ແຮງງານເດັກນ້ອຍໃນລາວ

ເດັກນ້ອຍ ໃນລາວ ຍັງຕ້ອງ ໄດ້ອອກແຮງງານ ຫລາຍເກີນຄວນ ແລະ ຍັງຂາດ ສາຣອາຫານ ບໍາຣຸງ ຮ່າງກາຍ ໃນວັຍ ເຕີຍໃຫຍ່.

0:00 / 0:00

ຕາມການປະເມີນ ຄັ້ງຫລ້າສຸດ ຂອງ ອົງການ ແຮງງານ ສາກົນ ຫລື ILO ມີເດັກນ້ອຍ ປະມານ 215 ລ້ານຄົນ ໃນທົ່ວໂລກ ຕົກຢູ່ໃນ ສະພາບ ທີ່ສ່ຽງຕໍ່ ສິ່ງໃດສິ່ງນຶ່ງ. ພວກເດັກນ້ອຍ ທີ່ບໍ່ໄດ້ເຂົ້າ ໂຮງຮຽນ, ພວກເຂົາເຈົ້າ ມີເວລາໜ້ອຍ ຫລື ບໍ່ມີເວລາ ທີ່ຈະໄດ້ຫລີ້ນ ມ່ວນຊື່ນເລີຍ ຮວມທັງຂາດ ສາຣອາຫານ ຫຼືບໍ່ໄດ້ກິນ ອາຫານ ທີ່ມີທາດບໍາຣຸງ ບໍ່ໄດ້ຮັບການ ກວດສຸຂພາບ. ແຮງງານເດັກນ້ອຍ ຍັງເປັນບັນຫາ ທ້າທາຍ ຂອງຫລາຍປະເທດ ທີ່ທຸກຍາກ ໃນເອເຊັຍ.

ເວົ້າສະເພາະ ການສໍາຣວດ ການໃຊ້ແຮງງານ ແລະ ແຮງງານເດັກນ້ອຍ ຢູ່ ສປປ ລາວ ພົບວ່າ ໃນຈໍານວນ ພົລເມືອງລາວ ທັງໝົດ 5 ລ້ານ 8 ແສນ ກວ່າຄົນ, ເປັນຍິງ 2 ລ້ານ 9 ແສນ ກວ່າຄົນນັ້ນ ເປັນປະເທດ ທີ່ມີຄົນ ໜຸ່ມຫລາຍ ປະຊາຊົນ 2 ລ້ານ ກວ່າຄົນ ຫລື ເກືອບ 2 ສ່ວນ 5 ຂອງ ພົລເມືອງ ມີອາຍຸ ຫລຸດ 18 ປີ. ຣາຍງານ ແຈ້ງວ່າ ໃນຈໍານວນເກືອບ 4 ລ້ານ ຄົນ ອາຍຸ 15 ປີ ຂຶ້ນເມືອນັ້ນ ມີເຖິງ 3,080,000 ຄົນ ທີ່ເປັນກໍາລັງ ແຮງງານ.

ການສໍາຣວດ ບົ່ງບອກ ຕື່ມອີກວ່າ ຢູ່ລາວ ມີເດັກນ້ອຍ ປະມານ 178 ພັນ ຄົນ ຖືວ່າ ຢູ່ໃນກຸ່ມ ກໍາລັງແຮງງານ ໃນນັ້ນເປັນຜູ້ຍິງ ປະມານ 96 ພັນຄົນ ແລະເປັນຊາຍ 81 ພັນຄົນ. ມີຫລາຍກວ່າ 130 ພັນຄົນ ຫລືວ່າ ໃນແຕ່ລະ ຄົນງານເດັກນ້ອຍ 3 ຄົນໃດ ມີ 2 ຄົນ ເຮັດວຽກ ຢູ່ໃນສະພາບ ອັນຕຣາຍ. 90 ສ່ວນຮ້ອຍ ຂອງ ແຮງງານເດັກນ້ອຍ ແມ່ນເຮັດວຽກ ການກະເສດ, ປ່າໄມ້ ຫລື ການປະໂມງ ແລະ ໃນແຕ່ລະ 10 ຄົນໃດ ມີເຖິງ 7 ຄົນ ທີ່ເຮັດວຽກເກີນ 49 ຊົ່ວໂມງ ຕໍ່ອາທິດ ຊຶ່ງສ່ວນຫລາຍ ແມ່ນຢູ່ຕາມເຂດ ຊົນນະບົດ.