ການດຳເນີນຄະດີ ກັບເຈ້ທິບ ພາຍຫຼັງ ສົງກັບລາວ

0:00 / 0:00

ເປັນ​ເວ​ລາ 1 ເດືອນ​ແລ້ວ ນັບ​ແຕ່​ວັນ​ທີ 29 ກໍ​ຣະ​ກະ​ດາ 2022 ທີ່​ທາງ​ການ​ໄທ​ຍ ຈັບ​ໂຕ ເຈ້​ທິບ ຫຼື ນາງ ພອນ​ພິບ ໄຊ​ປັນ​ຍາ ອາ​ຍຸ 30 ປີ ແລະ ຜົວ​ຂອງ​ລາວ ຄື ທ້າວ ອະ​ນຸ​ສິດ ພຸດ​ທະ​ວົງ ອາ​ຍຸ 34 ສົ່ງ​​ໃຫ້​ທາງ​ການ​ລາວ ໃນ​ຂໍ້​ຫາໂກງ​ເງິນ​ປະ​ຊາ​ຊົນ​ລາວ 5,000 ຄົນ.

ນາງ ພອນ​ທິບ ໄດ້​ລະ​ດົມ​ໃຫ້​ປະ​ຊາ​ຊົນ ເອົາ​ເງິນ​ມາຝາກ ໂດຍສ​ເນີ​ໃຫ້​ດອກ​ເບັ້ຽ 30 ເປີ​ເຊັນ ຕໍ່​ເດືອນ, ແຕ່​ຫຼັກ​ຈາກ​ນັ້ນ ກໍບໍ່​​ຈ່າຍ​ເງິນ​ຄືນ​ໃຫ້​ລູກ​ຄ້າ ແລ້ວ ກໍ​ຫຼົບ​ໜີ​ມາ​ປະ​ເທດ​ໄທ​ຍ ແລະ ໃນ​ວັນ​ທີ 31 ກໍ​ຣະ​ກະ​ດາ 2022 ​ເຈົ້າ​ໜ້າ​ທີ່​ ໄທ​ຍ ກໍ​ຈັບ ນາງ ​ພອນ​ທິບ ​ແລ້ວ​ສົ່ງກັບ​ຄືນ​ໃຫ້​ທາງ​ການ​ລາວ.

ແຕ່​ມາ​ຮອດ​ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ກໍ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ ຄວາມ​ຄືບ​ໜ້າການ​ດຳ​ເນີນ​ຄະ​ດີແນວ​ໃດ ແລະ ຜູ້​ເສັຽ​ຫາຍ​ກໍ​ຕ້ອງ​ການ​ ໃຫ້​ເຈົ້າ​ໜ້າ​ທີ່​ດຳ​ເນີນ​ການ​ຢ່າງ​ໂປ່ງ​ໃສ.

ຜູ້​ເສັຽ​ຫາຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ສິງ​ຫາ ວ່າ:

" ຮູ້ ແຕ່ ວ່າ ຢູ່ ໄທ ສົ່ງ ໂຕ ກັບ ມາ ລາວ ແຕ່ ວ່າ ພໍ ແຕ່ ມາ ຮອດລາວ ກະ ບໍ່ ຮູ້ ຂ່າວ ຄາວ . ເອົາ ໄປ ໄວ້ ໃສ ຫຼື ວ່າ ຈັ່ງ ໃດ ບໍ່ ໄດ້ ຊີ້ ແຈງ ຍັງ ເລີຍ . ເອົາ ມາ ແລ້ວ ກະ ງຽບ ເລີຍ ຢ້ານບໍ່ ມີ ຄວາມ ຫວັງ ຊິ ໄດ້ ຄືນ ຢູ່ ແນ່ນອນ . ເຂົາ ເຈົ້າຈົ່ມ ກັນ ຢູ່ ແລ້ວວ່າ ຢາກ ໃຫ້ ເຈົ້າ ໜ້າ ທີ່ ຫັ້ນ ອອກ ມາ ຊີ້ ແຈງ ແດ່ ວ່າ ຄະ ດີ ຄືບ ໜ້າ ໄປ ຮອດ ໃສ ແລ້ວ . ຢາກ ໃຫ້ ລາວ ຮັບ ຜິດ ຊອບ ຫັ້ນ ນ່າ ໜີ້ ທີ່ ລາວ ເຮັດ ມາ ຫັ້ນ ນ່າ ."

ທ່ານ ກ່າວ​ຕື່ມ​ວ່າ ນີ້​ກໍ​ຜ່ານ​ໄປ 1 ເດືອນ​ແລ້ວ ຫຼາຍ​ຄົນ ກໍ​ຢາກ​ໃຫ້​ຕຳ​ຣວດ​ລາວ ເປີດ​ເຜີຍ ຂໍ້​ມູນ​ ຫຼື ​ຖ​ແລງ​ຂ່າວ ໃນ​ການ​ດຳ​ເນີນ​ຄະ​ດີ​ກັບ​ເຈ້​ທິບ ໃຫ້​ທຸກ​ຄົນ​ຮັບ​ຮູ້ ຍ້ອນ​ວ່າ ຫຼາຍ​ຄົນ​ຕ້ອງ​ການ​ເງິນ ​ທີ່​ຖືກ​ໂກງ​ໄປ​ນັ້ນ ຄືນ ແລະ ທີ່​ຜ່ານ​ມາ​ຫຼາຍ​ຄົນ ກໍ​ໄດ້​ນຳ​ຫຼັກ​ຖານ​ໄປ​ຢືນ​ຢັນ ກັບເຈົ້າ​ໜ້າ​ທີ່​ຕຳ​ຣວດ​ແລ້ວ.

ກໍ​ຣະ​ນີ ທີ່​ເຈ້​ທິບ ຖືກ​ຈັບ ໃນ​ຂໍ້​ຫາ​ສໍ້​ໂກງ​ເງິນ​ ຂອງ​ປະ​ຊາ​ຊົນ ມີ​ຄວາມ​ຄ້າຍ​ຄື​ກັນ ​ກັບຄະ​ດີ ບໍ​ຣິ​ສັດ PS ແລະ ສຸດ​ທ້າຍລູກ​ຄ້າ ​ທີ່​ເອົາ​ເງິນ​ໄປ​ຝາກ ​ກໍ​ບໍ່​ໄດ້​ເງິນ​ຄືນ.

ຊາວລາວ​ຄົນ​ນຶ່ງ ທີ່​ຮູ້​ຈັກ​ກັບ​ຜູ້​ເສັຽ​ ໄດ້​ກ່າວ​ວ່າ:

" ບໍ່ ຮູ້ ນ່າ ຄື ວ່າ ມິດ ເລີຍ ຍັງ ບໍ່ ໄດ້ ວ່າ ຈັ່ງ ໃດ ຊ້ວງນີ້ ຄື ບໍ່ ເຫັນ ຄືບ ໜ້າ ອີ່ ຫຍັງ ຕັ້ງ ແຕ່ ລາວ ມາ ກະ ຂ່າວ ປະ ມານ ອາ ທິດ ນຶ່ງ . ທາງ ເຈ້ ທິບ ກະ ຊິ ລໍ ສູ້ ສານ ຢູ່ ຄື ວ່າ ງຽບ ໄປ ເລີຍ ແຕ່ ສ່ວນ ຫຼາຍ ເຂົາ ກໍ ຊິ ວ່າ ກະ ບໍ່ ຫວັງ ຊິ ໄດ້ ຄືນແລ້ວ ແຫຼະ . ສ່ວນ ຫຼາຍ ກະ ຢ້ານບໍ່ ໄດ້ ເງິນ ຄືນດອກ ເພາະ ວ່າ ມັນ ມີ ຄະ ດີ ຂອງ PS ຕອນ ນັ້ນ ຫັ້ ເດ້ ເຄີຍ ມີ ຄະ ດີ ແບບນີ້ ຢູ່ ມິດ ງຽບ ."

ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ​ ກັບ​ເຈ້​ທິບນີ້ ທາງ​ການ​ຍັງ​ ກໍ​ຍັງບໍ່​ສາ​ມາດ​ເປີດ​ເຜີຍ​ ຣາຍ​ລະ​ອຽດ​ໄດ້ ເພາະ​ຖ້າ​ເປີດ​ເຜີຍ​ໄປ ​ກໍ​ຈະ​ເສັຽ​ຮູບ​ຄະ​ດີ ຍັງ​ຢູ່​ລະ​ຫວ່າງ​ການ​ດຳ​ເນີນ​ການ ​ຕາມ​ຂັ້ນ​ຕອນ ເຊິ່ງ​ຜູ້​ເສັຽ​ຫາຍ​ຫຼາຍ​ຄົນ ຕ້ອ​ງ​ລໍ​ຖ້າ​ ທາງ​ການ​ຖ​ແລງ​ຂ່າວ​ອີກ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງທ່ານ​ນຶ່ງ ໃນ​ກົມ​ໃຫຍ່​ຕຳ​ຣວດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ກ່າວ​ໃນ​ວັນ​ທີ 29 ສິງ​ຫາ​ ວ່າ:

" ອັນ ນີ້ນ່າ . ມີ ກົມ ວິ ຊາ ເພາະ ເຮັດ ຕ່າງ ຫາກ ນ່າ . ຄະ ດີ ມັນ ກໍ ຍັງ ບໍ່ ທັນ ໄດ້ ແລ້ວ ຫັ້ນ ນ່າ . ເພິ່ນ ກໍ ຍັງ ບໍ່ ທັນ ໄດ້ ໃຫ້ ຢາກ ເປີດ ເຜີຍ ເທື່ອ ຫັ້ນ ນ່າ , ເພິ່ນ ກຳ ລັງ ດໍ ເນີນ ຢູ່ ຍັງ ສະ ຣຸບບໍ່ ໄດ້ ມີ ແຕ່ ລໍ ຖ້າ ຟັງ ຂ່າວ ຫັ້ນ ແຫຼະ ."

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ທີ່​ກ່ຽວ​ຂ້ອງ​ອີກ​ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກ່າວ​ວ່າ ທາງ​ການ​ຍັງ​ດຳ​ເນີນ​ການ​ຕາມ​ຂັ້ນ​ຕອນ ແລະ​ ບໍ່​ສາ​ມາດ​ຕອບ​ໄດ້:

"ຕອນນີ້ ເພິ່ນ ຍັງ ບໍ່ ທັນ ຮູ້ ເນາະ ເພິ່ນ ຈະ ມີ ຂັ້ນ ຕອນ ຂອງ ເພິ່ນ ເນາະ . ເບິ່ງ ຕາມ ຂັ້ນ ຕອນ ຕໍ່ ໄປ ເຮົາ ດຳ ເນີນ ຕາມ ລະ ບຽບ ຫັ້ນ ແຫຼະ ມີ ແຕ່ຕິດ ຕາມ ເບິ່ງ ຂ່າວ ທາງ ການ ເພິ່ນ ຈະ ມີ ແລງ ຂ່າວ ຕາມ ຫຼັງ ." ​

ຂັ້ນ​ຕອນ​ການ​ໂອນ​ເງິນ​ຂອງ​ເຈ້​ທິບ ຈາກ​ບັນ​ຊີ​ລູກ​ຄ້າ ມັນ​ມີ​ຫຼາຍ​ຂັ້ນ​ຕອນ​ ທີ່​ເຈົ້າ​ໜ້າ​ທີ່​ ຈະ​ຕ້ອງ​ຈະ​ສືບ​ສວນ.

ນັກ​ກົ​ດ​ໝາຍ ທ່ານ​ນຶ່ງ ໄດ້​ກ່າວ ວ່າ:

" ສ່ວນ ຫຼາຍ ມັນ ຈະ ມີ ບັນ ຫາ ເຣື່ອງນີ້ ແຫຼະ ເຂົາ ໂອນ ເງິນ ໄປ ບໍ່ ໄດ້ ຜ່ານ ລາວໂດຍ ຣົງ ແບບ ຜ່ານ ມື ລູກ ຄ້າ ຂອງ ລາວ ຫັ້ນ ນ່າເນາະ ເພາະ ວ່າ ເຂົາ ເອົາ ໄປ ສືບ ສວນ ມັນ ຕ້ອງ ຮູ້ ລູກ ທີບ ເຈົ້າ ມີ ຈັກ ຄົນ ແລ້ວ ກະ ມັນ ຈັ່ງຂ ຍາຍ ຜົ ອອກ ມາ ຫັ້ນ ນ່າ ເຂົາ ກໍ ນຳຄືນ ໄປ ຕາມ ໂຕ ຫັ້ນ ແຫຼະ ."

ເຖິງຢ່າງ​ໃດ​ກໍ​ຕາມ, ຄະ​ດີ​ເຈ້​ທິບນີ້ ກໍ​ຈະ​ເປັນ​ລັກ​ສະ​ນະ ຄື ກັບ​ຄະ​ດີ​ອື່ນໆ ທີ່​ເກີດ​ຂຶ້ນ​ໃນ​ລາວ ທີ່​ຜູ້​ເສັຽ​ຫາຍບໍ່​ໄດ້​ເງິນ​ຄືນ ເຊັ່ນ ຄະ​ດີ​ແອບ SHBC ທີ່​ລະ​ດົບ​ຮັບ​ຝາກ ສ້າງ​ຄວາມ​ເສັຽ​ຫາຍ ຫຼາຍກວ່າ 2 ຕື້ ກີບ ​ໃນ​ປີ 2021, ຄະ​ດີ Fingo ທີ່​ລົງ​ທະ​ບຽນ​ຮັບ​ເປີ​ເຊັນ ການ​ແນະ​ນຳ​ລູກ​ຄ້າ ສ້າງ​ຄວາມ​ເສັຽ​ຫາຍ ຫຼາຍກວ່າ 500 ລ້ານ​ກີບ ໃນ​ປີ 2020.

ຄະ​ດີ ບໍ​ຣິ​ສັດ PS ທີ່​ລະ​ດົມ​ທຶນ​ຮັບ​ຝາກ​ເງິນ ແລະ ໃຫ້​ດອກ​ເບັ້ຽ 6 ເປີ​ເຊັນ ຕໍ່​ເດືອນ ສ້າງ​ຄວາມ​ເສັຽ​ຫາຍກວ່າ 900 ຕື້ ກີບ ໃນ​ປີ 2017, ຄະ​ດີ​ບໍ​ຣິ​ສັດ ASEAN Face ຮັບ​ຝາກ​ເງິນ ເພື່ອ​ໃຫ້​ດອກ​ເບັ້ຽ 30 ເປີ​ເຊັນ ຕໍ່​ເດືອນ ສ້າ​ງ ຄວາມ​ເສັຽ​ຫາຍ 16 ລ້ານ​ໂດ​ລ້າຣ໌ ໃນ​ປີ 2017, ແລະ ຄະ​ດີ ບໍ​ຣິ​ສັດ ແມ່ກີ້ ຮັບ​ຝາກ​ເງິນ ແລ້ວ​ໃຫ້​ດອກ​ເບັຽ 6 ເປີ​ເຊັນ ຕໍ່​ເດືອນ ສ້າງ​ຄ​ວາມ​ເສັຽ​ຫາຍ 16 ລ້ານ​ໂດ​ລ້າຣ໌ໃນ​ປີ 2015.