເພື່ອໃຫ້ ທາງຣັຖບານລາວ ເລັ່ງການສືບສວນ ເຣື້ອງ ທ່ານ ສົມບັດ ສົມພອນ, ນັກພັທນາ ຊຸມຊົນ ທີ່ຖືກ ລັກພາໂຕ, ອີງຕາມ ຄຳເວົ້າ ຂອງ ຍານາງ ນະວະພອນ ສຸພະວິດກຸນ, ເຈົ້າໜ້າທີ່ ຝ່າຍກິຈກໍາ ອົງການ ນິຣະໂທດກັມ ສາກົນ ຫລື Amnestry International. ຍານາງ ກ່າວວ່າ:

“ເຮົາໄດ້ສົ່ງຂ່າວ ໄປໃຫ້ ສະມາຊິກ ຂອງເຮົາ ທີ່ມີ 3 ລ້ານຄົນ ໃນທົ່ວໂລກ ໃຫ້ຮັບຮູ້ ພ້ອມກັນ ແລ້ວກໍໄດ້ ດຳເນີນການ ໃນເຣື້ອງນີ້ ພ້ອມກັນ. ມີຂໍ້ຮຽກຮ້ອງ ໃຫ້ທາງການລາວ ດຳເນີນ ການສອບສວນ ການລັກພາໂຕ ແລະ ການຫາຍສາບສູນໄປ ຂອງທ່ານ ສົມບັດ ແບບທັນທີ ແລະ ໂປ່ງໃສ. ທັ້ງນີ້ ໃຫ້ຣັບຖານລາວ ເປີດເຜີຍ ຂໍ້ມູນ ທັງໝົດ, ຊຶ່ງຈະເປັນປໂຍດ ກັບບຸກຄົນອື່ນໆ ທີ່ກ່ຽວຂ້ອງ ແລ້ວກໍຄອບຄົວ ທ່ານ ສົມບັດ ສົມພອນ.”

ຍານາງ ກ່າວຕື່ມວ່າ ຂໍ້ຮຽກຮ້ອງ ກ່ຽວກັບ ການສົ່ງຈົດໝາຍ ເທື່ອນີ້, ທາງອົງການ ນິຣະໂທດກັມ ສາກົນ ຕ້ອງການ ໃຫ້ສອດຄ່ອງ ກັບພັນທະ ກໍຣະນີ ຂອງປະເທດລາວ ທີ່ມີຕໍ່ກົດໝາຍ ສິທທິມະນຸສ ຣະຫວ່າງ ປະເທດ (International Convenant on Civil and Political Rights), ໂດຍຢືນຢັນ ແບບເປັນທາງການ ວ່າ ຈະຮ່ວມກັນ ສົ່ງຈົດໝາຍ ໄປຫາ ທ່ານທອງສິງ ທັມມະວົງ, ນາຍົກ ຣັຖມົນຕຣີລາວ, ທ່ານ ທອງບັນ ແສງອາພອນ, ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ ແລະ ທ່ານ ທອງລຸນ ສີສຸລິດ, ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສປປລາວ.

ຍານາງ ນະວະພອນ ກ່າວຕື່ມວ່າ ເຖິງແມ່ນວ່າ ໃນເວລານີ້ ທາງອົງການ ຍັງບໍ່ມີຂໍ້ມູນ ຣາຍງານ ວ່າ ມີຈຳນວນ ສະມາຊິກ ຫລາຍປານໃດ ທີ່ໄດ້ດຳເນີນການ ສົ່ງຈົດໝາຍ ໄປແລ້ວ, ແຕ່ຢ່າງໃດ ກໍຕາມ, ສະມາຊິກ 3 ລ້ານຄົນ ຈະດຳເນີນການ ໃຫ້ແລ້ວ ກ່ອນວັນທີ 1 ເດືອນມີນາ ປີ 2013 ນີ້ ຢ່າງແນ່ນອນ.