ຂ.ຈຳປາສັກ ເຈົ້າໜ້າທີ່ ສືບສາວ ເຣື່ອງ ການຊື້ຈ້າງ

ຈໍາປາທອງ
2018.06.14
F-Champassak ແຂວງຈໍາປາສັກ
RFA/

ພາຍຫຼັງທີ່ມີຜູ້ໃຊ້ເຟສບຸກ ນາງນຶ່ງທີ່ໃສ່ຊື່ວ່າ ໝ້ວຍ ໝູນ້ອຍ ໄດ້ອອກມາເວົ້າ ເມື່ອສັປດາທີ່ຜ່ານນັ້ນວ່ານາງເອງ ຖືກກຸ່ມຄົນທີ່ແອບອ້າງວ່າ ຈະສາມາດແລ່ນເອົານ້ອງຊາຍຂອງນາງ ເຂົ້າເຮັດວຽກນຳຣັຖ ຢູ່ແຂວງຈຳປາສັກ ຈົນໄດ້ສູນເສັຽເງິນ 25 ລ້ານກີບ ຫຼືປະມານ 1 ແສນບາດ, ເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຈຳປາສັກ ໄດ້ຢືນຢັນກັບ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມິຖຸນາ ນີ້ວ່າ ຍັງບໍ່ທັນໄດ້ດຳເນີນການໃດໆ ກ່ຽວກັບບັນຫານີ້ ເນື່ອງຈາກຍັງບໍ່ໄດ້ຮັບ ຣາຍງານເທື່ອວ່າ ຜູ້ເສັຽຫາຍ ໄດ້ເຂົ້າມາແຈ້ງຄວາມ ກັບເຈົ້າໜ້າທີ່ແລ້ວຫຼືຍັງ ແລະ ເວົ້າວ່າອາຈ ເປັນໄປໄດ້ ທີ່ເຈົ້າໜ້າທີ່ ວິຊາສະເພາະ ພວມຕິດຕາມບັນຫານີ້ຢູ່ ເພື່ອໃຫ້ໄດ້ຂໍ້ມູນລະອຽດ ກ່ອນ. ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:

“ຍັງບໍ່ຮູ້ວ່າຜູ້ກ່ຽວນີ້ໄດ້ໄປແຈ້ງຄວາມ ຫຼືໄປໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ ແລ້ວລະບໍ່ເນາະ ຖ້າວ່າເມືອງເພິ່ນໄດ້ຮັບຂໍ້ມູນ ເພິ່ນອາຈໄດ້ຣາຍງານໃຫ້ ຫ້ອງການເຮົາ, ແຕ່ໃນປະຈຸບັນນີ້ຖືວ່າ ຍັງບໍ່ໄດ້ມີການຣາຍງານມາເນາະ. ບາງທີເພິ່ນອາຈແກ້ໄຂ ຢູ່ທາງເມືອງເພິ່ນ ເພາະວ່າບາງວຽກງານ ວິຊາສະເພາະ ເພິ່ນຕ້ອງເຮັດໃຫ້ລະອຽດກ່ອນ ເພິ່ນຈຶ່ງຄ່ອຍຣາຍງານມາໃຫ້ ຫ້ອງການເຮົາເນາະ. ທັງຕໍ່ກັບຜູ້ຖືກເສັຽຫາຍ ຕໍ່ກັບຜູ້ທີ່ກະທຳ ຜິດຫັ້ນ ຍັງບໍ່ໄດ້ຂໍ້ມູນ ທີ່ລະອຽດເທື່ອ. ສະນັ້ນ, ພວກເຮົາບໍ່ສາມາດ ທີ່ຈະຣາຍງານຂໍ້ມູນ ທີ່ຂາດໆເຂີນໆໄປໃຫ້ຂັ້ນເທິງ ຮັບຊາບໄດ້."

ທ່ານກ່າວຕື່ມວ່າ ພາຍຫຼັງທີ່ໄດ້ຮັບຮູ້ບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ນິ້ງນອນໃຈ ແລະກຳລັງຕິດຕາມບັນຫານີ້ ໃຫ້ກັບປະຊາຊົນຢູ່ ໃນເວລານີ້, ແຕ່ກໍຈຳເປັນຕ້ອງໄດ້ລໍຖ້າ ໃຫ້ມີການຣາຍງານຂໍ້ມູນຈາກພື້ນທີ່ ໃຫ້ຈະແຈ້ງກ່ອນຈຶ່ງຈະສາມາດ ດຳເນີນການໄປຕາມຂັ້ນຕອນ ໄດ້ ດັ່ງທີ່ທ່ານກ່າວວ່າ:

“ເຖິງວ່າຜູ້ເສັຽຫາຍຈະບໍ່ໄປຟ້ອງຮ້ອງກໍ່ຕາມ, ແຕ່ພວກເຮົາກະຕ້ອງໄດ້ ມີຂໍ້ມູນເນາະ ເພື່ອເປັນການຕິດຕາມບຸກຄົນນັ້ນ ບໍ່ໃຫ້ເຄື່ອນໄຫວອີກ. ຫຼືວ່າຢູ່ອົງການໃດ ຢູ່ສຳນັກງານໃດ; ທີ່ເປັນຜູ້ຮັບ ຜູ້ທີ່ສໍ້ໂກງຫັ້ນເນາະ ພວກເຮົາຈະຕ້ອງ ໄດ້ຕິດຕາມຢູ່ແລ້ວ ເພື່ອສະກັດກັ້ນ ບໍ່ໃຫ້ຜູ້ກ່ຽວ ມີການເຄື່ອນໄຫວອີກ, ແຕ່ວ່າເຮົາກະຕ້ອງເຮັດໄປຕາມຂັ້ນຕອນ."

ໃນຂນະດຽວກັນ, ເຈົ້າໜ້າທີ່ກະຊວງພາຍໃນ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງ ກໍໄດ້ຊີ້ແຈງຕໍ່ວິທຍຸເອເຊັຽເສຣີວ່າ ໃນຖານະທີ່ເຄີຍຈັດສອບເສັງ ຄັດແລືອກເອົາ ພະນັກງານ-ຣັຖກອນ ໃນຣະຍະທີ່ຜ່ານມານັ້ນ, ດຽວນີ້ ແມ່ນບໍ່ໄດ້ກ່ຽວຂ້ອງ ໂດຍກົງໃນການ ຄັດເລືອກເອົາ ພະນັກງານຣັຖ ແລ້ວເພາະໄດ້ໂຈະການສອບເສັງ “ພາກຄວາມຮູ້ທົ່ວໄປ” ມາຕັ້ງແຕ່ສົກປີ 2015-2016 ແລະການຄັດເລືອກເອົາ ພະນັກງານ-ຣັຖກອນ ໃໝ່ ຖືເປັນຄວາມຮັບຜິດຊອບ ໂດຍກົງຂອງກະຊວງ ຫຼືຜແນກການທີ່ຈະຮັບ ເອົານັ້ນແລ້ວ.

ຕາມແຫຼ່ງຂ່າວຈາກແຂວງຈຳປາສັກ ກ່ຽວກັບບັນຫາການຊື້ຈ້າງ ເຂົ້າເປັນພະນັກງານ-ຣັຖກອນຢູ່ໃນແຂວງນີ້ ປະຈຸບັນ ຄາດວ່າມີຜູ້ເສັຽຫາຍ ຫລາຍສົມຄວນ ທີ່ຕົກເປັນເຫຍື່ອຂອງກຸ່ມຄົນສໍ້ໂກງ ທີ່ອ້າງວ່າສາມາດ ວິ້ງເຕັ້ນໃຫ້ໄດ້ເຂົ້າ ເຮັດວຽກກັບຣັຖ ຢູ່ແຂວງຈຳປາສັກ ນີ້ໄດ້.

ໃນການຈ້າງ ຫຼືຈ່າຍເງິນໃຫ້ແກ່ກຸມຄົນສໍ້ໂກງ ນີ້ແຕ່ 20 ພັນບາດ ເຖິງ 1 ແສນບາທ. ແຕ່ຜູ້ທີ່ຕົກເປັນເຫຍື່ອ ຂອງຂະບວນການດັ່ງກ່າວ ຍັງບໍ່ຄິດວ່າຈະໄປແຈ້ງຄວາມຕໍ່ ເຈົ້າໜ້າທີ່ເທື່ອ ເພາະຍັງຮູ້ສຶກ ຢ້ານກົວອິທທິພົລຂອງກຸ່ມຄົນ ພວກນີ້ຢູ່.

ຂ່າວວ່າເມື່ອກ່ອນຢູ່ ສປປລາວ ມີການຈ້າງເຂົ້າເຮັດວຽກນໍາຣັຖ ບໍ່ຕໍ່າກວ່າ 5 ແສນບາດ ແລະປັດຈຸບັນຫລາຍກວ່ານັ້ນ. ສ່ວນໃຫຍ່ຢາກ ເຂົ້າເປັນພາສີ. ຕາມແຫລ່ງຂ່າວພາສີ ສປປລາວ.

ໃນການກ້າວໄປສູ່ ການດຳເນີນຄະດີ ກັບຂະບວນການສໍ້ໂກງນີ້ ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ແນະນຳວ່າ ຜູ້ໃດທີ່ຕົກເປັນເຫຍື່ອ ຫຼືໄດ້ຮັບຄວາມເສັຽຫາຍ ຄວນໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ ໃນເຂດເມືອງຂອງຕົນ ເພື່ອໃຫ້ເຈົ້າໜ້າທີ່ ແລະພາກສ່ວນກ່ຽວຂ້ອງ ຮູ້ຈະແຈ້ງ ແລະຮັດກຸມທີ່ສຸດ ກ່ອນທີ່ຈະດຳເນີນຄະດີ ກັບກຸ່ມຄົນທີ່ ສໍ້ໂກງຊັພສິນພົລເມືອງ.

ໃນປີ 2018 ນີ້ ຣັຖບາລ ສປປລາວ ມີແຜນທີ່ຈະຮັບເອົາພະນັກງານ ແລະຣັຖກອນໃໝ່ຈໍານວນ 3,000 ຄົນ ຊຶ່ງຈະເລັ່ງໃສ່ແພດ ໝໍ ແລະຄຣູ ເປັນຕົ້ນຕໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.