ເຄືອຂ່າຍອົງການສາກົນ ທວງຖາມ ຜູ້ກ່ຽວຂ້ອງ ເຂື່ອນ ເຊປຽນ
2019.07.24

ໃນວັນທີ 23 ກໍຣະກະດາ ນີ້, ເຄືອຂ່າຍພາກປະຊາສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານຫຼາຍອົງການໃນຕ່າງປະເທສ, ໂດຍສະເພາະແມ່ນເກົາຫຼີໃຕ້ ແລະ ໄທ ໄດ້ອອກຖແລງການ ຄົບຮອບ 1 ປີ ພາຍຫຼັງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສນາມໄຊ ແຂວງອັຕປື.
ມີທັງການຍື່ນໜັງສືໃຫ້ແກ່ພາກສ່ວນກ່ຽວຂ້ອງ ເພື່ອຮຽກຮ້ອງໃຫ້ເອົາຄວາມຮັບຜິດຊອບໃຫ້ຫຼາຍກວ່ານີ້ ໃນການຊ່ອຍເຫຼືອປະຊາຊົນ ທີ່ໄດ້ຮັບ ຜົລກະທົບຈາກເຫຕການດັ່ງກ່າວຢ່າງເປັນທັມ ແລະ ໄວກວ່ານີ້. ມີທັງການເສວະນາ, ຖອດຖອນບົດຮຽນ ແລະ ເປີດເຜີຍຂໍ້ມູນໃໝ່ໆກ່ຽວກັບ ຜູ້ຢູ່ເບື້ອງຫຼັງຂອງໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ແຕກພັງນີ້.
ຜູ້ຕາງໜ້າກຸ່ມອົງການຈັດຕັ້ງພາກປະຊາສັງຄົມເກົາຫຼີໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 23 ກໍຣະກະດາ ວ່າ ກຸ່ມພວກຕົນ ກໍໄດ້ມີການຈັດກິຈກັມຢູ່ຕໍ່ໜ້າສຳນັກງານໃຫຍ່ບໍຣິສັດ SK E&C ເພື່ອສແດງຄວາມເສົ້າສລົດໃຈ ຕໍ່ເຫຕການຄົບຮອບ 1 ປີ ເຂື່ອນເຊປຽນ- ເຊນ້ຳນ້ອຍແຕກ ທີ່ມີຜູ້ເສັຽຊີວິຕ 40 ປາຍຄົນ ແລະ ຫາຍສາບສູນອີກ 30 ປາຍຄົນ.
“ມື້ນີ້ ແມ່ນຄົບຮອບ 1 ປີ ຂອງເຫຕການເຂື່ອນແຕກໃນລາວ. ພວກເຮົາພຍາຍາມສແດງຄວາມເສົ້າສລົດໃຈຢ່າງສຸດຊຶ້ງ ຕໍ່ເຫຕການດັ່ງກ່າວ. ມື້ນີ້ ຍັງຖືເປັນມື້ທີ່ເໝາະສົມ ເພື່ອສແດງໃຫ້ສັງຄົມເກົາຫຼີ ຮັບຮູ້ເຖິງບັນຫານີ້."
ທ່ານກ່າວຕື່ມວ່າ ນອກຈາກຈະມີກິຈກັມ ສແດງຄວາມເສົ້າສລົດໃຈແລ້ວ, ກຸ່ມພວກທ່ານກໍໄດ້ຍື່ນໜັງສືຢ່າງເປັນທາງການໃຫ້ພາກສ່ວນ ກ່ຽວຂ້ອງ, ໂດຍສະເພາະແມ່ນບໍຣິສັດ SK E&C ແລະ ຣັຖບານເກົາຫຼີ ເພື່ອຮຽກຮ້ອງໃຫ້ເອົາຄວາມຮັບຜິດຊອບທັນທີ ແລະ ຕ້ອງຮັບ ຜິດຊອບທັງໝົດ ຕໍ່ການຊົດເຊີຍຊາວບ້ານທີ່ໄດ້ຮັບຜົລກະທົບ.
ສ່ວນໃນປະເທສໄທ, ທີ່ຫ້ອງການສໂມສອນນັກຂ່າວຕ່າງປະເທສ ທີີ່ນະຄອນຫຼວງບາງກອກ ຫຼາຍອົງການພາກປະຊາສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ກໍໄດ້ອອກຖແລງການ ແລະ ຈັດເສວະນາ ຄົບຮອບ 1 ປີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ຍານາງ ເປຣມຣຶດີ ດາວເຣືອງ, ຜູ້ປະສານງານເຄືອຂ່າຍພາກປະຊົນຈັບຕາການລົງທຶນໃນເຂື່ອນລາວ ຫຼື Lao Dam Investment Monitor ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຜ່ານການ ເຮັດວຽກ 1 ປີຜ່ານມາ ກໍໄດ້ຮຽນຮູ້ເຖິງຄວາມຫຍຸ້ງຍາກຫຼາຍຢ່າງ.
“ເວລາ 1 ປີ ກໍຜ່ານໄປຢ່າງໄວວາ. ພວກເຮົາກໍເຮັດວຽກມາຕັ້ງແຕ່ຕົ້ນ ຫຼັງຈາກເຂື່ອນແຕກ ກໍໄດ້ຮຽນຮູ້ຫຼາຍເຣື້ອງກ່ຽວກັບຂະບວນການ ທັງຫຼາຍ. ຄວາມຍາກລຳບາກໃນການຮຽກຮ້ອງ ແລະ ສິ່ງທີ່ຍັງບໍ່ໄດ້ ເກີດຂຶ້ນ, ໂດຍສະເພາະຄວາມຮັບຜິດຊອບ ຂອງບໍຣິສັດ. ຄືຕາມທີ່ພວກເຮົາຕິດຕາມ ຈາກກຸ່ມຕ່າງໆ ທີ່ມີໂອກາດໄປຢ້ຽມຢາມຊາວບ້ານ ລວມທັງກຸ່ມໝູ່ເພື່ອນຂອງພວກເຮົາທີ່ເຮັດວຽກຢູ່ນຳກັນ ກໍພົບວ່າ ຊາວບ້ານກໍສແດງຄວາມບໍ່ພໍໃຈກັບສິ່ງທີ່ໄດ້ຮັບໃນຂນະນີ້."
ທ່ານ Craig Bradshaw ຜູ້ຈັດການອົງການ Inclusive Development International ປະຈຳພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ກໍໄດ້ກ່າວຣະຫວ່າງ ກອງປະຊຸມຖແລງຂ່າວວ່າ ມີການຄົ້ນພົບຂໍ້ມູນໃໝ່ ກ່ຽວກັບການລົງທຶນ ໃນເຂື່ອນເຊປຽນຽ-ເຊນ້ຳນ້ອຍ.
"ບົດວິໃຈຂອງພວກເຮົາໄດ້ຄົ້ນພົບວ່າ ມີແຫຼ່ງເງິນກູ້ຕ່າງໆ ທີ່ກ່ຽວຂ້ອງຢູ່ເບື້ອງຫຼັງໂຄງການເຂື່ອນນີ້ ແລະ ຢູ່ພາຍໃຕ້ນິຕິບຸກຄົນ ທີ່ເປັນເຈົ້າຂອງຊັພສິນໃນໂຄງການນີ້. 70% ຂອງທຶນໃນໂຄງການນີ້ ມາຈາກການປະສົມປະສານ ໃນຮູບແບບເງິນກູ້ຈາກ 4 ທນາຄານຂອງໄທ ທີ່ມີມູລຄ່າ 714 ລ້ານໂດລາຣ ສະຫະຣັຖອາເມຣິກາ."
ຍານາງ Maureen Harris ຜູ້ຈັດການເຄືືອຄ່າຍ ອົງການແມ່ນ້ຳສາກົນ ປະຈຳຂົງເຂດ ກໍໄດ້ກ່າວໃນຣະຫວ່າງກອງປະຊຸມຖແລງຂ່າວ ເຊັ່ນດຽວກັນວ່າ ມັນເປັນເຣື້ອງທີ່ໜ້າຕົກໃຈ ທີ່ການກໍ່ສ້າງເຂື່ອນຍັງສືບຕໍ່ ທັງທີ່ຍັງບໍ່ທັນຮູ້ເຖິງສາເຫຕທີ່ແທ້ຈິງຂອງເຂື່ອນແຕກຊ້ຳ.
"ພາຍຫຼັງທີ່ເຂື່ອນແຕກ, ການກໍ່ສ້າງກໍຖືກສັ່ງໂຈະຊົ່ວຄາວທັນທີ, ແຕ່ວ່າໂຄງການພັດມີກຳນົດກໍ່ສ້າງ ໃຫ້ແລ້ວເມື່ອທ້າຍປີກາຍ. ເຖິງວ່າຍັງບໍ່ທັນມີການເປີດເຜີຍ ເຖິງສາເຫຕທີ່ແທ້ຈິງຂອງເຂື່ອນແຕກ ຫຼືຂໍ້ມູນ ທີ່ໜ້າເຊື່ອຖືໄດ້ ກ່ຽວກັບສາເຫຕຂອງເຂື່ອນແຕກກໍຕາມ, ການກໍ່ສ້າງພັດຍັງສືບຕໍ່ ແລະ ຄາດວ່າຈະສຳເຣັຈໃນທ້າຍປີ 2019 ນີ້."
ທີ່ທ່ານໄດ້ຮັບຟັງໄປນັ້ນ, ແມ່ນຄວາມຄຶດເຫັນ ແລະ ຂໍ້ຮຽກຮ້ອງຈາກເຄືອຂ່າຍພາກປະຊາສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບຣັຖບານຫຼາຍອົງການ ໃນຕ່າງປະເທສ ໃນວາຣະຄົບຮອບ 1 ປີ ເຫຕການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສນາມໄຊ ແຂວງອັຕປື, ທີ່ຍາມໃດ ພວກເຂົາເຫຼົ່ານັ້ນ ກໍຍັງສືບຕໍ່ທວງຖາມຫາຄວາມເປັນທັມ ໃຫ້ແກ່ຊາວລາວທີ່ໄດ້ຮັບຜົລກະທົບນັ້ນ,
ຖ່າມກາງທີ່ຊາວບ້ານ ທີ່ໄດ້ຮັບຜົລກະທົບຫຼາຍພັນຄົນ ຍັງມີຊີວິຕການເປັນຢູ່ ທີ່ຫຍຸ້ງຍາກລຳບາກ ແລະ ຍັງບໍ່ໄດ້ຮັບການເບິ່ງແຍງທີ່ດີ ເທົ່າທີ່ພວກເຂົາຄວນຈະໄດ້ຮັບ.