ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໃນລາວ ຫລື ຂລສມ ທີ່ ມີຫ້ອງການ ຢູ່ ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ ໄດ້ ອອກ ຖແລງການ ຫລັງຈາກ ສປປ ລາວ ບໍ່ຖືກເລືອກ ເຂົ້າໄປມີ ທີ່ນັ່ງ ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ຊຶ່ງ ມີວາຣະ 3 ປີ.
ໃນ ຖແລງການ ແຈ້ງວ່າ ຖ້າຫາກ ວ່າ ສປປ ລາວ ຖືກ ເລືອກ, ກໍ ຄົງຈະເປັນ ໜ້າ ເສັຽດາຍ ເພາະວ່າ ຣັຖບານ ລາວ ຍັງສືບຕໍ່ ຣະເມີດ ສິດທິ ມະນຸດ
ປະຊາຊົນ ຕົນເອງ ຢູ່ ຕລອດມາ. ໃນ ຕອນນຶ່ງ ຂອງ ການໃຫ້ ສັມພາດ ຕໍ່ ເອເຊັຽ ເສຣີ, ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໃນລາວ ກ່າວວ່າ:
"ຂລສມ ຄິດວ່າ ການຣະເມີດ ສິດທິ ຂອງ ປະຊາຊົນ ລາວ ໂດຍ ຣັຖບານ ລາວ, ຣະເມີດ ຢ່າງ ບໍ່ຢຸດຢັ້ງ ຢ່າງ ບໍ່ອາຍ ດັ່ງ ໃນ ທຸກວັນນີ້ ມັນ ບໍ່ຊ່ວຍ ໃຫ້ ຊາຕອື່ນ ຢາກເລືອກ ເອົາ ສປປ ລາວ. ຂລສມ ຄິດວ່າ ໂອກາດ ໜ້າ ສປປ ລາວ ກໍຄົງຈະ ສມັກ ເຂົ້າຢູ່ໃນ ຄນະ ກັມມາທິການ ສິດທິ ມະນຸດ ສະຫະ ປະຊາຊາຕ ນີ້ ອີກໃໝ່. ຣັຖບານ ລາວ ມີໜ້າທີ່ ເຄົາຣົບ ນັບຖື ແລະ ປະຕິບັດ ສັນຍາ ສາກົນ ດ້ານ ສິດທິ ມະນຸດ ທຸກໆອັນ ທີ່ ສປປ ລາວ ໄດ້ ຮັບຮູ້ ໄດ້ ເຊັນ ໄວ້, ກ່ອນ ຈະໄປນັ່ງ ຢູ່ໃນ ກັມມາທິການ ສິດທິ ມະນຸດ ຂອງ ສະຫະ ປະຊາຊາຕ".
ການ ປ່ອນບັດ ເລືອກເອົາ ຜູ້ຕາງໜ້າ ປະເທດ ສະມາຊິກ ໃໝ່ ຈໍານວນ 18 ຄົນ ເຂົ້າໄປຢູ່ ໃນ ສະພາ ສິດທິ ມະນຸດ ທີ່ ປະກອບ ດ້ວຍ ສະມາຊິກ 47 ປະເທດ ເພື່ອ ແທນ ຜູ້ຕາງໜ້າ ຈໍານວນ ນຶ່ງ ທີ່ ຈະໝົດ ວາຣະ ໄປ ໃນທ້າຍ ປີ 2015.
ນີ້ແມ່ນ ການ ເລືອກ ໂດຍກົງ ແລະ ປ່ອນບັດ ທາງລັບ, ການ ປ່ອນບັດ ມີຂື້ນ ໃນ ວັນທີ 28 ຕຸລາ ຢູ່ ກອງ ປະຊຸມ ປະຈໍາ ປີ ສະຫະ ປະຊາຊາຕ ສະໄໝ ສາມັນ ທີ່ ນະຄອນ ນິວຢອກ ໂດຍມີ 193 ປະເທດ ປ່ອນບັດ ເອົາ.
ຜູ້ທີ່ໄດ້ ຮັບ ເລືອກຕັ້ງ ຈະເຂົ້າ ຣັບໜ້າທີ່ ເປັນ ເວລາ 3 ປີ, ເລີ້ມແຕ່ ວັນທີ 1 ມົກກະຣາ 2016 ຫາ ທ້າຍ ປີ 2018. ສໍາລັບ ເຂດ ເອເຊັຽ ນັ້ນ ກໍມີ ປະເທດ ມົງໂກເລັຽ, ອາຣັບ ເອເມັຽເຣັດ ກຽກກິສຖານ ສາທາຣະນະຣັຖ ເກົາຫລີ ແລະ ຟີລິປປິນ. ຟີລິປປິນ ໄດ້ ຄະແນນ ສຽງ 113 ຄະແນນ ລື່ນ ສປປ ລາວ ພຽງ 8 ຄະແນນ ເທົ່ານັ້ນ.
