ຊາວ​ໜຸ່ມລາວໃຫ້ຂໍ້ຄິດເຫັນ ໃນວັນທີ 2 ທັນວາ

0:00 / 0:00

ເນື່ອງ ​ໃນ​ໂອ​ກາດ ວັນ​ຊາດ​ ທີ 2 ທັນ​ວາ ຄົບ​ຮອບ 39 ໃນ​ການ ​​ສ້າງ ຕັ້ງ ສ​ປ​ປ ລາວ ບັນ​ດາ ​ໜ່ວຍງານ​ ​ຣັ​ຖ​ບານ ມີ​ການ ​ຈັດ​ງານ ​ເພື່ອ ສລອງ ວັນ​ ດັ່ງກ່າວ, ແຕ່ ​ໃນ​ເວ​ລາ ດຽວ​ກັນ ກໍມີສຽງ ​ຂອງ ​ປະ​ຊາ​ຊົນ​ ລາວ ຊາວ​ໜຸ່ມ ອອກ​ມາ ​ວິ​ພາກ ວິ​ຈານ ຜົນ​ງານ ຂອງ​ ຣັ​ຖ​ບານ ​ລາວ ຜ່ານ ທາງ ສື່​ສັງ​ຄົມ​ອອນ​ລາຍ.

ໃນ ​ໂອ​ກາດ ວັນ​ຊາດ ທີ 2 ທັນ​ວາ ຄົບ​ຮອບ 39 ໜ່ວຍ​ງານ ​ຂອງ ​ພາກ​ຣັ​ຖ ກໍມີ​ການ ສລຸບ ​ຜົນ​ງານ ແລະ ຜົນ​ສຳ​ເລັດ ​ພົ້ນ​ເດັ່ນ ທີ່ໄດ້ ​ປະ​ຕິ​ບັດ​ ກັນ​ມາ ເປັນ​ເວ​ລາ 39 ປີ ພາຍ​ໃຕ້ ​ການ​ນຳພາ ຂອງ​ ພັກ ​ປະ​ຊາ​ຊົນ ປະ​ຕິ​ບັດ ​ລາວ. ໂດຍສະ​ເພາະ ວຽກ​ງານ ປ້ອງ​ກັນ ​ຊາດ ປ້ອງ​ກັນ​ ຄວາມ​ສງົບ, ແລະ ວຽກ​ງານ ພັດທ​ນາ ​ເສ​ຖ​ກິດ ​ສັງ​ຄົມ.

ແຕ່ ໃນ​ເວ​ລາ​ ດຽວ​ກັນ ກໍ​ມີ​ສຽງ ​ສະ​ທ້ອນ ຈາກ ຊາວ​ໜຸ່ມ ລາວ ກ່ຽວ​ກັບ ປະ​ກົດ​ການ ​ຕ່າງໆ ທີ່​ເກີດ​ຂຶ້ນ ຢູ່​ພາຍ​ໃນ ​ປະ​ເທດ​ລາວ.