ຜູ້ນຳລາວ ຍັງຈົງຮັກພັກດີ ຕໍ່ຣັສເຊັຽ

0:00 / 0:00

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ກ່າວ​ຄຳ​ປາ​ໃສ ເປັນ​ພາ​ສາ​ຣັສ​ເຊັຽ ເນື່ອງ​ໃນ​ໂອ​ກາດ ຄົບ​ຮອບ 225 ປີ ຂອງການສ້າງ​ຕັ້ງວິ​ທະ​ຍາ​ໄລ ​ສ້າງ​ຄູ​ແຫ່ງ​ນຶ່ງ ຢູ່​ປະ​ເທດ​ຣັສ​ເຊັຽ ເພື່ອ​ສ້າງ​ກະ​ແສ ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ຣັສ​ເຊັຽ.

ຖ່າມ​ກາງສົງ​ສົງ​ຄາມ​ ລະ​ຫວ່າງ ຣັສ​ເຊັຽ ແລະ ຢູ​ເຄຣນ, ມີ​ຄົນຕັ້ງ​ຂໍ້​ສັງ​ເກດວ່າ ຜູ້​ນຳ​ລາວຈຳ​ເປັນຕ້ອງໄດ້​ຢືນ​ຢູ່​ຂ້າງ​ຣັສ​ເຊັຽ ຍ້ອນ​ວ່າ ນັບ​ແຕ່​ປີ 1975 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ຜູ້​ນຳ​ລາວຕິດ​ໜີ້​ບຸນ​ຄຸນ​ຣັສ​ເຊັຽ.

ເຈົ້າໜ້າ​ທີ່​ທາງ​ການທ່ານ​ນຶ່ງ ຜູ້​ທີ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ຄັນ ​ວ່າບໍ່​ພັກ​ດີ ກະ​ຢາກ​ຫຍຸ້ງ ຄື​ຂ້ອຍ​ເວົ້າ ເປັນ​ແນວ​ນັ້ນ ອ້າວ​ກະ​ຫຍຸ້ງ​ແບບ ຄື​ກັນ​ກັບ​ຢູ​ເຄຣນ​ຫັ້ນ​ລະ ແບບ​ນັ້ນ​ແຫຼະ."

ເຈົ້າ​ໜ້າ​ທີ່ ​ທ່ານ​ນີ້ ກ່າວ​ວ່າ:

“ທິ​ສ​ດີ​ອັນ​ນີ້​ນ່າ ມັນ​ຊິ​ເຮັດ​ຫຍັງ​ໄດ້ ທິ​ສ​ດີອັນ​ປັຊຍາ ເຣື່ອງ​ເສ​ຖ​ສາ​ຕ ມັນ​ຕົວະ​ໄດ້​ລະ​ແມ່ນ​ດີ.”

ແລະ ຜູ້​ສັງ​ເກດ​ການ​ຢູ່​ໃນ​ລາວ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ​ວ່າ: “ການ​ທີ່​ ທ່ານ ທອງ​ລຸນ ສີ​ສຸ​ລິດ ອອກ​ມາ​ເວົ້າ​ພາ​ສາ​ຣັສ​ເຊັຽ ໃນ​ໄລ​ຍະ​ນີ້ ເປັນ​ການ​ສ້າງ​ກະ​ແສ​ໃຫ້​ຄົນ​​ລາວ ​ຫັນ​ໄປ​ນິ​ຍົມ​ຣັສ​ເຊັຽ​ຂຶ້ນ​ອີກ ຍ້ອນ​ວ່າ ປັດ​ຈຸ​ບັນ​ຫຼາຍ​ປະ​ເທດ ມີ​ການ​ຄວ້ຳ​ບາດ​ຣັສ​ເຊັຽ.”

ລາວ​ເຣີ່ມ​ຟື້ນ​ຟູການ​ຮ່ວມ​ມື​ ກັບ​ຣັສ​ເຊັຽ​ຫຼາຍ​ຂຶ້ນ ຫຼັງ​ຈາກ​ທີ່​ໄດ້​ມິດ​ງຽບ​ໄປ​ປະ​ມານ 10 ປາຍປີ ນັບ​ແຕ່ອະ​ດີດ​ ສະ​ຫະ​ພາບ​ໂຊວຽດ ​ຫຼົ້ມ​ສລາຍໃນ​ປີ 1991.

ພ​ະ​ນັກ​ງານ​ບຳ​ນານ​ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ​ວ່າ: “ລາວ​ (ສປປ ລາວ) ຈຳ​ເປັນ​ຕ້ອງ​ໄດ້​ຫັນ​ໄປ​ເພິ່ງ​ຣັສ​ເຊັຽ ທາງ​ດ້ານ​ການ​ທະ​ຫານ​ຫຼາຍ​ຂຶ້ນ ອີງ​ໃສ່​ວ່າ ຜູ້​ນຳ​ລາວ​ຫຼາຍ​ຄົນ ເຄີຍ​ຮຽນ​ຢູ່​ຣັສ​ເຊັຽມາ​ກ່ອນ ຖ້າ​ໃຜ​ເວົ້າ​ໃຫ້​ຣັສ​ເຊັຽບໍ່​ດີ​ແນວ​ນັ້ນ, ແນວນີ້ ຖື​ວ່າ​ຜິດ​ແນວ​ທາງ ຫຼື ຖ້າມີ​ຄົນ​ຄັດ​ຄ້ານ ກໍ​ຖື​ວ່າ​ເປັນ​ສັດ​ຕູ.”

ໄດ້​ມີ​ການ​ເຜີຍ​ແຜ່ ຄຳ​ປາ​ໃສ ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ​ລົງ​ທ​າງ​ເຟ​ສ​ບຸກຄ໌ ໃນ​ອາ​ທິດ​ທີ່​ຜ່ານ​ມາ ໂດຍ ພິ​ທີ່ກອນໂທ​ລະ​ພາບ​ແຫ່ງ​ຊາດ ໄດ້​ອ່ານ​ຄຳ​ແປ​ເປັນ​ພາ​ສ​າ​ລາວ​ ຕອນ​ນຶ່ງວ່າ: "ໃນ​ຈຳ​ນວນ​ນັກ​ສຶກ​ສາ​ລາວ​ທີ່​ໂຊກ​ດີ​ທັງ 17 ຄົນ​ ນັ້ນ ໄດ້​ມີ​ຂ້າ​ພະ​ເຈົ້າ​ເອງ​ຜູ້​ນຶ່ງ ຊື່​ທອງ​ລຸນ ສີ​ສຸດ​ລິດ ຜູ້​ໜຸ່ມ​ນ້ອຍ​ຢູ່​ໃນ​ນັ້ນ ມາ​ເຖິງມື້ນີ້ ເວ​ລາ​ໄດ້​ຜ່ານ​ໄປ 40 ກວ່າ​ປີ​ແລ້ວ ແຕ່​ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຄີຍ​ລືມ​ໂຮງ​ຮຽນ​ເກົ່າ​ໂຕ​ເອງ​ຈັກ​ເທື່ອ ແລະ ກໍ​ບໍ່​ເຄີຍ​ຫຼົງ​ລືມ​ປ​ລິນ​ຍາ​ທີ່​ໄດ້​ຮັບ​ນັ້ນ​ໄດ້."

ອົງ​ການ​ຂ້າ​ຫຼວງ​ໃຫຍ່ ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໄດ້ມີ​ການ​ລົງ​ຄະ​ແນນ​ສຽງ​ໃຫ້ການໂຈະ​ ຫຼື ລະ​ງັບ​ບົດ​ບາດ ປະ​ເທດ​ຣັສ​ເຊັຽ ຢູ່​ໃນສະ​ພາ​ສິດ​ທິ​ມະ​ນຸ​ສ ໃນ​ວັນ​ທີ 7 ເມ​ສາ 2022 ຢູ່ ນະຄອນ ນີວ ຍອກຄ໌ (New York) ປະເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ຫາ​ວ່າ ທະ​ຫານ​ຣັ​ສເຊັຽ ໄດ້​ທຳ​ການ​ສັງ​ຫານ​ໝູ່ ປະ​ຊາ​ຊົນ​ຊາວຢູ​ເຄຣນ ຢູ່​ເມືອງ ບູຊາ (Bucha) ທີ່​ຢູ່​ໃກ້​ກັບ ນະ​ຄອນ​ຫລວງຄຽບ (Kyiv) ຂອງປະ​ເທດ​ຢູ​ເຄຣນ, ອີງ​ຕາມ​ຂໍ້​ມູນ ຈາກອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຫຼື United Nations. ອົງ​ການ​ຂ້າ​ຫຼວງໃຫຍ່ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ມີ​ສະ​ມາ​ຊິກ​ທັງ​ໝົດ 193 ປະ​ເທດ ໃນ​ນັ້ນ ​ມີ 93 ປະ​ເທດ ໄດ້ລົງ​ຄະ​ແນນ​ສຽງ​ເຫັນ​ດີ ໃຫ້​ໂຈະບົດ​ບາດຂອງຣັ​ສເຊັຽ ຢູ່​ໃນ​ສະ​ພາ​ສິ​ດ​ທິ​ມະ​ນຸ​ສ, ມີ 24 ປະ​ເທດ ເຊິ່ງ​ມີ​ປະ​ເທດ​ລາວ ຢູ່​ໃນ​ນັ້ນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ, ແລະ 58 ປະ​ເທດງົດ​ອອກ​ສຽງ.

ທາງ​ການລາວ ໄດ້​ພົວ​ພັນ​ກັບ​ຣັສ​ເຊັຽ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ຂາດ​ແຄນ​ນ້ຳ​ມັນ. ໃນວັນທີ 06 ພຶສພາ ຜ່ານມາ ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ອອກແຈ້ງການສະບັບເລຂທີ 621 ທີ່ຣະບຸໃຫ້ກະຊວງອຸດສາຫະກັມ ແລະການຄ້າ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄົ້ນຄວ້າ ກົນໄກການນໍາເຂົ້ານໍ້າມັນເຊື້ອໄຟ ພ້ອມເຈຣະຈາຂໍຊື້ນໍ້າມັນເຊື້ອໄຟ ລາຄາຍ່ອມເຍົາ ຈາກປະເທດຣັສເຊັຽ ເພື່ອຊ່ອຍຫຼຸດຜ່ອນບັນຫາຕົ້ນທຶນ ການນຳເຂົ້າແລະຂາດເຂີນນໍ້າມັນເຊື້ຶຶອໄຟພາຍໃນ​ລາວ.

ປະ​ເທ​ດ​ລາວ​ຍັງ​ຕິດ​ໜີ້​ຣັສ​ເຊັຽ ເປັນ​ຈຳ​ນວນ​ຫຼາຍ 100 ລ້ານ​ໂດ​ລ້າຣ໌. ວາ​ລະ​ສານ​ໜີ້​ສິນ​ ສາ​ທາ​ຣະ​ນະຂອງ​ກະ​ຊວງ​ການ​ເງິນ ສະ​ບັບ ​ປີ 2020 ໄດ້​ຣາຍ​ງານ​ວ່າ ປະ​ເທດ​ລາວຕິດ​ໜີ້​ຣັສ​ເຊັຽ 260 ລ້ານ​ໂດ​ລ້າ​ຣ໌, ແຕ່ ແຫຼ່ງ​ຂ່າວ​ຈາກ​ທາງ​ການ​ລາວ ໃຫ້​ຄຳ​ເຫັນ​ວ່າ ມູນ​ຄ່າ​ໜີ້​ສິນທີ່ບໍ່​ມີ​ການ​ເປີດ​ເຜີຍ ສູງກວ່ານີ້. ໃນ​ປີ 2018, ຣັ​ຖ​ບານລາວ ໄດ້​ສັ່ງ​ຊື້​ຍົນ​ຝຶກ​ແອບ​ການ​ສູ້​ຣົບ 4 ລຳ​ ແລະ ໄດ້​ສັ່ງ​ຊື້ຣົ​ຖ​ຖັງ​ຫຼາຍ​ 10 ຄັນ ຈາກ​ຣັສ​ເຊັຽ. ປະ​ກອບ​ກັບ​ໃນ​ເວ​ລາ​ນັ້ນ, ປະ​ເທດ​ລາວ ມີ​ບັນ​ຫາ​ຊາຍ​ແດນ​ກັບ​ປະ​ເທດ​ກັມພູ​ຊາ ໂດຍ​ສະ​ເພາະ​ຊາຍ​ແດນ ​ແຂວງ​ອັດ​ຕະ​ປື ແລະ ແຂວງ​ຈຳ​ປາ​ສັກ ທີ່​ຕິດ​ກັບ​ຊາຍ​ແດນ​ ປະ​ເທດ​ກັມ​ພູ​ຊາ ແລະ ຜູ້​ນຳ​ລາວ ກັບ ຜູ້ນຳກັມ​ພູ​ຊາ ໄດ້​ມີ​ການ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັນ​ຫຼາຍ​ຄັ້ງ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

ໃນ​ການ​ສັ່ງ​ຊື້​ຍົນ ແລະ ຣົ​ຖ​ຖັງ​ດັ່ງ​ກ່າວ ຜູ້​​ສັງ​ເກດ​ການ​ໃຫ້​ທັ​ສ​ນະ​ວ່າ ລາວບໍ່​ສາ​ມາດ​ຊື້​ເປັນ​ເງິນ​ສົດ​ໄດ້ ແຕ່ ຕ້ອງ​ໄດ້​ອະ​ນຸ​ຍາດ​ໃຫ້​ຣັສ​ເຊັຽ ມາ​ສັມປະ​ທານຂຸດ​ຄົ້ນ​ບໍ່​ແຮ່ ຫຼື ສັມ​ປະ​ທານ​ໂຄງ​ການ​ໃດ​ນຶ່ງ ​ໃນ​ປະ​ເທ​ດ​ລາວ.

ໃນວັນທີ 10 ຕຸລາ 2018 ຜ່ານມາ, ຄະນະເຈົ້າໜ້າທີ່ທະຫານ ຈາກປະເທດຣັສເຊັຍ 36 ທ່ານ ໄດ້ເດີນທາງມາເຖິງ ປະເທດລາວ ເພື່ອປະຕິບັດໜ້າທີ່ເກັບກູ້ຣະເບີດ ຢູ່ເມືອງຄຳເກີດ ແຂວງ ບໍລິຄຳໄຊ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທະຫານລະດັບສູງຂອງລາວທ່ານນຶ່ງ, ຫລັງຈາກອະດີດ ສະຫະພາບໂຊວຽດ ຫລົ້ມສລາຍແລ້ວ ທາງການຣັສເຊັຍ ກໍ ພະຍາຍາມເຂົ້າມາເຈຣະຈາ ກັບທາງການລາວ ເພື່ອ​ທວງເງິນທີ່ລາວຕິດໜີ້ຣັສເຊັຽ.

ເຈົ້າໜ້າທີ່ທະ​ຫານ​ລະ​ດັບ​ສູງ​ທ່ານນີ້ ກ່າວວ່າ:

"ກ່ຽວກັບການໃຊ້ໜີ້ ຕໍ່ຣັສເຊັຽ, ລາວຄົງຈະບໍ່ສາມາດໃຊ້ໜີ້ ເປັນເງິນສົດໄດ້ ນອກຈາກຈະເອົາບໍ່ແຮ່ ແລະ ໃຫ້ຣັສເຊັຽ ໄດ້ສັມປະທານ ໂຄງການໃດນຶ່ງ ເທົ່ານັ້ນ ເພື່ອລົບກັບໜີ້ສິນ ດັ່ງກ່າວ."

ໃນ​ປີ 2018, ສຳນັກຂ່າວ ສປຸດນິກ (Sputnik) ຂອງທາງການຣັສເຊັຽ ໄດ້ລາຍງານ ວ່າ: “ກະຊວງປ້ອງກັນປະເທດຣັສເຊັຽ ມີແຜນການເປີດຫ້ອງການ ເພື່ອໃຫ້ການຊ່ວຍເຫລືອຝ່າຍລາວ ໃນການນຳໃຊ້ ອຸປກອນທາງດ້ານ ການທະຫານທີ່ຜ​ລິດຈາກປະເທດຣັສເຊັຽ.”

ຂໍ້ຕົກລົງທີ່ທາງການລາວ ແລະຣັສເຊັຽ ໄດ້ເຊັນກັນເອົາໄວ້ແມ່ນໄດ້ລະບຸວ່າ: ຂໍ້ຕົກລົງໄດ້ເລັງໃສ່ສ້າງສູນບັນຊາການ ທາງທະຫານຂອງກະຊວງປ້ອງກັນ ປະເທດຣັສເຊັຽຢູ່ລາວ ເພື່ອໃຫ້ການຊ່ວຍເຫລືອຝ່າຍລາວ ກ່ຽວກັບເຣື່ອງການຮ່ວມມື ທາງການທະຫານ. ຂໍ້ຕົກລົງດັ່ງກ່າວ ໄດ້ລະບຸເອົາໄວ້ວ່າ ຝ່າຍລາວ ເປັນຜູ້ຮັບຜິດຊອບຄ່າໃຊ້​ຈ່າຍຕ່າງໆ ໃນການສ້າງຕັ້ງຫ້ອງການ, ການປະຖົມພະຍາບານ ໃຫ້ພະນັກງານທະຫານຣັສເຊັຽ ແລະ ການຮັກສາຄວາມປອດພັຍ.

ອີງຕາມຂໍ້ຕົກລົງດັ່ງກ່າວ, ຄະນະຜູ້ແທນຣັຖບານຣັສເຊັຽ ມີສິດມາຢ້ຽມຢາມໜ່ວຍງານ ທາງດ້ານການທະຫານຂອງລາວ ທີ່ມີບັນຫານຳໃຊ້ອຸປກອນທາງການທະຫານ ທີ່ຜລິດຈາກຣັສເຊັຽ ແລະນອກຈາກນີ້ ຊ່ຽວຊານຂອງຣັສເຊັຽ ທີ່ມາເຮັດວຽກນັ້ນ ບໍ່ມີສິດເຂົ້າມາປະຕິບັດ ການທາງທະຫານໂດຍກົງ, ແຕ່ຈະປະຕິບັດໃນຖາມຜູ້ຝຶກສອນເທົ່ານັ້ນ.

ໃນວັນທີ 22 ມົກກະຣາ 2018, ພົນ​ເອກ ຈັນສະໝອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນປະເທດຂອງລາວ ໄດ້ພົບກັບ ພົນເອກ ເຊຣເກ ໂຊຍກູ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ຣັສເຊັຍ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດລາວ ຢ່າງເປັນ ທາງການ.

ໃນເດືອນກັນຍາ ປີ 2017 ສຳ​ນັກ​ຂ່າວ ສປຸດນິກ (Sputnik) ຂອງຣັສເຊັຽ ໄດ້​ຣາຍ​ງານ​ວ່າ: “ທ່ານ ທອງລຸນ ສີສຸລິດ ໃນ​ເວ​ລ​ທີ່​ດຳ​ລົງ​ຕຳ​ແໜ່ງ ​ເປັນນາຍົກຣັຖມົນຕຼີລາວ ແລະ ທ່ານ ດີມິຕຣີ້ ເມັດເວດຽບ (Dmitry Medvedev) ນາຍົກຣັຖມົນຕຣີ ຣັສເຊັຍ ໄດ້ລົງນາມຂໍ້ຕົກລົງ ການຮ່ວມມືດ້ານການທະຫານ, ການກໍ່ສ້າງເຂື່ອນເຊກອງ 5 ໃນລາວ, ການຕໍ່ສູ້ຕ້ານການກໍ່ການຮ້າຍ, ການສື່ສານທາງອາກາດ ແລະ ແຜນການຮ່ວມມື ກ່ຽວກັບການນຳໃຊ້ ພລັງນິວເຄລັຽ ເພື່ອຈຸດປະສົງດ້ານສັນຕິພາບ.”