ທ.ໂອບາມາຈະເວົ້າເຖິງສິດທິ ມະນຸດ

0:00 / 0:00

ບັນຫາ ສິດທິມະນຸດ ໃນລາວ ເປັນນຶ່ງ ໃນຈໍານວນ ຫຼາຍໆບັນຫາ ທີ່ ປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ຈະໄດ້ນໍາໄປ ສົນທະນາ ກັບ ທາງການລາວ ໃນຣະຫວ່າງ ທ່ານ ໄປຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງປະຊຸມ ສຸດຍອດ ເອເຊັຽ ຕະເວັນອອກ ຊຶ່ງມີກໍານົດ ຈັດຂຶ້ນທີ່ ນະຄອນຫຼວງ ວຽງຈັນ ຣະຫວ່າງ ວັນທີ່ 6 ຫາ 8 ກັນຍາ ນີ້, ຕາມການ ເປີດເຜີຍ ຂອງ ທ່ານ Daniel Russel ຜູ້ຊ່ວຍ ຣັຖມົນຕຣີ ຕ່າງປະເທດ ຮັບຜິດຊອບ ກິຈກັມ ເອເຊັຽ ຕະເວັນອອກ ແລະ ປາຊີຟິກ.

ທ່ານ Russel ໄດ້ກ່າວ ໃນເວລາ ທ່ານ ຕອບຄໍາຖາມ ນັກຂ່າວ ເອເຊັຽ ເສຣີ ຜແນກ ພາສາລາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ເມື່ອ ວັນທີ 30 ສິງຫາ ໃນຣະຫວ່າງ ການຖແລງຂ່າວ ກ່ຽວກັບ ການເດີນທາງ ໄປ ປະເທດຈີນ ແລະ ສປປ ລາວ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໃນ ຕອນນຶ່ງວ່າ:

"ກ່ຽວກັບເຣື້ອງ ສິດທິມະນຸດ ນັ້ນ ມັນເປັນ ສ່ວນນຶ່ງ ຂອງ ຣາຍການ ຢູ່ໃນທຸກໆ ການສົນທະນາ ຂອງ ປະທານທາທິບໍດີ ໂອບາມາ ກັບບັນດາ ປະເທດ ຄູ່ຮ່ວມ ເຊັ່ນດຽວກັນ ມັນກໍເປັນ ບັນຫາ ບຸຣິມະສິດ ຂອງ ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງປະເທດ ກັບ ເຈົ້າໜ້າທີ່ ຣັຖບານ ຂອງ ປະເທດອື່ນໆ".

ທ່ານ Russel ວ່າ ໃນເວລາທີ່ ທ່ານ ຕິດຕາມ ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງປະເທດ ໄປລາວ ເມື່ອເດືອນ ກຸມພາ ແລະ ຫລ້າສຸດ ເມື່ອເດືອນ ກໍຣະກະດາ ທ່ານ ກໍໄດ້ຍົກ ບັນຫານີ້ ຂຶ້ນມາເວົ້າ ກັບ ທາງການລາວ. ໃນເວລາ ທ່ານ ຈອນ ແຄຣີ ພົບປະ ເຈຣະຈາ ກັບຝ່າຍລາວ ນັ້ນ ທ່ານໄດ້ກ່າວ ເນັ້ນເຖິງ ຄວາມສໍາຄັນ ຂອງ ສະຫະຣັຖ ແລະ ປະຊາຄົມ ສາກົນ ກ່ຽວກັບ ການເຄົາຣົບ ກຽຕ ສັກສີ ຂອງ ມະນຸດ ແລະ ເຄົາຣົບ ສິດທິມະນຸດ.

ທ່ານວ່າ ທ່ານ ຈອນ ແຄຣີ, ແລະ ທ່ານເອງ ແລະ ເອກອັຄຣາຊທູດ ສະຫະຣັຖ ປະຈໍາລາວ ໄດ້ຍົກຈຸດ ສະເພາະ ຂຶ້ນມາເວົ້າ ກັບ ທາງການລາວ ແລະ ໄດ້ເວົ້າເຖິງ ຈຸດທີ່ຈະຮ່ວມ ເຮັດວຽກ ຢ່າງຕັ້ງໜ້າ ກັບ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ.

ທ່ານວ່າ ທ່ານມີ ຄວາມໝັ້ນໃຈ ທີ່ ທ່ານ ໂອບາມາ ຈະເວົ້າແບບ ສັງສັນ ກັບ ເຈົ້າໜ້າທີ່ ທາງການລາວ ດ້ວຍຕົນເອງ ກ່ຽວກັບ ບັນຫາ ສໍາຄັນໆ, ເຮັດໃຫ້ ໂຄງການ ພັທນາທີ່ ສະຫະຣັຖ ດໍາເນີນຢູ່ ມີຄວາມແຈ້ງຂາວ ຊຶ່ງ ສະຫະຣັຖ ຊອກຫາ ຊ່ອງທາງ ຊ່ວຍປັບປຸງ ການຈັດຕັ້ງ ສະຖາບັນ ທີປົກປັກ ຮັກສາ ສິດທິ ຂອງ ພົລເມືອງ ທຸກຄົນ ໃນປະເທດ.

ແລະ ທ່ານຢາກ ຮັບປະກັນວ່າ ໃນເວລາ ພວກທ່ານ ເບິ່ງຮູບພາບ ວີດີໂອ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໂອ້ລົມກັບ ບັນດາ ຜູ້ຕາງໜ້າ ຜູ້ນໍາຊາວຫນຸ່ມ ທີ່ ມາຈາກ ທຸກຫົນ ທຸກແຫ່ງ ທົ່ວ ອາຊຽນ ແລະ ສປປ ລາວ ພວກທ່ານ ຈະໄດ້ຍິນ ທ່ານ ໂອບາມາ ເວົ້າຄວາມເວົ້າ ຍົກສູງ ແລະ ບັນດານໃຈ ອັນດຽວກັນ ກັບທີ່ທ່ານ ໄດ້ເວົ້າຕໍ່ ຊາວຫນຸ່ມ ທຸກແຫ່ງ ທີ່ ທ່ານ ເດີນທາງໄປ.