ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງການຕ່າງປະເທດ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 77 ຂອງອົງການ ສະຫະປະຊາຊາຕ ແລະກອງປະຊຸມ ນອກເວທີໃຫຍ່ ທີ່ນະຄອນນິວຢອກ, ສະຫະຣັຖອາເມລິກາ ໃນຂະນະທີ່ປະຊາຊົນລາວ ທົ່ວໄປ ບໍ່ຮູ້ຂ່າວ (ບໍ່ໃຫ້ຄວາມສົນໃຈຮັບ), ແມ່ນແຕ່ຜູ້ມີຄວາມຮູ້ ກໍຮູ້ຂ່າວໜ້ອຍດຽວ, ບໍ່ໄດ້ຕິດຕາມ.
ດັ່ງນັກຮຽນຮູ້ປັນຍາຊົນລາວ ຜູ້ຂໍສງວນຊື່, ສະຖານທີ່ ແລະເວລາທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:
" ໄດ້ຍິນຂ່າວແຕ່ວ່າ ເພິ່ນໄປປະຊຸມຫັ້ນແຫລະ ຢູ່ນິວຢ໊ອກຫັ້ນ ໄດ້ພົບປະກັບທີ່ວ່າ ຮັບຜິດຊອບໂຄງການຊ່ອຍເຫລືອເດັກຫັ້ນ ໄດ້ຍິນທໍ່ນັ້ນແຫລະ ເພິ່ນເວົ້າຫຍັງກໍບໍ່ຮູ້ . ຂ່າວເຂົາປະກາດອອກ ໜ້ອຍດຽວດອກ ບໍ່ໄດ້ຕິດຕາມ."
ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໃນມື້ວັນທີ 24 ກັນຍາ 2022 ຊຶ່ງໃນນັ້ນທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວເຖິງຫລາຍບັນຫາ ຮວມທັງວ່າG
" ພວກເຮົາຢູ່ໃນ ໄລຍະຫົວລ້ຽວຫົວຕໍ່ ທີ່ສໍາຄັນ ເມື່ອປະຊາຄົມສາກົລ ກໍາລັງປະເຊີນກັບ ຄວາມທ້າທາຍຫລາຍແງ່ມຸມ ນັບຕັ້ງແຕ່ການຂັດແຍ່ງທາງອາວຸດ ໄປເຖິງວິກິຕສິ່ງແວດລ້ອມ ແລະພາວະເສຖກິຈຕົກຕໍ່າ ຊຶ່ງເປັນອຸປະສັກ ຕໍ່ການພັທນາລະດັບໂລກ. "
ທ່ານກ່າວຕໍ່ໄປວ່າ ການດໍາເນີນ ເປົ້າໝາຍ ການພັທນາ ທີ່ຍືນຍົງ ຫຼື Sustainable Development Goals (SDGs) ບໍ່ເຄີຍເຮັດໃຫ້ມົວໝອງມາກ່ອນ. ເປັນເຣື່ອງທີ່ໜ້າທໍ້ໃຈ ທີ່ປະຊາຊົນ ແລະປະເທດທີ່ບອບບາງທີ່ສຸດ ກໍາລັງທຸກທໍຣະມານທີ່ສຸດ.
ບັນດາປະເທດ ທີ່ຢູ່ໃນສະຖານະການພິເສດ ເຊັ່ນ ປເທດທີ່ພັທນານ້ອຍທີ່ສຸດ ຫຼື Least Developed Countries (LDCs), ປະເທດກຳລັງພັທນາ ທີ່ບໍ່ມີທາງອອກ ສູ່ທະເລ ຫຼື Landlocked Developing Countries (LLDCs) ແລະ ພາວະທີ່ເດັກນ້ອຍ ໃນຊ່ວງອາຍຸ 1 ປີ ທຳອິດເສັຽຊີວິຕ ຫຼື Sudden Infant Death Syndrome (SIDS) ທີ່ຕ້ອງປະເຊີນ ກັບເວລາທີ່ຍາກລໍາບາກທີ່ສຸດ ໃນການຮັບມື ກັບຜົລກະທົບຂອງ ໂຄວິດ-19 ກໍາລັງປະເຊີນ ກັບວິກິຕ ສະພາບພູມີອາກາດ, ອາຫານ ແລະພະລັງງານ. ເປັນເຣື່ອງທີ່ໜ້າຕົກໃຈ ຫລາຍກວ່າ ທີ່ເຄີຍເປັນມາ ສໍາລັບປະຊາຄົມສາກົນ ໃນການຫາທາງແກ້ໄຂ, ບໍ່ພຽງແຕ່ຈະເຮັດໃຫ້ເກີດການປ່ຽນແປງເທົ່ານັ້ນ ແຕ່ຍັງລວມໄປເຖິງ ການປະຕິບັດໄດ້ແທ້, ມີປະສິທທິພາບ ທີ່ມຸ້ງເນັ້ນການປະຕິບັດຢ່າງຍືນຍົງ ແລະປັບໃຫ້ເຂົ້າກັບຄວາມຕ້ອງການ ຢ່າງຮີບດ່ວນທີ່ສຸດ, ເພື່ອເຮັດໃຫ້ຜູ້ທີ່ບອບບາງທີ່ສຸດ ຈະບໍ່ຖືກປະຖິ້ມໄວ້ຂ້າງຫລັງ.
ທ່ານເວົ້າວ່າ ສປປລາວ ມີສ່ວນຮ່ວມຢ່າງແຂງຂັນ ແລະມີສ່ວນຮັບຜິດຊອບ ພາຍໃຕ້ຂອບຂອງອາຊ້ຽນ ໃນການສົ່ງເສີມ ສັນຕິພາບ ແລະສະເຖັຍລະພາບ.
ທ່ານກ່າວ່າ:
“ແຕ່ເຖິງຢ່າງກໍຕາມ ຕລອດໄລຍະ 3 ປີທີ່ຜ່ານມາ ການແພ່ລະບາດ ຂອງໂຄວິດ-19 ໄດ້ສົ່ງຜົລກະທົບໂດຍຕຣົງຕໍ່ການພັທນາເສຖກິຈ ແລະສັງຄົມຂອງທຸກປະເທດ ໂດຍສະເພາະປະເທດ ທີ່ພັທນານ້ອຍທີ່ສຸດ ຮວມທັງ ສປປ ລາວ. ດັ່ງນັ້ນ ຄວາມກ້າວໜ້າ ທີ່ເກີດຂຶ້ນກ່ອນ ເກີດການແພ່ຣະບາດ ຂອງໂຄວິດ-19 ໃນການດໍາເນີນການ ພັທນາປະເທດ ແລະຄວາມມຸ້ງໝັ້ນ ລະດັບຊາຕ ຂອງພວກເຮົາ ແລະນາໆຊາຕ ເຊັ່ນ SDGs ແລະອື່ນໆ ຈຶ່ງຖືກທໍາລາຍ ຢ່າງຮ້າຍແຮງ, ສົ່ງຜົລກະທົບ ຕໍ່ການດໍາລົງຊີວິຕ ຂອງປະຊາຊົນທຸກລະດັບ.”
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຍຣະມັນ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ແລ້ວແມ່ນວ່າ ສໍາລັບ ສປປ ລາວ ບໍ່ແມ່ນແຕ່ການຣະບາດ ຂອງໂຄວິດ-19 ເທົ່ານັ້ນ ທີ່ເປັນປັດໄຈ ເຮັດໃຫ້ແຜນ ພັທນາເສຖກິຈ-ສັງຄົມ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ເທົ່າທີ່ຄວນ, ມີຫລາຍບັນຫາ ໃນຕົວຂອງຜູ້ນໍາລາວເອງ ທີ່ທ່ວງດຶງ ການພັທນານັ້ນ.
" ເພິ່ນຄວນຍອມຮັບວ່າ ເພິ່ນບໍ່ສາມາດປະຕິບັດໄດ້ເນາະ ເພິ່ນກ່າວຢູ່ຕອນນຶ່ງວ່າ ສປປ ລາວ ບໍ່ສາມາດປະຕິບັດໄດ້ເນາະ. ສປປ ລາວ ບໍ່ສາມາດປະຕິບັດໄດ້ ຕາມເປົ້າໝາຍ ຂອງການພັທນາ ແບບຍືນຍົງ ຍ້ອນບັນຫາ ໂຄວິດ. ພວກເຮົາຕີລາຄາແລ້ວ່າ ການພັທນາແບບຍືນຍົງນີ້ ບໍ່ແມ່ນວ່າ ປະຕິບັດບໍ່ໄດ້ຢູ່ໃນລາວຍ້ອນບັນຫາ ໂຄວິດເທົ່ານັ້ນ. ບັນຫາໂຄວິດ ມັນກະມີສ່ວນຢູ່ ແຕ່ວ່າບັນຫາໃຫຍ່ ແມ່ນບັນ ຫາການປົກຄອງ ທີ່ເພິ່ນບໍ່ໃຫ້ສິທທິປະຊາຊົນ. ເພິ່ນມອບໃຫ້ນາຍທຶນ ຕ່າງຊາຕນີ້ ມາຍຶດທີ່ດິນ ປະຊາຊົນ ມາມີສິທ ເໜືອປະຊາຊົນ ໂດຍສະເພາະຈີນ, ພວກວຽດນາມ ອັນນີ້ເປັນຕົ້ນ. ແລ້ວການປົກຄອງ ຂອງເພິ່ນນີ້ ເປັນຜະເດັດການ ຢຽບຍໍ່າສິທເສຣີພາບ ຂອງປະຊາຊົນລາວ ທີ່ບໍ່ມີສິທ ມາຮ້ອງຂໍຕໍ່ວ່າ ຫລືບໍ່ມີສິທທິຈັດຕັ້ງໂຄງການ ພັທນາແບບຍືນຍົງ ດ້ວຍປະຊາຊົນລາວ ຢ່າງມີເອກພາບ ແລະມີເສຣີພາບ ໃນການປະຕິບັດ. "
ໃນການເຂົ້າຮ່ວມ ກອງປະຊຸມສະມັດຊາ ໃຫຍ່ຄັ້ງທີ 77 ຂອງສະຫະປະຊາຊາຕ ນີ້, ອົງການ ພັນທະມິຕເພື່ອປະຊາທິປະໄຕ ໃນລາວ ກໍໄດ້ເຂົ້າຮ່ວມ Side events ຫລືກອງປະຊຸມກ່ຽວຂ້ອງ ຫລາຍກອງປະຊຸມ.
ດັັ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ:
“ພວກຂ້າພະເຈົ້າ ຂອງອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ໄດ້ເຂົ້າຮ່ວມ ເປັນທາງການ ໄດ້ເຂົ້າຮ່ວມກອງປະຊຸມ ພາກຕ່າງໆ ຂອງພວກເພິ່ນ ທີ່ຈັດຂຶ້ນ. ກອງປະຊຸມທີ່ສໍາຄັນ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ທີ່ກ່າວເຖິງຫລາຍບັນຫາ. ໃນນັ້ນກະແມ່ນກ່າວເຖິງບັນຫາ ການພັທນາແບບຍືນຍົງ ໂດຍສະເພາະ ແມ່ນບັນຫາຄວາມທຸກຈົນ ບັນຫາການສຶກສາ ບັນຫາການທໍາລາຍ ສະພາບແວດລ້ອມ ລະກະບັນຫາ ຄວາມເປັນທັມ.”
ນອກຈາກ ການເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ທີ່ວ່ານັ້ນແລ້ວ ຄະນະຜູ້ແທນພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ໄດ້ເຂົ້າຮ່ວມການເດີນ ປະທ້ວງໃຫຍ່ ທີ່ມີຫລາຍພັນຄົນ ເຂົ້າຮ່ວມ ໃນມື້ວັນທີ 23 ກັນຍານີ້ “ການມາຮ່ວມກອງປະຊຸມ ຂອງສະຫະປະຊາຊາຕ ທີ່ນິວຢ໊ອກຄັ້ງນີ້ ພວກເຮົາ ໄດ້ມີການເຂົ້າຮ່ວມການ ເດີນຂະບວນປະທ້ວງ” ໂດຍໄດ້ຊູປ້າຍປະທ້ວງ ທວງໃຫ້ມີການປ່ອຍຕົວ ນັກເຄື່ອນໄຫວ ຕໍ່ສູ້ເພື່ອສິທທິມະນຸສ ແລະສະພາບແວດລ້ອມ, ທວງໃຫ້ປ່ອຍຕົວ ຍານາງ ໝ້ວຍ ຫລື ຮວຍເຮືອງ ໄຊຍະບູຣີ ຢ່າງຮີບດ່ວນ.
ກອງປະຊຸມ ສະມັດຊາໃຫຍ່ຄັ້ງທີ 77 ຂອງອົງການ ສະຫະປະຊາຊາຕ ໄດ້ເປີດມາແຕ່ມື້ວັນທີ 13 ກັນຍາ 2022, ແຕ່ມື້ທໍາອິດ ຂອງການອະທິບາຍທົ່ວໄປ ລະດັບສູງ ຫລື ຫົວໜ້າຄະນະ ຜູ້ແທນຂອງແຕ່ລະປະເທດ ແມ່ນເລີ້ມວັນທີ 20 ກັນຍານີ້ມາ.