ຊາວບ້ານຊຽງດາ ເມືອງໄຊເສດຖາ, ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ບ້ານໃກ້ຄຽງ ຢູ່ ນະຄອນຫລວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ທີ່ດິນຄົບເທື່ອ.
ສ່ວນວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງມາພົບຊາວບ້ານທີ່ ໄດ້ຮັບຜົລກະທົບ ແລະ ໄດ້ຂໍຄວາມຮ່ວມມື ໃນແບບນາບຂູ່ທາງອ້ອມ ໂດຍບໍ່ໃຫ້ທວງຖາມ ຄ່າຊົດເຊີຍ ຈາກພາກສ່ວນກ່ຽວຂ້ອງອີກ ແຕ່ບອກໃຫ້ຊາວບ້ານລໍຖ້າ.
ຊາວບ້ານຜູ້ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ວ່າ:
" ຫຼັງຈາກ ຊາວ ບ້ານປະ ມານ 20 ຄອບ ຄອບ ຢູ່ ເມືອງ ຫາດ ຊາຍ ຟອງ ໄດ້ ຖາມ ທວງ ຖາມຄ່າ ຊົດ ເຊີຍ ຢູ່ ໜ້າ ບໍ ຣິ ສັດ ສິດ ທິ ລາວ ໂລ ຈິ ສ ຕິກສ໌ ຈຳ ກັດ ໃນ ເດືອນ ສິງ ຫາ ທີ່ ຜ່ານ ມາ . ເຈົ້າ ໜ້າ ທີ່ ເມືອງ ໄຊ ເສດ ຖາ ກໍ ໄດ້ ມາ ລົມ ກັບ ຊາວ ບ້ານ ແລ້ວບອກ ຊາວ ບ້ານ ບໍ່ ໃຫ້ ໄປ ທວງ ຖາມ ເລື່ອງ ຄ່າ ຊົດ ເຊີຍ ຈາກ ພາກ ສ່ວນ ກ່ຽວ ຂ້ອງ ແຕ່ ໃຫ້ ອົດ ໃຈ ລໍ ໄປ ເລື້ອຍໆ ."
ນາງກ່າວຕື່ມວ່າ:
" ຄອບ ຄົວ ຂອງ ລາວ ໄດ້ ເຊັນ ເອກ ສານ ຮັບ ເງິນ ຄ່າ ຊົດ ເຊີຍ ທີ່ ດິນ ໄດ້ ປະ ມານປີ ປາຍ ແລ້ວ ແຕ່ ມາ ຮອດ ປັດ ຈຸ ບັນ ກໍ ບໍ່ ມີ ທ່າ ທີ ວ່າ ຈະ ໄດ້ ຮັບ ຄ່າ ຊົດ ເຊີຍ ໂຕ ຈິງ ເມື່ອ ໄປ ຖາມ ເຈົ້າ ໜ້າ ທີ່ ກໍ ເລື່ອນ ໄປ ເລື່ອນ ມາຢູ່ ຄື ເກົ່າ ແຕ່ ກໍ ມີ ບາງ ຄອບ ຄົວ ທີ່ ໄດ້ ເຊັນ ເອກ ສານ ຮັບ ເງິນ ຄ່າ ຊົດ ເຊີຍພ້ອມ ກັນ ກໍ ພັດ ໄດ້ ຄ່າ ຊົດ ເຊີຍ ໄປ ແລ້ວ ."
ທາງການເຄີຍບອກວ່າ ຈະຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ມາໄດ້ຫຼາຍປີແລ້ວ ແຕ່ຍັງບໍ່ຈ່າຍຄົບໝົດນັ້ນ ເຮັດໃຫ້ຊາວບ້ານ ເສັຽໂອກາດໃນການທຳມາຫາກິນ ແລະ ເສັຽໂອກາດປັບປຸງຊີວິຕ ການເປັນຢູ່.
ຊາວບ້ານ ເມືອງໄຊເສດຖາ ຜູ້ທີ່ໄດ້ຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີວ່າ: " ໂອ້ ເພິ່ນ ເວົ້າ ແຕ່ ປີ 2019. ຍັງ ບໍ່ ພາ ກັນ ເຮັດ ແນວ ໃດ ເຂົາ ບໍ່ ໃຫ້ ເຮົາ ເຮັດ ເຮົາ ສ້າງ . ເຂົາ ອອກ ໃບ ຕາ ດິນ ຂອບ ທອງ ກວມ ເອົາ ດິນ ຂອງ ເຮົາ ໝົດ ແລ້ວ . ຄ່າ ຊົດ ເຊີຍ ຫັ້ນ ເຂົ້າ ຍັງ ບໍ່ ວ່າ ແນວ ໃດ ແຕ່ ວ່າ ກີດ ກັນ ການ ພັ ທ ນາ ຂອງ ປະ ຊາ ຊົນ ການ ທຳ ມາ ຫາ ກິນ ຊິ ເຮັດ ຊິ ສ້າງ ກະ ບໍ່ ໃຫ້ ເຮັດ ໃຫ້ ສ້າງ ."
ປະຊາຊົນບາງຄົນກໍທໍ້ໃຈ ຫຼັງຈາກໄປຖາມຄ່າຊົດເຊີຍຫຼາຍເທື່ອແລ້ວ ແຕ່ບໍ່ໄດ້ຈັກເທື່ອ. ຊາວບ້ານເມືອງຫາດຊາຍຟອງ ຜູ້ທີ່ຖືກຜົລກະທົບ ໄດ້ກ່າວວ່າ:
" ໂອ້ຍ ກະ ເມື່ອ ຍໄປ ແລ້ວ ໄປ ຍາມ ໃດ ກະ ບໍ່ ໄດ້ ຈັກ ເທື່ອ ເງິນ ກະ ດາຍ, ຈັກ ຊິ ເຮັດ ຈັ່ງ ໃດ ກັບ ປະ ຊາ ຊົນ ປະ ຊາ ຊົນ ຊິ ເປັນ ຂໍ ທານ ໝົດ ແລ້ວ. ເລື່ອງ ເງິນນີ້ ກະ ຖືກ ໂຄງ ການ ບໍ່ ໄດ້ ເງິນ ກະ ບໍ່ ໄດ້ ຄື ເກົ່າຫັ້ນ ລະ ບໍ່ ຮູ້ ຈັກ ຊິ ວ່າ ຈັ່ງ ໃດ ແລ້ວ ປະ ຊາ ຊົນ ກະ ບໍ່ ມີ ແນວ ຊິ ວ່າ ລະ ."
ເຈົ້າໜ້າທີ່ ຫ້າມຊາວບ້ານບໍ່ໃຫ້ ໄປທວງເງິນຄ່າຊົດເຊີຍ ນຳບໍຣິສັດ ຫຼື ເປັນການນາບຂູ່ທາງອ້ອມ. ຊາວເມືອງຫາດຊາຍຟອງ ອີກຄົນນຶ່ງ ໄດ້ກ່າວວ່າ:
" ເພິ່ນ ກະ ບໍ່ ໃຫ້ ເຂົ້າ ໄປ ທວງ ນຳ ບໍ ຣິ ສັດ ພຸ້ນ ແລ້ວ . ເພິ່ນບໍ່ ໃຫ້ ເຂົາ ໄປ ມື້ ໃດ ເພິ່ນ ກະ ບໍ່ ໃຫ້ ເຂົາ ໄປ ທວງ . ເພິ່ນ ກະ ບອກ ເພິ່ນ ກຳ ລັງ ຊິ ຂຶ້ນ ແຜນ ຈ່າຍ ແຕ່ບໍ່ ທັນ ໄດ້ ຈ່າຍ ຊັ້ນ ດອກ . ບໍ່ ທັນ ມີ ຄຳ ຕອບມາ ເທື່ອວ່າ ຊິ ເຮັດ ຈັ່ງ ໃດ ກັບ ປະ ຊາ ຊົນ . ເພິ່ນ ກະ ວ່າ ຊິ ໃຫ້ ໝົດ ແລ້ວ ປີນີ້ແຫຼະ ແຕ່ ວ່າ ຍັງ ບໍ່ ເຫັນ ເພິ່ນ ໂທ ມາ ບອກ ເທື່ອ ວ່າ ຊິ ເປັນ ແນວ ໃດ ."
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການ ປົກຄອງເມືອງໄຊເສດຖາ, ຫ້ອງການປົກຄອງເມືອງຫາດຊາຍຟອງ ແລະ ບໍຣິສັດລາວ ໂລຈິສຕິກສ໌ ຈຳກັດ ເພື່ອສອບຖາມ ຄວາມຄືບໜ້າ ກ່ຽວກັບການຊົດເຊີຍຊາວບ້ານ ແຕ່ ບໍ່ມີເຈົ້າໜ້າທີ່ຄົນໃດ ສະດວກໃຫ້ສັມພາດ.
ຕາມຫຼັກກົດໝາຍແລ້ວ ເຈົ້າໜ້າທີ່ຄົນໃດ ໄປນາບຂູ່ຊາວບ້ານ ບໍ່ວ່າຈະທາງກົງ ຫຼື ທາງອ້ອມ ບໍ່ສົມຄວນ ເພາະວ່າ ມັນເປັນສິທທິຂັ້ນພື້ນຖານ ຂອງເຂົາເຈົ້າທີ່ຈະໄດ້ຮັບ ຄ່າຊົດເຊີຍນັ້ນ.
ນັກກົດໝາຍ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
" ກະ ຜິດ ຫັ້ນ ແຫຼວ ເນາະ . ໄປ ຂົ່ມ ຂູ່ ຈັ່ງ ໃດ ອັນ ນີ້ ແມ່ນ ສິທ ແລະ ພັນ ທະ ຂອງ ພົ ລ ເມືອງ ຕ້ອງ ໄດ້ ຫັ້ນ ນ່າ ພາກ ສ່ວນ ໃດ ກະ ຂຽນ ຄຳ ຮ້ອງ ໃສ່ ຫັ້ນ ໃສ່ ໃນ ຄຳ ຮ້ອງ ຫັ້ນ ຟ້ອງ ໄປ ຫາ ກວດ ກາ ຣັ ຖ ບານ ຂໍ ຄວາ ມ ເປັນ ທັມ ."
ໂຄງການເຂດທ່າບົກ-ທ່ານາແລ້ງ ກວມເອົາທີ່ດິນ ຂອງຂາວບ້ານຊຽງດາ ທັງໝົດປະມານ 1,000 ຄອບຄົວ ແຕ່ບໍ່ ໄດ້ລະບຸເນື້ອທີ່ ຖືກຜົລກະທົບ, ໃນນັ້ນ ກໍມີຊາວບານຫຼາຍຄອບຄົວ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ເພາະວ່າ ເຂົາເຈົ້າເຫັນວ່າ ຄ່າຊົດເຊີຍບໍ່ເໝາະສົມ ອີງຕາມຂໍ້ມູນຈາກຊາວບ້ານ. ໂຄງການຈະຊົດເຊີຍຊາວບ້ານ ສຳລັບສິ່ງປຸກສ້າງເທົ່ານັ້ນ ແຕ່ຈະບໍ່ຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານ.
ໂຄງການເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ທີ່ໄດ້ກວມເອົາທີ່ດິນຂອງຊາວບ້ານ ຢູ່ເມືອງຫາດຊາຍຟອງ ໄປແລ້ວນັ້ນ ບໍ່ໄດ້ລະບຸຢ່າງຄັກແນ່ວ່າ ເອົາດິນຊາວບ້ານໄປຈັກຄອບຄົວ ແຕ່ຍັງມີຊາວບ້ານອີກປະມານ 50 ຄອບຄົວ ທີ່ຍັງລໍຖ້າຄ່າຊົດເຊີຍ ຈາກໂຄງການນີ້ ອີງຕາມຂໍ້ມູນຈາກຊາວບ້ານ.
ໂຄງການ ເຂດພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ທັງໝົດ 417 ເຮັກຕ້າຣ໌.
ເຂດໂລຈິສຕິກສ໌ ພາຣ໌ກ ມີເນື້ອທີ່ 327 ເຮັກຕ້າຣ໌ ໄດ້ເປີດນຳໃຊ້ໃນເດືນທັນວາ 2021 ສ່ວນວ່າ ເຂດທ່າບົກ-ທ່ານາແລ້ງ ທີ່ມີເນື້ອທີ່ 90 ເຮັກຕ້າຣ໌ ໄດ້ສ້າງສຳເລັດແລ້ວ 90 ເປີເຊັນ ແລະ ຈະເປີດນຳໃຊ້ໃນທ້າຍປີ 2022.
