ທ່ານ ບົວສອນ ບຸບຜາວັນ ອະດີດ ນາຍົກ ຣັຖມົນຕຣີ ໄດ້ຮັບໜ້າທີ່ ໃໝ່ ສູນກາງພັກ.
ຄະນະ ກົມການເມືອງ ສູນກາງພັກ ໄດ້ມີມະຕິ ຕົກລົງ ເປັນ ເອກກະສັນ ຕັ້ງໜ່ວຍ ຄົ້ນຄວ້າ ຍຸທສາດ ການພັທນາ ເສຖກິດ ຂື້ນຢ່າງເປັນ ທາງການ ເມື່ອ ບໍ່ດົນມານີ້ ແລະ ພ້ອມກັນນັ້ນ ຍັງມີ ມະຕິ ຕົກລົງ ແຕ່ງຕັ້ງ ໃຫ້ ທ່ານ ບົວສອນ ບຸບຜາວັນ ອະດີດ ນາຍົກ ຣັຖມົນຕຣີ ເປັນຫົວໜ້າ ຫນ່ວຍຄົ້ນຄວ້າ ດັ່ງກ່າວ. ຕາມການເປີດເຜີຽ ຂອງ ເຈົ້າໜ້າທີ່ ຂັ້ນສູງ ພາຍໃນ ສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ ບໍ່ປະສົງ ອອກຊື່.
ເຈົ້າໜ້າທີ່ ທ່ານນີ້ ໃຫ້ທັສນະ ວ່າ ການໄດ້ຮັບ ໜ້າທີ່ໃໝ່ ຂອງ ທ່ານ ບົວສອນ ຄັ້ງນີ້ ຖືວ່າເປັນ ການກັບຄືນມາ ມີບົດບາດ ທາງການເມືອງ ອີກໃໝ່ ເພື່ອລໍຖ້າ ໂອກາດ ທີ່ ຈະກັບຄືນມາ ມີອໍານາດ ທາງດ້ານ ບໍຣິຫານ ປະເທດ ອີກເທື່ອໃໝ່ ຍ້ອນວ່າ ໜ້າທີ່ໃໝ່ ຂອງ ທ່ານ ບົວສອນ ນີ້ ບໍ່ພຽງແຕ່ ເປັນ ເສນາທິການ ຂອງ ກົມການເມືອງ ສູນກາງພັກ ໃນການ ຄົ້ນຄວ້າ ຍຸທສາດ ການພັທນາ ເສຖກິດ ໃນ ລະຍະຍາວ ເພື່ອສະເໜີ ຕໍ່ກົມການເມືອງ ເທົ່ານັ້ນ ແຕ່ຍັງເຮັດ ໃຫ້ ທ່ານ ບົວສອນ ມີອໍານາດ ໃນການ ໃຫ້ຄໍາ ແນະນໍາ ກ່ຽວກັບ ການ ປະຕິບັດ ແຜນພັທນາ ເສຖກິດ ຂອງ ຣັຖບານ ອີກດ້ວຍ.
