ສື່ມວນຊົນລາວ ຖືກຈຳກັດສິດ ໃນການນໍາສະເໜີຂ່າວ

ໄຊຍາ
2024.08.16
ສື່ມວນຊົນລາວ ຖືກຈຳກັດສິດ ໃນການນໍາສະເໜີຂ່າວ ຄົນງານ ບໍລິສັດຈີນຕັ້ງເຮືອນນອນຂຸດ ບໍລິເວນກາງດອນ ໃນແມ່ນ້ຳຂອງ ເຂດເມືອງໝື່ນ ແຂວງວຽງຈັນ, ເດືອນພຶດສະພາ 2024.
RFA

ວັນທີ 13 ຂອງເດືອນສິງຫາທຸກປີຖືເປັນວັນສື່ມວນຊົນແລະການພີມຈໍາໜ່າຍ.ໃນປີ 2024 ນີ້ ຄົບຮອບ 74 ປີ.  ພາຍໃຕ້ແນວຄິດຂອງພັກປະຊາຊົນປະຕິວັດລາວທີ່ມີການນໍາໃຊ້ເປັນກະບອກສຽງໃຫ້ ພັກ-ລັດ ແລະ ປະຊາຊົນຕະຫຼອດໄລຍະເວລາທີ່ຜ່ານມາຈົນຮອດປັດຈຸບັນ.

 ເຖີງວ່າການນໍາສະເໜີຂ່າວສານຈະໄດ້ຮັບການພັດທະນາໄປຕາມຍຸກສະໄໝເຂົ້າເຖີງໄດ້ງ່າຍແຕ່ສື່ມວນຊົນໃນລາວກໍ່ຍັງຖືກຈຳກັດສິດ-ເສລີພາບໃນການນໍາສະເໜີຂ່າວສານຢ່າງກົງໄປກົງມາໂດຍສະເພາະເລື່ອງການເມືອງ ແລະ ແນວຄິດຂອງພັກປະຊາຊົນປະຕິວັດລາວນທີ່ຍັງຖືກຫ້າມນໍາສະເໜີຢ່າງເດັດຂາດ. ດັ່ງນັກຂ່າວໃນນະຄອນຫຼວງວຽງຈັນກ່່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 16 ສິງຫາ ນີ້ວ່າ.

“ ຄືຢູ່ລາວມັນມີຫຼາຍເງື່ອນໄຂໂພດຈະບໍ່ນໍາສະເໜີແບບໂຈມຕີຜູ້ນີ້ຜູ້ນັ້ນເນາະບໍ່ຄ່ອຍນໍາສະເໜີແບບທາງລົບນ່າເຮົາຈະເຮັດໄປຕາມທີ່ເພິ່ນວາງໄວ້ບໍ່ສາມາດຈະໄປເອົາອອກຂ່າວແບບປະເທດອື່ນ ໆ ນ່າເຮົາຊິເຮັດແບບນອກຫຼາຍກາບໍ່ໄດ້ເດຂ່າວ ອີ່ຫຍັງກາຢ່າຍັງຈຳກັດຢູ່ແມ່ນແນ່ນອນ”

 ທ່ານກ່າວຕື່ມວ່າຕະຫຼອດໄລຍະເວລາຜ່ານມາຈົນມາຮອດປັດຈຸບັນນີ້ສື່ມວນຊົນທຸກຄົນທຸກສຳນັກຂ່າວມີໜ້າທີ່ນໍາສະເໜີຂໍ້ມູນຂ່າວສານຕາມແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ, ຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ຕອບໂຕ້ກຸ່ມຄົນບໍ່ດີເພື່ອປົກປ້ອງອິດທິພົນ ແລະ ການເປັນປໍລະປັກຕໍ່ພັກໂດຍແຕ່ລະທ້ອງຖີ່ນທົ່ວປະເທດລາວກໍ່ຈະມີຂະ

ແໜງການຄຸ້ມຄອງຢ່າງໄກ້ຊິດ.

 ນັກຂ່າວ( ໜັງສືພີມສະຫວັນພັດທະນາ)ໃນແຂວງສະຫວັນນະເຂດກ່າວວ່າການນໍາສະເໜີຂ່າວໃນປະເທດລາວຍັງຖືກຈໍາກັດເນື້ອໃນຢ່າງເຂັ້ມງວດແລະເດັດຂາດ. ສື່ມວນຊົນທຸກຄົນຈະບໍ່ໄດ້ຮັບອະນຸຍາດໃຫ້ນຳສະເໜີຂ່າວວິພາກວິຈານ, ສະແດງຄວາມຄິດເຫັນຕໍ່ນະໂຍບາຍຂອງ ພັກ-ລັດ. ເຖີງແມ່ນວ່າຂໍ້ມູນຂ່າວສານເລົ່ານັ້ນຈະເປັນເລື່ອງທີ່ເກີດຂື້ນຈິງກໍ່ຕາມ ແລະ ການນໍາສະເໜີຂ່າວແຕ່ລະຄັ້ງສື່ມວນຊົນກາມີຄວາມລະມັດລະວັງເປັນທີ່ສຸດໃນເລື່ອງນີ້. ດັ່ງນັກຂ່່່່າວກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ ເນື້ອໃນຂໍ້ຄວາມໃນການເວົ້າຫັ້ນຖ້າວ່າເຮົາບໍ່ໂຈມຕີພາກລັດເນາະຫຼືວ່າຂັ້ນເທີງມັນຊິບໍ່ເປັນຫຍັງຖ້າວ່າເປັນຫຍັງມາຜິດໝົດໃດຄືໄທເຮົານີ້ມັນເປັນສຳນັກສື່ຂອງລັດນີ້ໄທເຮົາອາດຈະບໍ່ມີບັນຫາຖ້າມັນຜິດມາແລະມັນກາໄດ້ຫຍຸ້ງຍາກໄປຫຼາຍຫຼາຍແນວໃດມັນເປັນຄົນລະລະບົບລະມັດລະມັວຫັ້ນແລ້ວຕົວນີ້ຫັ້ນ”

 ນັກຂ່າວໃນແຂວງໄຊຍະບູລີກ່າວວ່າສື່ມວນຊົນທີ່ເຮັດວຽກຢູ່ພະແນກຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວມີໜ້າທີ່ນຳສະເໜີຂໍ້ມູນຂ່າວສານໜ່ວຍງານຂອງລັດເທົ່ານັ້ນບໍ່ສາມາດທີ່ຈະໄປລາຍງານຂ່າວໄດ້ຢ່າງອິດສະລະຫາກບໍ່ໄດ້ຮັບອະນຸຍາດຈາກຫົວໜ້າພະແນກຫຼືການນໍາລະດັບສູງໃນທ້ອງຖີ່ນນັ້ນ. ດັ່ງນັກຂ່າວກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ ສ່ວນຫຼາຍຈະໄດ້ຮັບການເຊີນຈະເປັນພິທີການແລ້ວເພິ່ນຊິມາຕ້ອງໄດ້ປະສານຫາພາກສ່ວນກ່ຽວຂ້ອງກ່ອນວ່າຂະເຈົ້າຮັບເຮົາໄດ້ບໍ່ຊິນ່າບາງທີ່ຢ້ານອອກແລ້ວຢ້ານມັນພ້ຽນຫຍັງຊິນ່າ, ສາມາດເຈາະຈີ້ມໄດ້ແຕ່ວ່າຕ້ອງຢູ່ໃນກອບຄັນເພິ່ນວ່າອໍຕົວນີ້ໃຫ້ຄຳຕອບບໍ່ໄດ້ເດີ້ເພິ່ນຫາກບອກ”

 ນັກຂ່າວແຂວງຊຽງຂວາງກ່າວວ່າເປັນໄປບໍ່ໄດ້ເລີຍທີ່ສື່ມວນຊົນໃນລາວຈະສາມາດນໍາສະ

ເໜີຂ່າວສານຢ່າງກົງໄປກົງໄປເພາະປັດຈຸບັນລັດຖະບານລາວກາເຂັ້ມງວດບໍ່ອະນຸຍາດໃຫ້ສື່ມວນຊົນນໍາສະເໜີຂ່າວສານທຸກຮູບແບບເພື່ອວິພາກວິຈານ, ໂຈມຕີ ພັກ-ລັດ ຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງ ພັກ-ລັດ. ດັ່ງນັກຂ່າວນາງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ ຄັນວ່າຊິເຮັດຂ່າວເນາະທາງພະແນກເຮົາສ່ວນຫຼາຍມັນຈະມີເອກະສານມາກ່ອນຕ້ອງໄດ້ມາຜ່ານຄືເກົ່າຫັ້ນແຫຼະຄັນວ່າໄປຄືວ່າບໍ່ແຮ່ເນາະເຮົາຕ້ອງໄດ້ໄປຜ່ານຂະເຈົ້າຢູ່ແລ້ວຕົວນີ້ມາເຮັດເລີຍເພິ່ນຊິບໍ່ໃຫ້ເຮັດອກຕົວນີ້ນ່າໜ້າຈະເປັນໄປບໍ່ໄດ້”

 ປັດຈຸບັນອົງການສື່ມວນຊົນໃນລາວທີ່ໄດ້ຮັບມີການຂື້ນທະບຽນພາຍໃຕ້ການຄວບຄຸມຂອງພັກປະຊາຊົນປະຕິວັດລາວປະກອບມີໜັງສືພີມຈຳນວນ 24 ແຫ່ງ, ສະຖານີໂທລະພາບຈຳນວນ 32 ແຫ່ງ, ສະຖານີວິທຍຸຈຳນວນ 44 ແຫ່ງ.

 ກ່ຽວບັນການລາຍງານຂ່າວຂອງສື່ມວນຊົນລາວປະຊາຊົນໃນແຂວງບໍລິຄໍາໄຊກ່າວວ່າ ປະເທດລາວເຖີງວ່າຈະມີອົງການສື່ມວນຊົນເປັນຈຳນວນຫຼາຍແຫ່ງທັງຂອງລັດຖະບານ ແລະ ບໍລິສັດເອກະຊົນແຕ່ກາບໍ່ໄດ້ມີການລາຍງານຂ່າວສານຢ່າງກົງໄປກົງມາ ແລະ ບໍ່ມີຄວາມໜ້າສົນໃຈເມື່ອທຽບໃສອົງການສື່ມວນຊົນຈາກປະເທດເພື່ອນບ້ານເຊັ່ນປະເທດໄທທີ່ມັກຈະມີການນໍາສະເໜີຂ່າວຢ່າງກົງໄປກົງມາ ແລະ ເປັນສື່ທີ່ສາມາດຈະລາຍງານຜົນກະທົບ, ລາຍງານຄວາມເດືອດຮ້ອນຂອງປະຊາຊົນໄດ້ຢ່າງອິດສະລະ, ວ່ອງໄວ, ມີຄວາມໜ້າສົນໃຈແຕ່ອົງການສື່ມວນຊົນໃນລາວມີແຕ່ລາຍງານຂ່າວວຽກງານແລະນະໂຍບາຍຂອງລັດຖະບານເທົ່ານັ້ນ. ດັ່ງປະຊາຊົນໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ ລາຍການຂ່າວເບິ່ງໜັງສ່ວນຫຼາຍກາເປັນຂອງໄທເພາະວ່າຊ່ອງລາວມັນບໍ່ໄດ້ເດ້ຊ່ອງລາວບ້ານເຮົາບໍ່ຄ່ອຍມີກາຕິດຕາມທາງໂທລະພາບເພຈໂທລະພາບເຮົາກາມີຫັ້ນນ່າການຜ່ານເຟສບຸກຄືກັນຄືມີກິລາຈັ່ງຊິເນາະບາງເທື່ອຊ່ອງລາວເຮົາຖ່າຍເນາະຊອກແນວດກາບໍ່ມີນ່າຊ້ອງລາວຫັ້ນນນ່າ”

 ປັດຈຸບັນລັດຖະບານລາວເຝົ້າຕິດຕາມເບິ່ງຜູ້ໃຊ້ສື່ສັງຄົມອ໋ອນລາຍຢ່າງໄກ້ຊິດຫາກພົບເຫັນບຸກຄົນໃດກໍ່ຕາມມີການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ຫຼື ມີການວິພາກວິຈານການເຮັດວຽກຂອງລັດທີ່ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງລັດ ຫຼື ປະເທດກໍ່ຈະຖືກຮຽກຕົວມາກ່າວຕັກເຕືອນແລະສັ່ງໃຫ້ປິດສື່ດັ່ງກ່າວທັນທີ.

 ຂະນະທີ່ອົງການຂ່າວທັງໝົດໃນລາວຫ້າມສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ມີລັກສະນະລາມົກອະນາຄານ, ບິດເບື້ອນ, ສົ່ງເສີມການກໍ່ການຮ້າຍ ຫຼື ຕໍ່ຕ້ານລັດຖະບານແຫ່ງ ສປປ ລາວ ຫາກລະເມີດຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໄໝ ແລະ ລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

 ທາງດ້ານອົງການຂ່າວບໍ່ມີພົມແດນ ຫຼື Repoters Without Borders ກໍ່ໄດ້ອອກລາຍງານວ່າລັດຖະບານລາວຍັງໃຊ້ອຳນາດຄວບຄຸມສື່ມວນຊົນໃນລາວຢ່າງເດັດຂາດເຮັດໃຫ້ເສລີພາບຂອງສື່ມວນຊົນລາວປະຈຳປີ 2024 ນີ້ຖືກຈັດຢູ່ໃນອັນດັບທີ່ 163 ຈາກທັງໝົດ 180 ປະເທດທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.