ໃນວັນທີ 3 ມີນາ 2022 ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ຈຳເລີຍທີ 1 ອາຍຸ 45 ປີ ໃນສະຖານະຄ້າຢາເສບຕິດ, ຟອກເງິນ ແລະ ຄ້າອາວຸດເສິກຣາຍໃຫຍ່ຂອງລາວ.
ທ້າວ ສີສຸກ ດາວເຮືອງ ອາຊີບທຸຣະກິດ ຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຖືກເຈົ້າໜ້າທີ່ ຕຳຣວດຈັບໄດ້ ໃນເວລາ 1 ໂມງ ຂອງວັນທີ 1 ເມສາ 2017 ຢູ່ ແຂວງຫລວງພຣະບາງ.
ໜັງສືພິມລາວພັດທະນາ ໄດ້ຣາຍງານ ໃນວັນທີ 3 ມີນາ 2022 ໂດຍອີງໃສ່ແຫຼ່ງຂ່າວຈາກໜັງສືພິມປ້ອງກັນຄວາມສງົບ ທີ່ໄດ້ລະບຸວ່າ: ທ້າວ ສີສຸກ ດາວເຮືອງ ມີປືນສັ້ນ 1 ກະບອກ ພ້ອມດ້ວຍລູກປືນ 10 ລູກ ແລະ ເຈົ້າໜ້າທີ່ໄດ້ໄປກວດຄົ້ນເຮືອນຂອງ ທ້າວ ສີສຸກ ດາວເຮືອງ ໄດ້ພົບຢາໄອສປະມານ 12 ກິໂລກຼາມ ແລະ ກັ່ນຊາແຫ້ງມີນ້ຳໜັກເກືອບ 30 ກິໂລກຼາມ.
ທ້າວ ສີສຸກ ດາວເຮືອງ ຖືກສານຕັດສິນປະຫານຊີວິດ ແລະ ພ້ອມດຽວກັນນັ້ນ ສານປະຊາຊົນນະຄອນຫລວງວຽງຈັນ ກໍໄດ້ສັ່ງຕັດສິນຈຳຄຸກນັກໂທດ ຜູ້ຮ່ວມຂະບວນການຂອງ ທ້າວ ສີສຸກ ອີກ 4 ຄົນ ປະກອບດ້ວຍ:
- ສັ່ງຕັດສິນຈຳຄຸກ 7 ປີ 3 ເດືອນ ທ້າວ ຜ່ອງສີ ນວນນີວົງ ຈຳເລີຍທີ 2 ອາຍຸ 44 ປີ ໃນສະຖານະມີຢາເສບຕິດໄວ້ຄອບຄອງ, ຟອກເງິນ, ຊື້ຊັບພົລເມືອງຜິດກົດໝາຍ ແລະ ໃຊ້ເອກສານປອມ.
- ສັ່ງຕັດສິນຈຳຄຸກ ຕລອດຊີວິດ ນາງ ອຸໄລວັນ ພາວິວົງກອນ ຈຳເລີຍທີ 3 ອາຍຸ 60 ປີ ໃນຖາສະນະຄ້າຂາຍຢາເສບຕິດ ແລະ ຟອກເງິນ.
- ສັ່ງຕັດສິນຈຳຄຸກ 7 ປີ ທ້າວ ທົງໄຊ ຈຳເລີຍທີ 4 ອາຍຸ 27 ປີ ໃນສະຖານະມີຢາເສບຕິດໄວ້ຄອບຄອງ ແລະ ມີອາວຸດເສິກໄວ້ ໃນຄອບຄອງ ບໍ່ຖືກຕ້ອງຕາມກົດໝາຍ.
- ສັ່ງຕັດສິນຈຳຄຸກ 4 ປີ 11 ເດືອນ 11 ວັນ ທ້າວ ວິປະກອນ ບຸບຜາປະເສີດ ຈຳເລີຍທີ 5 ອາຍຸ 28 ປີ ໃນສະຖານະຂາຍອາວຸດເສິກ ໂດຍບໍ່ໄດ້ຮັບອະນຸຍາດຕາມກົດໝາຍ.
ພາຍຫຼັງຮູ້ແຈ້ງການຄຳຕັດສິນຂອງສານ, ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການສານປະຊາຊົນນະຄອນຫລວງວຽງຈັນ ເພື່ອສອບຖາມຣາຍລະອຽດ ເພີ່ມເຕີມ ແຕ່ເຈົ້າໜ້າທີ່ ປະຕິເສດທີ່ຈະໃຫ້ຂໍ້ມູນທາງໂທລະສັບ ແລະ ໃຫ້ເຮັດເອກສານເຂົ້າໄປພົວພັນແບບຖືກຕ້ອງ ໃນຂະນະດຽວກັນ ກໍພະຍາຍາມຕິດຕໍ່ຫາທະນາຍຄວາມ ທ້າວ ສີສຸກ ດຽວເຮືອງ ແຕ່ ກໍບໍ່ສາມາດຕິດຕໍ່ໄດ້.
ບາງກໍລະນີ ໃນປະເທດລາວ ຜູ້ທີ່ຖືກໂທດປະຫານຊີວິດ ກໍຈະຖືກຜ່ອນໂທດໃຫ້ເຫຼືອຈຳຄຸກຕລອດຊີວິດ ແລະ ກໍຈະຜ່ອນໂທດລົງເລື້ອຍໆ ຍ້ອນວ່າ ປະເທດລາວ ຍັງບໍ່ມີການປະຫານຊີວິດຄົນຢ່າງເປັນທາງການ ຫຼັງຈາກ ສານຕັດສິນປະຫານຊີວິດແລ້ວ.
ເຈົ້າໜ້າທີ່ທາງການທ່ານນຶ່ງ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ມີນາ ວ່າ:
" ປະ ຫານ ຊີ ວິດນີ້ ກະ ສ່ວນ ຫຼາຍ ເຮົາ ນີ້ ມັນ ຊິບໍ່ ແມ່ນ ບໍ່ ມີ ປະ ຫານ ຊີ ວິດ ມີແຕ່ ວ່າ ເຫັນ ແຈ້ງ ອອກ ມາ ແລ້ວ ບໍ່ ເຫັນ ແທ້ນີ້ ເນາະ ປະ ຫານ ຊີ ວິດ ບາງ ເທື່ອນີ້ ກໍ ຈະ ຈຳ ຄຸກ ຕ ລາດ ຊີ ວິດ ໂທດ ຕ ລອດ ຊີ ວິດ ກະ ຍັງ ປ່ອຍ ອອກ ມາ ຊິ ຫຼຸດ ໂທດ ໄປ ຊື່ໆ ດອກ ບໍ່ ຄື ຕ່າງ ປະ ເທດ ."
ຕາມຫຼັກການ ທະນາຍຄວາມຂອງ ທ້າວ ສີສຸກ ດາວເຮືອງ ມີສິດຂໍອຸທອນໄປຫາສານອຸທອນ ແລະ ສານປະຊາຊົນສູງສຸດ, ແລະ ຍື່ນຄຳອຸທອນຕໍ່ສຳນັກງານປະທານປະເທດ ເພື່ອຂໍອະໄພຍະໂທດ ໃຫ້ເຫຼືອພຽງຈຳຄຸກຕລອດຊີວິດ. ທະນາຍຄວາມ ທ່ານນຶ່ງ ທີ່ຂໍສງວນຊື່ ໄດ້ກ່າວວ່າ:
" ໂທດ ຕັ ດ ສິນ ປະ ຫານ ຊີ ວິດ ເປັນ ຈັ່ງ ຊີເນາະ ມີ ທະ ນາຍ ຄວາມ ແຕ່ ງ ຕັ້ງ ໂດຍ ໜ້າ ທີ່ ທະ ນາຍ ຄວາມ ຈະ ເດີນ ຄະ ດີ ໃຫ້ ຈົນ ສິ້ນ ສຸດ ສານ ສູງ ສຸດ ຍັງ ຢັ້ງ ຢືນ ຄື ເກົ່າ ປະ ຫານ ຊີ ວິດຊີ້ ທະ ນາຍ ຄວາມ ຈະ ຂໍ ອະ ໄພ ຍະ ໂຍດ ໄປ ຫາ ປະ ທານ ປະ ເທດ ບໍ່ ໃຫ້ ປະ ຫານ ຊີ ວິດ ."
ທ່ານ ກ່າວຕື່ມວ່າ ທີ່ຜ່ານມາ ທ່ານເອງເຄີຍເປັນທະນາຍຄວາມໃຫ້ ນັກໂທດ ທີ່ຖືກສານຕັດສິນປະຫານຊີວິດຈຳນວນນຶ່ງ ໃນສະຖານນະຄ້າຂາຍຢາເສບຕິດ ເຊິ່ງກໍໄດ້ຕໍ່ສູ້ຄະດີຕັ້ງແຕ່ສານຊັ້ນຕົ້ນ, ສານອຸທອນ ແລະ ສານປະຊາຊົນສູງສຸດ ແຕ່ ສານປະຊາຊົນສູງສຸດ ກໍຍັງຢືນຢັນຕັດສິນປະຫານຊີວິດ ຈາກນັ້ນ ກໍໄດ້ຢື່ນຂໍອຸທອນຕໍ່ສຳນັການປະທານປະເທດ ເພື່ອຂໍອະໄພຍະໂທດ ໃຫ້ແກ່ນັກໂທດ ແລະ ລໍຖ້າຈົນເຖິງໂອກາດວັນຊາດທີ 2 ທັນວາ ກໍຖືກຫຼຸດໂທດລົງໃຫ້ເຫຼືອແຕ່ໂທດຈຳຄຸກຕລອດຊີວິດ ແລະ ຜູ້ທີ່ຖືກໂທດຈຳຄຸກຕລອດຊີວິດບາງຄົນ ກໍມີໂອກາດ ຈະໄດ້ຮັບການຫຼຸດໂທດລົງເລື້ອຍໆ ຖ້າມີການປະຕິບັດໂຕດີ ໃນລະຫວ່າງທີ່ຮັບໂທດຢູ່ຄ້າຍຄຸມຂັງ.
ຄົນໃຫ້ຄວາມສົນໃຈຕໍ່ກັບຄະດີຂອງ ທ້າວ ສີສຸກ ດາວເຮືອງ ແຕ່ ໃນທີ່ສຸດ ທະນາຍຄວາມຂອງລາວ ກໍຈະມີການອຸທອນຕໍ່ສຳນັກງານປະທານປະເທດ. ນັກກົດໝາຍອີກທ່ານນຶ່ງ ໄດ້ກ່າວວ່າ:
" ສົນ ໃຈ ຫຼາຍ ໜ້າ ຈະ ຂັ້ນ ອຸ ທອນ ຢູ່ ເຈົ້າ ທະ ນາຍ ຄວາມ ເພິ່ນ ຕ້ອງ ອຸ ທອນ ເພິ່ນ ໜ້າ ຈະ ສູ້ ຄະ ດີຂຶ້ນ ໄປ ເພິ່ນບໍ່ ເປີດ ເຜີຍ ປານ ໃດ ນ່າ ບາງ ເທື່ອ ."
ປະຊາຊົນເອງ ກໍຢາກໃຫ້ມີການປະຫານຊີວິດຢ່າງເດັດຂາດ ເພື່ອໃຫ້ເປັນຕົວຢ່າງແກ່ຜູ້ຄ້າຂາຍເສບຕິດໃນລາວທີ່ຍັງບໍ່ຖືກຈັບ.
ຊາວບ້ານ ນາງ ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
" ປະ ທານ ຊີ ວິດ ພວກ ຢາ ເສບ ຕິດ ຢາ ເສບ ຕິດນີ້ ມັນ ຫຼາຍ ນ່າ ຢູ່ ທາງ ເໜືອ ພຸ້ນ ແຫຼະ ເຂົາ ກະ ບໍ່ ຢ້ານ ໃດ ເຂົາ ແກ່ ຣົ ຖ ເບັຽ ລັງ ເບັຽ ເປົ່າ ກໍ ຍັງ ສ າ ມາດ ເອົາ ໃຊ້ ຫັ້ນນ່າ ບາດນີ້ ພວກ ຂົນ ສົ່ງ ມາ ຫັ້ນ ນ່າ ເຂົາ ບໍ່ ຈັກ ຢ້ານ ຄື ເງິນ ກະ ເອົາ ."
ໃນປີ 2017 ສື່ມວນຊົນຢູ່ປະເທດເພື່ອນບ້ານ ໄດ້ຣາຍງານວ່າ ທ້າວ ສີສຸກ ດາວເຮືອງ ເປັນນຶ່ງໃນເຄື່ອຂ່າຍນັກຄ້າຢາເສບຕິດຂ້າມຊາດຣາຍໃຫຍ່ຂອງລາວ ທີ່ເຈົ້າໜ້າທີ່ປະເທດເພື່ອນບ້ານຂອງລາວຕ້ອງການໂຕ ແລະ ເປັນເຄືອຂ່າຍດຽວກັນກັບ ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າເສບຕິດຂ້າມຊາດຊາວລາວ ທີ່ຖືກຈັບໂຕຢູ່ປະເທດເພື່ອນບ້ານ ກ່ອນທີ່ ທ້າວ ສີສຸກ ດາວເຮືອງ ຈະຖືກຕັບໂຕ ຢູ່ແຂວງຫລວງພຣະບາງ ໃນເວລາຕໍ່ມາ.
ອົງການຫຼຸດຜ່ອນຄວາມທໍລະມານສາກົນ ຫຼື Harm Deduction International ໄດ້ຣາຍງານ ປີ 2018 ໂດຍ ການອ້າງອີງຂໍ້ມູນຈາກ ອົງການນິຣະໂທດສະກັມສາກົນ ຫຼື Amnesty International ຕອນນຶ່ງວ່າ: ໃນປີ 2015 ມີນັກໂທດປະຫານຊີວິດ ຢ່າງໜ້ອຍ 20 ຄົນ ໃນລາວ, ໃນປີ 2016 ມີນັກໂທດຢ່າງໜ້ອຍ 3 ຄົນ ທີ່ຖືກສານຕັດສິນຕລອດຊີວິດ ໃນຂະນະທີ່ປີ 2017 ມີນັກໂທດຂົນສົ່ງຄະດີຢາເສບຕິດ 1 ຄົນ ອາຍຸ 29 ປີ ຖືກສານຕັດສິນປະຫານຊີວິດ ແຕ່ຍັງບໍ່ມີຣາຍງານຢ່າງເປັນທາງການວ່າ ນັກໂທດຈຳນວນເຫຼົ່ານັ້ນ ໄດ້ຖືກຫຼຸດຜ່ອນໂທດ ຫຼື ຍັງຢູ່ໃນສະຖານະນັກໂທດປະຫານຊີວິດ ຫຼືບໍ່.
