ຣັຖທັມນູນສະບັບປັບປຸງ ໃຫ້ ຕິຊົມ ໄດ້

ມະນີຈັນ
2015.04.22
F-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາຕ ສປປ ລາວ ທີ່ ນະຄອນຫຼວງ ວຽງຈັນ
LPDR

ຣັຖບານ ສປປລາວ ຮຽກຮ້ອງ ໃຫ້ ມວນຊົນ ພາກສ່ວນ ຕ່າງໆ ສະແດງ ຄວາມຄິດ ຄວາມເຫັນ ທີ່ ມີ ຜົລ ປໂຍດ ໃສ່ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ແກ້ໄຂ ຂັ້ນ ສຸດທ້າຍ ແລະ ຄວາມຄິດ ຄວາມເຫັນ ນັ້ນ ຈະ ຖືກ ຮັບຟັງ.

ຄໍາ ປະກາດ ຮຽກຮ້ອງ ຂອງ ຣັຖບານ ມີ ຂຶ້ນ ພາຍຫລັງ ທີ່ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ຖືກ ນໍາອອກ ເຜີຍແພ່ ຜ່ານ ໜັງສືພິມ ຜູ້ແທນ ປະຊາຊົນ ແຕ່ ວັນທີ 9 ເມສາ ເປັນຕົ້ນ ມາ ແລະ ຄໍາເຫັນ ຂອງ ປະຊາຊົນ ນັ້ນ ສາມາດ ສົ່ງ ເຖິງ ກອງ ເລຂາ ຄນະ ກັມການ ແຫ່ງຊາດ ປະຈໍາ ສະພາ ແຫ່ງຊາດ ທີ່ ນະຄອນ ຫລວງ ວຽງຈັນ.

ຄໍາ ຮຽກຮ້ອງ ຂໍ ຄວາມເຫັນ ຈາກ ປະຊາຊົນ ນັ້ນ ມີຂຶ້ນ ພາຍຫລັງ ການ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ນັ້ນ ຮຽບຮ້ອຍ ແລ້ວ ແລະ ມີການ ສັມມະນາ ກັນ ແລ້ວ ຍັງເຫລືອ ແຕ່ ຈະສົ່ງໃຫ້ ກອງ ປະຊຸມ ສະພາ ແຫ່ງຊາດ ສໄມ ສາມັນ ຊຶ່ງ ກໍານົດ ມີຂຶ້ນ ໃນ ເດືອນ ມີຖຸນາ ທີ່ ຈະມາເຖິງ ນີ້ ເພື່ອ ພິຈາຣະນາ ຮັບຮອງ ເອົາ ເທົ່ານັ້ນ.

ຜູ້ ສັງເກດ ການ ຫລາຍຄົນ ໃຫ້ ຄໍາເຫັນ ວ່າ ການ ຮຽກຮ້ອງ ໃຫ້ ປະຊາຊົນ ທຸກ ຊັ້ນຄົນ ປະກອບ ຄວາມເຫັນ ໃສ່ ຮ່າງ ຣັຖທັມນູນ ທີ່ ຜ່ານ ການ ສັມມະນາ ແລະ ກັ່ນກອງ ຈາກ ພັກ ແລ້ວ ນັ້ນ ຄົງເປັນ ພິທີການ ຊື່ໆ. ສິດທິ ພື້ນຖານ ແທ້ຈິງ ທີ່ ປະຊາຊົນ ຕ້ອງການ ນັ້ນ ຄົງ ບໍ່ຖືກ ຮັບຟັງ.

ຣັຖທັມນູນ ສະບັບ ດັດແກ້ ປັຈຈຸບັນ ທີ່ ປະກອບ ດ້ວຍ 14 ໝວດ 118 ມາຕຣາ ສະທ້ອນ ເຖິງ ເນື້ອໃນ ເພີ່ມເຕີມ ຣັຖທັມນູນ ປີ 2003 ທີ່ ປະກອບ ດ້ວຍ 11 ໝວດ 98 ມາຕຣາ ນັ້ນ. ຣັຖທັມນູນ ລາວ ສະບັບ ທຳອິດ ສະພາ ແຫ່ງຊາດ ໄດ້ ຮັບຮອງ ເອົາ ເມື່ອປີ 1991 ແລະ ປະກາດ ໃຊ້ ຢ່າງເປັນ ທາງການ ໃນ ວັນທີ 15 ສິງຫາ 1991 ຄື 16 ປີ ພາຍຫລັງ ການສ້າງ ຕັ້ງ ສປປ ລາວ ວັນທີ 2 ທັນວາ 1975.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.