ສະພາຈະເພີ້ມສະມາຊິກ ເພດຍິງ

0:00 / 0:00

ທາງການລາວ ຕັ້ງເປົ້າຫມາຍ ໃຫ້ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ໃນ ວັນທີ 20 ມິນາ 2016 ນີ້ ໃຫ້ໄດ້ ສະມາຊິກ ແມ່ຍິງ ເພີ່ມເຖິງ 30 ສ່ວນຮ້ອຍ ຂຶ້ນໄປ. ສະມາຊິກ ສະພາ ຊຸດ ປັຈຈຸບັນ ມີຈຳນວນ ສສ ແມ່ຍິງ 25 ສ່ວນຮ້ອຍ ຫຼື 33 ຄົນ ຈາກ ສສ ທັງໝົດ 130 ຄົນ. ເຈົ້າຫນ້າທີ່ ສະພາແຫ່ງຊາດ ໃຫ້ ຣາຍລະອຽດ ຕໍ່ ເອເຊັຽເສຣີ ເມື່ອວັນທີ 11 ມົກກະຣາ ນີ້ວ່າ:

“ເພິ່ນ ຕັ້ງເປົ້າໄວ້ ຢາກໃຫ້ໄດ້ ກາຍ 30% ຂອງຈຳນວນ ສສ ທັງຫມົດ. ກໍສົນໃຈ ສມັກກັນ ເພິ່ນກະລົງ ຫັ້ນແຫຼະ ປະທານເຮົາ ກໍຜູ້ຍິງ. ທຸກຂແນງ ບໍ່ແມ່ນແຕ່ ຂແນງນີ້, ໃຫ້ສມີພາບ ບົດບາດ ຍິງ-ຊາຍ ມັນຢູ່ໃນ ເປົ້າໝາຍ MDG, ທຸກຂແນງ ຢາກໃຫ້ ແມ່ຍິງ ມີສ່ວນຮ່ວມ”.

ເຈົ້າຫນ້າທີ່ ສະພາ ແຫ່ງຊາດ ກ່າວຕື່ມວ່າ ໃນສ່ວນ ມາຕຖານ ຂອງ ຜູ້ສມັກ ຮັບເລືອກຕັ້ງ ນອກຈາກ ຈະມີອາຍຸ 21 ປີ ຂຶ້ນໄປແລ້ວ ຍັງຕ້ອງຈົບ ການສຶກສາ ຣະດັບ ມັທຍົມ ແລະມີ ວິຊາສະເພາະ ອັນໃດອັນນຶ່ງ, ຊຶ່ງ ມາຕຖານນີ້ ໃຊ້ຄືກັນ ທັງ ສະມາຊິກ ສະພາແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ. ອີງຕາມ ກົດໝາຍ ວ່າດ້ວຍ ການເລືອກຕັ້ງ ສະບັບ ປັບປຸງໃຫມ່ ປີ 2015.

ເອເຊັຽ ເສຣີ ໄດ້ສອບຖາມ ແມ່ຍິງລາວ ຢູ່ ແຂວງຕ່າງໆ ວ່າສົນໃຈ ຢາກສມັກ ຮັບເລືອກຕັ້ງ ເປັນ ສສ ບໍ່, ສ່ວນຫຼາຍ ກໍບອກວ່າ ບໍ່ສົນໃຈ ເພາະ ຄິດແຕ່ເຣື້ອງ ທຳມາ ຫາກິນ ຫຼາຍກວ່າ. ດັ່ງ ແມ່ຍິງ ໃນນະຄອນຫຼວງ ວຽງຈັນ ນາງນຶ່ງ ເວົ້າວ່າ:

“ບໍ່ໆ ຄືຈະບໍ່ດອກ ເພາະວ່າ ວັຍເຮົາກໍ 30 ປາຍ 40 ນຶ່ງ ຫັ້ນນະ, ເຮົາກໍມີ ທຸຣະກິຈ ຂອງຕົວເອງ ເບິ່ງ ຄືຊິບໍມີໃຜ ເນາະ”.

ເຊ່ັນດຽວກັບ ແມ່ຍິງ ແຂວງຫົວພັນ ນາງນຶ່ງ ກໍເວົ້າວ່າ ຕົນເອງ ລວມທັງພີ່ນ້ອງ ທີ່ເປັນແມ່ຍິງ ບໍ່ເຄີຍສົນໃຈ ຢາກເປັນ ສສ:

“ບໍ່, ບໍ່ມີ. ເພາະວ່າມີ ອາຊີພ ຄ້າຂາຍ ແລ້ວກະ ບໍ່ສົນໃຈ ເນາະ”.

ເມື່ອຖາມເຖິງ ຄວາມສເມີພາບ ຂອງ ຍິງ-ຊາຍ ຢູ່ ສປປລາວ, ນາງ ກໍວ່າ ປັຈຈຸບັນ ແມ່ຍິງ-ຜູ້ຊາຍ ສເມີພາບກັນ, ແຕ່ໃນ ເຣື້ອງວຽກງານ ການເມືອງ ແມ່ຍິງ ກັບບໍ່ ສົນໃຈ ພໍເທົ່າໃດ.