ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຕັ້ງຢູ່ ປະເທສ ເຢັຍຣະມັນ ໄດ້ຈັດ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ທີ່ Atlanta ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ໃນ ວັນທີ 24 ພຶສພາ 2014 ເພື່ອຍື່ນ ຕໍ່ ກອງປະຊຸມ ໃຫຍ່ດ້ານ ສິດທິມະນຸດ ຂອງ ສະຫະປະຊາດ ໂດຍມີ ຜູ້ ເຂົ້າຮ່ວມ ຈາກ ຣັຖຕ່າງໆ ທົ່ວ ສະຫະຣັຖ ຊຶ່ງ ໃນນັ້ນ ກໍມີ ທ່ານ ວຽງສະຫວັນ ບຸນຍະປາລະມີ ຈາກເມືອງ ແອລຊິນ ຣັຖ ອີລລີນອຍ ທີ່ ເວົ້າວ່າ ຄົນລາວ ຢູ່ ຕ່າງ ປະເທສ ບໍ່ໄດ້ ຢູ່ເສີຍ ໃນເຣື້ອງ ສິດທິມະນຸດ, ບໍ່ຢາກ ໃຫ້ມີການ ກົດຂີ່ ແລະຢາກ ໃຫ້ມີ ການປະຕິບັດ ສິດທິມະນຸດ ຢ່າງ ແທ້ຈິງ ຢູ່ລາວ: ...ສຽງ...
ທ່ານ ວຽງສະຫວັນ ບຸນຍະປາລະມີ ຈາກເມືອງ ແອລຈິນ ຣັຖ ອີລລີນອຍ ສະຫະຣັຖ ອະເມຣິກາ ເປັນນັກ ເຄື່ອນໄຫວ ສິດທິມະນຸດ, ຕໍ່ສູ້ເພື່ອ ເຮັດໃຫ້ ປະເທສ ຊາດ ແລະ ປະຊາຊົນ ລາວ ຢູ່ໃນລາວ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ, ທ່ານ ເປັນຜູ້ນຶ່ງ ທີ່ ປະກອບສ່ວນ ຢ່າງຫ້າວຫັນ ໃນການ ເຮັດໃຫ້ ກອງປະຊຸມ ໄດ້ຮັບ ຜົລສໍາເຣັດ ເປັນ ຢ່າງດີ ໃນການ ຮິບໂຮມ ຂໍ້ມູນ ຫລັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ເພື່ອຍື່ນ ຕໍ່ ກອງປະຊຸມ ໃຫຍ່ດ້ານ ສິດທິມະນຸດ ຂອງ ສະຫະປະຊາຊາດ ຊຶ່ງ ຈະຈັດຂຶ້ນ ຢູ່ ນະຄອນ ເຈນີວາ ປະເທສ ສະວິຊເຊີແລັນ ໃນຕົ້ນປີ 2015 ທີ່ ຈະມາ ເຖິງນີ້.
