ຈັບ ທິດສີ ເພື່ອຂົ່ມຂວັນ ປະຊາຊົນ

ອຸ່ນແກ້ວ ສຸກສະຫວັນ
2020.09.02
F-Thitsi3 ທ່ານ ສັງຂານ ພະຈັນທະວົງ ນັກປັນຍາຊົນລາວ ຖືກຕຳຣວດຈັບຂັງ ຢູ່ ຄຸກບັງເຢາະ ໃນຂນະທີ່ ເຈົ້າໜ້າທີ່ ອົງການພາກ ປະຊາສັງຄົມ ເຫັນວ່າການຈັບກຸມ ຄັງນີ້ເຮັດໃຫ້ ປະຊາຊົນ ບໍ່ເຊື່ອໝັ້ນ ໃນເຈົ້າໜ້າທີ່ຣັຖ.
ນັກຂ່າວພົລເມືອງ

ທ່ານ ສັງຂານ ພະຈັນທະວົງ ຫລື ທີ່ທຸກຄົນຮູ້ຈັກກັນດີຢູ່ໃນ ເຟສບຸກ ໃນນາມ ທິດສີ ຊຶ່ງເປັນນັກປັນຍາຊົນລາວ ຄົນນຶ່ງ ທີ່ອອກມາວິພາກ ວິຈານ ບັນຫາຂອງສັງຄົມ ໄດ້ຖືກເຈົ້າໜ້າທີ່ ຕຳຣວດ ແຂວງຈຳປາສັກຈັບຕົວໃນວັນທີ 26 ສິງຫາ ທີ່ຜ່ານມາ. ທິດສີ ຖືກເຈົ້າໜ້າທີ່ຕຳຣວດ ຈັບ ຢູ່ເຮືອນຂອງລາວ ຢູ່ ບ້ານຫຼັກ14 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

ປັດຈຸບັນ ທ່ານ ສັງຂານ ຖືກກັກຂັງ ຢູ່ຄຸກບັງເຢາະ ທີ່ຕັ້ງຢູ່ ບ້ານໂນນສະຫວ່າງ ຮ່ອມ 6 ນະຄອນປາກເຊ ແຂວງຈຳປາສັກ ແລະກຳລັງ ຖືກເຈົ້າໜ້າທີ່ຕຳຣວດ ສືບສວນ-ສອບສວນ ຢູ່.

ທ່ານ ພັນໂທ ບຸນສົງ ຫົວໜ້າຜແນກສືບສວນ-ສອບສວນ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ:

"ໂອໂຕນີ້ເຂົາເຈົ້າກຳລັງດຳເນີນຢູ່ ສືບສວນ-ສອບສວນ ເຂົາເຈົ້າກຳລັງດໍາເນີນ ເພິ່ນຍັງປະຊຸມກັນ ແລກປ່ຽນກັບອັນນັ້ນຢູ່ ວິຊາສະເພາະ ເພິ່ນຢູ່ ມັນແຈ້ງແລ້ວ ເພິ່ນຈັ່ງຊິຣາຍງານຕື່ມ."

ເຈົ້າໜ້າທີ່ຕໍາຣວດປະຈຳຫ້ອງການ ປກສ ແຂວງຈຳປາສັກ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າຍາດພີ່ນ້ອງໄດ້ຕິດ ຕໍ່ມາ ສົ່ງເຂົ້າສົ່ງນ້ຳໃຫ້ແກ່ ທ່ານ ສັງຂານ:

"ມີແຕ່ຮູ້ວ່າເຂົາກັກ ເຫັນແຕ່ພວກພີ່ນ້ອງເຂົາໂທມາຖາມ ຕິດຕໍ່ມາ ພີ່ນ້ອງເຂົາໂທມາຖາມວ່າ ຢາກໄປສົ່ງເຂົ້າສົ່ງນ້ຳ ເຮົາກະຖາມຄືນ [ເຈົ້າໜ້າທີ່ຄຸກ] ໄດ້ກັກບໍ່ ເຂົາກະບອກວ່າໄດ້ກັກ ຂັງຢູ່ບັງເຢາະ ສົ່ງເຂົ້າສົ່ງຫຍັງເຂົາກະວ່າ ມາສົ່ງຢູ່ພີ້ໂລດບໍ່ຍາກ."

ນອກຈາກນີ້ ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ຕຳຣວດ ນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ກັນຍາ ວ່າ: ເຈົ້າໜ້າທີ່ຕຳຣວດ ກຳລັງສືບສວນ-ສອບສວນ ທ່ານ ສັງຂານ ວ່າມີການພົວພັນກັບກຸ່ມ ບຸກຄົນທີ່ຢູ່ນອກປະເທດ ທີ່ເຄື່ອນໄຫວ ຕໍ່ຕ້ານຣັຖບານ ຫຼືບໍ່.

ເຈົ້າໜ້າທີ່ຕຳຣວດແຂວງຈຳປາສັກ ຍັງບໍ່ທັນອອກມາຊີ້ແຈງ ກ່ຽວກັບການຈັບກຸມ ທ່ານ ສັງຂານ ໃນຄັ້ງນີ້ວ່າມີຄວາມຜິດຫຍັງ. ແຕ່ໃນວັນ ທີ 19 ສິງຫາ ທີ່ຜ່ານມາ, ອົງການຕຸລາການ ແລະ ສານປະຊາຊົນ ແຂວງຈຳປາສັກ ໄດ້ຂຽນໃບສະເໜີຫາຫົວໜ້າ ໂຄສະນາອົບຮົມ ແຂວງ ຈຳປາສັກ ໂດຍ ໄດ້ອ້າງວ່າ ທ່ານ ສັງຂານ ເວົ້າໃສ່ຮ້າຍປ້າຍສີ ໃສ່ອົງການຕຸລາການ ສານ ແລະ ເຈົ້າໜ້າທີ່ຕຳຣວດ ອີງຕາມ ເຟສບຸກ ທີ່ມີຊື່ວ່າ “ທີມງານກົດໝາຍ ເພື່ອປະຊາຊົນ."

ເນື້ອໃນຂອງໃບສະເໜີ ໄດ້ຂຽນວ່າ: “ໃນຄັ້ງວັນທີ 17 ສິງຫາ 2020 ໄດ້ມີບຸກຄົນ ຊື່ Sangkhane Phachanthavong ໄດ້ອ້າງວ່າແກ້ ຄວາມຝັນ ເຊິ່ງມີເນື້ອໃນເວົ້າສຽດສີໃສ່ ອົງການ ດຳເນີນຄະດີ ຂອງ ລະບົບຕຸລາການ ສປປ ລາວ ດ້ວຍການລົງເນື້ອຄວາມ ໃສ່ຮ້າຍປ້າຍສີ ຕໍ່ອົງການດຳເນີນຄະດີ ເຊິ່ງເຫັນວ່າ ຜູ້ກ່ຽວມີ ເຈດຕະນາເພື່ອໃຫ້ສັງຄົມເຂົ້າໃຈຜິດ ແລະ ເຫັນດີນຳເນື້ອໃນ ຂອງຜູ້ກ່ຽວໄດ້ ໂພສລົງເຟສບຸກ ເຊິ່ງການກະທຳດັ່ງກ່າວ ຈະສ້າງຄວາມເຊື່ອມເສັຽ ໃຫ້ແກ່ອົງການອຳນາດຣັດ ໂດຍສະເພາະ ແມ່ນຕໍ່ອົງການຕຸລາການ ກໍຄືອົງການ ດຳເນີນ ຄະດີ ເປັນຕົ້ນ ເຈົ້າໜ້າທີ່ຕຳຣວດ, ອົງການໄອຍະການປະຊາຊົນ, ສານປະຊາຊົນແຕ່ລະຂັ້ນ ກ້າວໄປເຖິງການເຮັດໃຫ້ປະຊາຊົນຂາດຄວາມ ສັດທາ, ຂາດຄວາມເຊື່ອໝັ້ນ ຕໍ່ການດຳເນີນຄະດີ ຂອງ ລະບົບຕຸລາການ ຂອງສປປລາວ.”

ນີ້ແມ່ນເນື້ອໃນຂໍ້ສະເໜີຂອງອົງການຕຸລາການ ແລະ ສານປະຊາຊົນ ແຂວງຈຳປາສັກ. ແຕ່ ການເຈັບ ທ່ານ ສັງຂານ ໃນຄັ້ງນີ້ ເຮັດໃຫ້ ປະຊາຊົນບໍ່ມີຄວາມເຊື່ອໝັ້ນ ຕໍ່ລະບົບຍຸຕິທັມ ຂອງລາວ ແລະ ເປັນການດຳເນີນຄະດີ ທີ່ບໍ່ເໝາະສົມ.

ເຈົ້າໜ້າທີ່ອົງການພາກປະຊາຊົນສັງຄົມ ຂອງລາວ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ມັນກໍມີຄວາມຈິງຫຼາຍໆ ຄົນກໍຮູ້ວ່າ ການດຳເນີນງານ ຂອງເຈົ້າໜ້າທີ່ ມັນບໍ່ສອດຄ່ອງ ມັນບໍ່ແທດເໝາະ ມັນບໍ່ຖືກຕ້ອງ ມັນບໍ່ ມັນບໍ່ ເປັນທັມ ຫຼາຍໆກໍຣະນີ ກະຄືຫຼາຍຄົນຮູ້ຫັ້ນຫຼະ ຢູ່ບ້ານເຮົາຫັ້ນ ເລື່ອງການໂກງ ເລື່ອງການຄໍຣັບຊັ້ນ ການໃຊ້ອຳນາດ ແມ່ນຍັງມີສູງຫຼາຍ ສະນັ້ນແຫຼະຄິດວ່າ ມັນບໍ່ສິ້ນສຸດດອກ ເຖິງຈະຈັບທິດສີ ນຶ່ງໄປ ກໍຍັງມີສິດສີ ສອງ, ທິດສີ ສາມ, ທິດສີ10, ທິດສີ 20 ຂຶ້ນ ໄປເນາະ."

ການຈັບກຸມ ທ່ານ ສັງຂານ ເປັນການແກ້ໄຂບັນຫາ ຢູ່ທີ່ປາຍເຫດ. ເຈົ້າໜ້າທີ່ອົງການພາກປະຊາສັງຄົມ ກ່າວຕື່ມອີກວ່າ:

"ເພາະວ່າ ບັນຫານີ້ ມັນມັນ ມັນເໝືອນກັບການແກ້ບັນຫາ ປາຍເຫດ ການທີ່ວ່າຜູ້ໃດເວົ້າໄປຈັບຜູ້ນັ້ນຫັ້ນ ໝາຍຄວາມວ່າຈັບຜູ້ນັ້ນ ແຕ່ ບໍ່ໄດ້ໝາຍ ຄວາມວ່າ ຜູ້ນັ້ນມັນຈະໝົດໄປ ກະຄື ເວົ້າໄປຫັ້ນລະ ຈັບທິດສີ ນຶ່ງ ມັນກະຍັງຈະມີທິດ ສີ ຫ້າ ທິດສີ ຫົກ."

ຂະບວນການຍຸຕິທັມ ຢູ່ປະເທດລາວ ບໍ່ມີຄວາມຍຸຕິທັມ ແລະ ປະຊາຊົນບໍ່ມີຄວາມເຊື່ອໝັ້ນ ຕໍ່ຂະບວນການດັ່ງກ່າວ. ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:

"ໂດຍທົ່ວໄປປະຊາຊົນລາວ ເຂົາຮັບຮູ້ວ່າ ເຈົ້າໜ້າທີ່ຣັຖນິ້ີ້ ນຶ່ງໂດຍສະເພາະ ເຈົ້າໜ້າທີ່ຕຳຣວດ ຫຼືວ່າ ສານອັຍການ ອີ່ຫຍັງກໍແລ້ວແຕ່ ຊຶ່ງມັນ ພົວພັນກັນຫຼາຍໃນການ ດຳເນີນຄະດີ ມາຕັ້ງແຕ່ເຈົ້າໜ້າທີ່ຕຳຣວດ ສອງມາ ສານອັຍການມັນພົວພັນກັນ ຖາມວ່າ ເວົ້າໂດຍ ລວມແລ້ວ ອົງການຍຸຕິທັມ ຢູ່ ສປປ ລາວ ມັນມີຄວາມຍຸຕິທັມບໍ່, ຍັງຍັງບໍ່ມີ ຖ້າວ່າ ໃຫ້ປະຊາຊົນ ເປັນຄົນປະເມີນ ຫລື ວ່າຕັດສິນນີ້ ຍັງບໍ່ມີ."

ສ່ວນວ່າປະຊາຊົນທົ່ວໄປ ກໍເຫັນວ່າ ທ່ານ ສັງຂານ ເວົ້າອອກມາເພື່ອເປັນບົດຮຽນ ແລະເຈົ້າໜ້າທີ່ຄວນຮັບຟັງ, ແຕ່ບໍ່ຄວນຊິໄປຈັບຕົວ ລາວ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ອັນເວົ້າຕາມຄວາມຈິງແລ້ວ ແມ່ນເຂົາໃຫ້ບົດຮຽນ ຂັ້ນເວົ້າຕາມຄຳເຫັນເຮົາໄດ໋ ກະບໍ່ຄວນຈັບດອກ ອັນນີ້ ມັນກະບໍ່ຮຸນແຮງ ແມ່ນຫຍັງ ອັນນີ້ ພຽງແຕ່ເວົ້າຊື່ໆ ກະເປັນບົດຮຽນ ກະຄວນ ຮັບຟັງລະກະມາ ພິຈາຣະນາ ຄັນຖືກແທ້ມັນກະເປັນແນວ ນັ້ນແຫຼະ ອັນນັ້ນຄືວ່າແຫຼະ ເພິ່ນຖືກຽດແຕະ ຕ້ອງກຽດສັກສີ ເພິ່ນບໍ່ໄດ້."

ຊາວນະຄອນຫລວງວຽງຈັນ ທ່ານນີ້ ກ່າວຕື່ມອີກວ່າ ປະຊາຊົນຂາດຄວາມເຊື່ອໝັ້ນ ຕໍ່ເຈົ້າໜ້າທີ່ຣັຖ:

"ເຂົາບໍ່ຢາກເຊື່ອໝັ້ນເຈົ້າໜ້າທີ່ ແລະເຂົາຊິຢາກຣາຍງານໃຫ້ເຮົາຮູ້ຈັກບໍ່ ອັນນັ້ນໄດ໋ມັນອັນຕະລາຍ ໂອກະບໍ່ປານໃດລະເບາະໄປເຮັດ ແນວນັ້ນໄປປາບປາມ ເຂົາແບບນັ້ນເຂົາກະຮູ້ເວີຍ ຄວາມເປັນທັມ ບໍ່ເປັນທັມ ເຂົາຮູ້ເວີຍ ປະຊາຊົນບໍ່ແມ່ນທຳມະດາ."

ທ່ານ ສັງຂານ ໄດ້ວິພາກວວິຈານ ຫຼາຍບັນຫາທີ່ສະທ້ອນເຖີງ ບໍຣິຫານຂອງພາກຣັຖ ທີ່ມີລັກສນະເກື້ອກູນ ໃນການຮັບພະນັກງານເຂົ້າ ເຮັດວຽກ. ໃນວັນທີ 29 ສິງຫາ 2019 ທີ່ຜ່ານມາ ທ່ານ ສັງຂານ ໄດ້ເວົ້າກ່ຽວກັບການ ເອົາຄົນເຂົ້າເຮັດວຽກ ມີລັກສນະ ແບບຄົນເຈົ້າ ຄົນຂ້ອຍ, ການຮັບພະນັກງານຣັຖກອນ ຫຼາຍເກີນຄວາມຈຳເປັນ. ມີຕອນນຶ່ງ ທ່ານກ່າວວ່າ:

"ເອົາລູກເອົາຫຼານເຂົ້າວຽກເຂົ້າການ ເອົາລູກເອົາຫຼານເຂົ້າວຽກ ເຂົ້າການມີບຸນ ມີຄຸນຕໍ່ກັນ ເຄີຍຊ່ວຍເຫຼືອກັນ ພໍມາເປັນເຈົ້າ ເປັນນາຍແລ້ວ ມີຄົນ ຝາກລູກຝາກຫຼານ ກະຫາວິທີຍັດ ຫາວິທີຊັບ ຫາວິທີຊ້ອນ ຫາວິທີເອົາເຂົ້າ ໄປເຮັດວຽກ ມັນເຮັດໃຫ້ພະນັກງານ ຢູ່ແຕ່ລະຫ້ອງການ ມັນແອອັດ ມັນຫຼາຍວຽກບໍ່ ແຕ່ພະນັກງານຫຼາຍ ຄົນເຫຼືອວຽກ."

ນອກຈາກນີ້ ທ່ານ ສັງຂານ ຍັງໄດ້ວິພາກວິຈານ ບັນຫາຕ່າງໆ ໂດຍສະເພາະ ການສໍ້ຣາດບັງຫລວງ, ບັນຫາເສຖກິດ, ການໃຊ້ອຳນາດ ຂອງ ເຈົ້າໜ້າທີ່ຕຳຣວດ. ເຈົ້າໜ້າທີ່ ອົງການພາກ ປະຊາສັງຄົມ ໄດ້ກ່າວຕື່ມອີກວ່າ:

"ເພິ່ນເວົ່າຫຼາຍເລື່ອງ ນຶ່ງມາລະເປັນປໂຍດ ສອງມາ ລະແມ່ນ ຄັນຖ້າວ່າ ຮັບຟັງເພິ່ນຫັ້ນນ່າ ມັນກະເປັນປໂຍດຫຼາຍ ໃນການທີ່ຈະເອົາ ໄປປັບປຸງ ໄປແກ້ໄຂເພື່ອທີ່ຈະພັທນາ ໃຫ້ມັນດີຄື ເວົ້າຜ່ານໄປແລ້ວຫັ້ນລະວ່າ ການເບີ່ງມຸມມອງ ກັບກັນ ຂອງເຈົ້າໜ້າທີ່ ຈະຄິດຕ່າງ ປະຊາຊົນທີ່ຫວັງດີ."

ຢູ່ແຂວງຈຳປາສັກ ໃນວັນທີ 12 ກັນຍາ 2019 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກຈັບຕົວ ນາງ ໝວຍ ໃນຂໍ້ຫາໂຄສະນາ ຕໍ່ຕ້ານ ສປປ ລາວ ຜ່ານ ສື່ສັງຄົມອອນລາຍ ຫລື ເຟສບຸກ. ຫລັງຈາກນັ້ນ ສານປະຊາຊົນ ແຂວງຈໍາປາສັກ ໄດ້ຕັດສິນລົງໂທດຈຳຄຸກ ນາງ ໝວຍ ເປັນເວລາ 5 ປີ ແລະ ປັບໄໝເປັນເງິນ 20 ລ້ານ ກີບ.

ເຖິງວ່າມາດຕາ 44 ຂອງຣັຖທັມມະນູນ ແຫ່ງ ສປປລາວ ໄດ້ລະບຸວ່າ: ພົລເມືອງລາວ ມີສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ, ໂຮງຊຸມນຸມ ຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດ ກັບກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.