ສາກົນທັກທ້ວງຜູ້ນໍາລາວ ເຣື້ອງ ທ.ສົມບັດ


2013.12.16
F-Sombat ຊາວອະເມຣິກັນ ໃນນະຄອນ ນິວຢອກ ສະຫະຣັດ ຖືປ້າຍຖາມຫາ ທ່ານ ສົມບັດຢູ່ໃສ?
Sombath Somphone & Beyond Project

 

ເນື່ອງໃນວັນ ຄົບຮອບ 1 ປີ ຂອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ 62 ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ໃນ ພູມີພາກ ແລະ ທົ່ວໂລກ ໄດ້ອອກ ຖແລງການ ຮຽກຮ້ອງ ແລະ ທວງໃຫ້ ຣັຖບານລາວ ສືບສວນ ການຖືກ ບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ອີກໃຫມ່.

ເມື່ອວັນທີ່ 13 ທັນວາ 62 ອົງການບໍ່ຂຶ້ນກັບຣັຖບານ ໄດ້ອອກຖແລງການສະແດງ ຄວາມບໍ່ພໍໃຈທີ່ຣັຖບານລາວ ບໍ່ສາມາດໃຫ້ຄວາມກະຈ່າງ ແຈ້ງກ່ຽວກັບການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ໂດຍມີໃຈຄວາມດັ່ງນີ້:

ວັນທີ 15 ທັນວາ ປີ 2013 ເປັນວັນຄົບຮອບ 1 ປີ ຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ຄັ້ງສຸດທ້າຍທີ່ຍັງເຫັນທ່ານ ສົມບັດ ຢູ່ນະຄອນຫລວງວຽງຈັນ ແມ່ນຕອນແລງຂອງວັນທີ່ 15 ທັນວາ 2012. ຮູບພາບວີດີໂອໃນກ້ອງວົງຈອນປິດ ບອກວ່າ ເຈົ້າໜ້າທີ່ ຕໍາຣວດຢຸດລົດທ່ານ ສົມບັດ ຢູ່ສະຖານີຕໍາຣວດ. ພາຍໃນບໍ່ເທົ່າໃດນາທີ ຫລັງຈາກຖືກຢຸດລົດແລ້ວ ບຸກຄົນທີ່ບໍ່ຊາບຝ່າຍ ບັງຄັບທ່ານ ສົມບັດ ຂືຶ້ນລົດ ອີກຄັນນຶ່ງແລ້ວຂັບໜີໄປ.

ຈາກການວິເຄາະຮູບພາບວີດີໂອ ກ້ອງວົງຈອນປິດ ສະແດງອອກມາວ່າ ທ່ານ ສົມບັດ ຖືກເອົາໂຕໄປຕໍ່ໜ້າຕໍ່ຕາເຈົ້າໜ້າທີ່ຕໍາຣວດ. ຫລັກ ຖານຄວາມຈິງທີ່ເຫັນຢູ່ນີ້ ບອກເຖິງການສົມຮູ້ຮ່ວມຄິດຂອງຣັຖບານ ເຖິງແມ່ນວ່າ ຄໍາໝັ້ນສັນຍາ ຂອງຣັຖບານລາວວ່າ ຈະສືບສວນການ ຫາຍສາບສູນ ຂອງທ່ານ ສົມບັດ ໃຫ້ລະອຽດຖີ່ຖ້ວນແລະຈິງຈັງກໍດີ ການສືບສວນຂອງທາງການນັ້ນບໍ່ພຽງພໍ ແລະບໍ່ໄດ້ຜົນ. ໃນວັນທີ່ 18 ມົກກະຣາ ປີ 2013, 62 ອົງການບໍ່ຂື້ນກັບຣັຖບານໃນພູມີພາກ ແລະທົ່ວໂລກ ໄດ້ລົງນາມຮ່ວມກັນໃນຈົດໝາຍ ສົ່ງຫາທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີລາວ ສະແດງຄວາມເປັນຫ່ວງນໍາການ ຫາຍສາບສູນ ຂອງທ່ານ ສົມບັດ.

ນັບແຕ່ນັ້ນມາ ເຖິງແມ່ນວ່າມີການຮຽກຮ້ອງຢ່າງກ້ວາງຂວາງຈາກນານາຊາຕ ເພື່ອເອົາທ່ານ ສົມບັດ ກັບຄືນມາ, ໃນນັ້ນກໍມີທັງສະຫະພາບ ຢູໂຣບ, ຣັຖສະພາອາຊຽນ, ສະຫະຣັຖອະເມຣິກາ ແລະຫ້ອງການ ກໍາມາທິການສິດທິມະນຸດສະຫະປະຊາຊາຕກໍດີ, ກ່ຽວກັບວ່າ ທ່ານ ສົມບັດສົມພອນຢູ່ໃສນັ້ນ, ຍັງເປັນທີ່ບໍ່ຮູ້ຈັກຢູ່ ແລະບໍ່ມີຜົນຄືບໜ້າໃນການສືບສວນການຖືກບັງຄັບໃຫ້ຫາຍສາບສູນນັ້ນເລີຽ. ຍັງບໍ່ເທົ່ານັ້ນ ທາງການລາວ ໄດ້ປະຕິເສດຂໍ້ສະເໜີ ຊ່ວຍເຫລືອ ດ້ານເທັກນິກ ເພື່ອວິເຄາະຮູບພາບວີດີໂອ.

ຖແລງການກ່າວຕໍ່ໄປວ່າ: ໃນລະຍະ 30 ປີມານີ້ ທ່ານ ສົມບັດໄດ້ກົດດັນໃຫ້ມີການຂະຫຍາຍໂຕຂອງພື້ນທີ່ການຈັດຕັ້ງທາງສັງຄົມ ແລະສິດ ທິຂອງຊາວຊົນນະບົດຜູ້ທຸກຍາກ ແລະຊາວຫນຸ່ມນ້ອຍ ໃຫ້ມີສຽງ ຫລື ຄວາມເຫັນຂອງເຂົາເຈົ້າໃນການພັທນາສັງຄົມ ແລະການປົກຄອງ. ໃນລະຍະເວລາສັ້ນໆ ກ່ອນການຫາຍສາບສູນຂອງທ່ານ, ທ່ານ ສົມບັດ ໄດ້ມີບົດບາດສໍາຄັນໃນການຈັດເວທີ ປະຊາຊົນ ເອເຊັຽ-ຢູໂຣບ ຊຶ່ງເປັນເວທີຂອງ ການຈັດຕັ້ງທາງສັງຄົມ ກ່ອນໜ້າກອງປະຊຸມສຸດຍ້ອນຜູ້ນໍາ ເອເຊັຽ-ຢູໂຣບ ມີຂຶ້ນ. ຢູ່ເວທີກອງປະຊຸມນັ້ນ ບັນຫາທີ່ດິນ ແລະນໍ້າ, ແລະບັນຫາການລົງທຶນຕ່າງປະເທດທີ່ຂາດລະບຽບຫລັກການ ທີ່ດີ ແລະນາບຂູ່ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຖືກນໍາ ມາສົນທະນາກັນ ເປັນຄັ້ງທໍາອິດໃນລາວ. ການຫາຍສາບສູນຂອງ ທ່ານ ສົມບັດ ບໍ່ແມ່ນເຫດການທີ່ເກີດຂຶ້ນໂດຍ ບັງເອີນ ແຕ່ສະເພາະ ທ່ານ ສົມບັດແຕ່ຜູ້ດຽວເທົ່ານັ້ນ.

ມາຮອດທຸກມື້ນີ້ ໂຊກຊາຕາກັມ ຂອງຄົນ 9 ຄົນ, ແມ່ຍິງ ສອງຄົນ ນາງກິ່ງແກ້ວ ແລະສົມຈິດ, ຜູ້ຊາຍ 7 ຄົນ ທ້າວ ສຸບິນ, ສວນ, ສິນປະສົງ, ຄໍາສອນ, ນູ, ສົມຄິດ, ແລະສຸຣິຍາ ຖືກເຈົ້າໜ້າທີ່ຮັກສາຄວາມປອດພັຍ ຈັບໄປກັກໂຕໄວ້ຢ່າງບໍ່ມີເຫດຜົນ ເມື່ອເດືອນພຶສຈິກາ ໂດຍຍັງບໍ່ຮູ້ຈັກວ່າຢູ່ໃສ ມີສະພາບແນວໃດ. ຄົນທັງ 9 ຄົນນີ້ ມີແຜນວ່າຈະທໍາການປະທ້ວງແບບສັນຕິ ເພື່ອຮຽກຮ້ອງໃຫ້ມີປະຊາທິປະຕັຍ ແລະເຄົາຣົບສິດທິມະນຸດ ທີ່ຍັງບໍ່ຮູ້ໂຊກຊາຕາກັມອີກກໍມີ ທ້າວ ສົມພອນ ຂັນຕິສຸກ ເຈົ້າຂອງບ້ານພັກ ການທ່ອງທ່ຽວທັມມະຊາຕຜູ້ທີ່ຕໍານິ ໂຄງການກະສິກັມ ທີ່ຈີນສນັບສນູນ ຊຶ່ງທໍາລາຍ ສິ່ງແວດລ້ອມຢູ່ແຂວງຫລວງນໍ້າທາ ພາກເໜືອຂອງປະເທດ. ທ້າວ ສົມພອນຖືກຫາຍສາບ ສູນຫລັງຈາກເຈົ້າໜ້າທີ່ ລັກພາໂຕລາວໄປ ເມື່ອເດືອນມົກກະຣາ ປີ 2007.

ຖແລງການກ່າວຕໍ່ໄປວ່າ ຄວາມລົ້ມເຫລວຂອງຣັຖບານລາວໃນການສືບສວນກໍຣະນີການບັງຄັບໃຫ້ຫາຍສາບສູນເລົ່ານີ້ ລະເມີດໜ້າທີ່ພາລະ ກິດຂອງສປປ ລາວ ພາຍໃຕ້ມາຕຣາ 2 (3) ຂອງອານຸສົນທິສັນຍາ ສາກົນ ວ່າດ້ວຍສິດທິພົລເມືຶອງ ແລະສິດທິທາງການເມືອງ (iccpr) ຊຶ່ງສປປ ລາວ ເປັນຣັຖພາຄີ. ອານຸສົນທິສັນຍານີ້ ຣະບຸວ່າຣັຖບານທຸກປະເທດຕ້ອງໃຫ້ຄໍາຕອບທີ່ມີປະສິດທິພາບ ສໍາລັບການລະເມີດ ສິດທິ ທີ່ຮັບປະກັນໂດຍຂໍ້ຕົກລົງນີ້ ຮ່ວມທັງສິດທິທາງເສຣີພາບ ແລະຄວາມປອດພັຍຂອງບຸກຄົນ. ທັງໝົດ 62 ອົງການບໍ່ຂຶ້ນກັບຣັຖບານ ໄດ້ຮຽກ ຮ້ອງຕໍ່ຣັຖບານລາວດັ່ງຕໍ່ໄປນີ້.

1- ໃຫ້ຕັ້ງກໍາມາທິການວຽກສະເພາະໃໝ່ ແລະຈັດຕັ້ງປະຕິບັດວຽກງານຢ່າງຮີບດ່ວນ ລະອຽດຖີ່ຖ້ວນ, ມີຄວາມອິສຣະ, ແລະການສືບສວນທີ່ ເປັນທັມ ບໍ່ເຂົ້າຂ້າງອອກຂາ ກໍຣະນີຖືກບັງຄັບໃຫ້ຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແລະເອົາທ່ານກັບຄືນໃຫ້ຄອບຄົວຂອງທ່ານ ດ້ວຍຄວາມປອດພັຍ.

2. ໃຫ້ຣະບຸໂຕແລະລົງໂທດ ຜູ້ທີ່ຮັບຜິດຊອບການບັງຄັບໃຫ້ທ່ານ ສົມບັດຫາຍສາບສູນ

3. ໃຫ້ດໍາເນີນການສືບສວນຢ່າງຖີ່ຖ້ວນ, ເປັນທັມບໍ່ເຂົ້າຂ້າງອອກຂາ, ແລະມີປະສິດທິພາບຕໍ່ທຸກໆຂໍ້ຫາຂອງການຖືກບັງຄັບໃຫ້ຫາຍສາບສູນ.

4. ໃຫ້ເຊື້ອເຊີນຄະນະເຮັດວຽກຂອງສະຫະປະຊາຊາຕ ກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນ ໄປຢ້ຽມຢາມລາວ

5. ໃຫ້ສປປ ລາວ ໃຫ້ສັຕຍາບັນສົນທິສັນຍາເພື່ອການປົກປ້ອງບຸກຄົນທຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ

6. ໃຫ້ສປປລາວເຄົາລົບແລະປົກປ້ອງສິດທິຂອງຜູ້ປ້ອງກັນສິດທິມະນຸດທຸກຄົນ, ນັກເຄື່ອນໄຫວ, ແລະສະມາຊິກການຈັດຕັ້ງທາງສັງຄົມ. ນອກນັ້ນ ຍັງຮຽກຮ້ອງເຖິງປະຊາຄົມນານາຊາຕ ໂດຍສະເພາະ ປະເທດ ສະມາຊິກສະຫະພາບຢູໂຣບ ປະເທດສະມາຊິກອາຊຽນ ແລະ ສະຫະຣັຖ ໃຫ້

1. ຍົກເອົາບັນຫາ ການຖືກບັງຄັບໃຫ້ຫາຍສາບສູນຂອງທ່ານ ສົມບັດ ສົມພອນ ຕໍ່ຣັຖບານລາວ ແບບລະຫ່ວາງ 2 ປະເທດ ແລະໃນເວທີ ຫລາຍປະເທດ

2. ໃຫ້ຮຽກຮ້ອງໄປຍັງຣັຖບານລາວ ປ່ອຍນັກໂທດການເມືອງທຸກໆຄົນຢ່າງຮີບດ່ວນ ແລະດໍາເນີນການສືບສວນຢ່າງຄັກແນ່ ແນໃສ່ ຄວາມ ປອດພັຍແລະການກັບຄືນມາຂອງຜູ້ທີ່ໄດ້ຮັບເຄາະກັມ ຈາກການຖືກ ບັງຄັບ ໃຫ້ຫາຍສາບສູນ ມາຍັງຄອບຄົວຂອງເຂົາເຈົ້າ.

3. ໃຫ້ກົດດັນທາງການເມືອງແລະເສຖກິດຕໍ່ຣັຖບານລາວເພື່ອຮັບປະກັນໃຫ້ມີການສົ່ງເສີມການປະຕິຮູບທີ່ຮັບປະກັນຄວາມເຄົາລົບ ສິດທິ ພື້ນຖານມະນຸດຕາມພາລະໜ້າທີ່ຮັບຜິດຊອບຂອງລາວຕໍ່ສາກົນ.

ຖແລງການທີ່ລົງນາມໂດຍ 62 ອົງການບໍ່ຂຶ້ນກັບຣັຖບານດັ່ງກ່າວ ໄດ້ນໍາສົ່ງໄປຍັງຣັຖບານລາວ ແລະທຸກອົງການຈັດຕັ້ງສາກົນ ແລະອົງ ການທີ່ບໍ່ຂຶ້ນກັບຣັຖບານໃນພູມີພາກ ແລະໃນໂລກ ທີ່ກ່ຽວຂ້ອງ  ເພື່ອຊາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.