ເຈົ້າໜ້າທີ່ ຣະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ທ່ານນຶ່ງ ຢືນຢັນ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນຕອນຄ່ຳ ວັນທີ 11 ສິງຫາ ນີ້ວ່າ ທາງການທ້ອງຖິ່ນ ຍັງບໍ່ທັນຮັບຮູ້ ຂ່າວໃດໆ ກ່ຽວກັບ ເຣື້ອງທີ່ທ່ານ ຮຸນ ເຊນ, ນາຍົກຣັຖມົນຕຼີກຳພູຊາ, ໄດ້ຂີດເສັ້ນຕາຍ 7 ມື້ ຫຼື ຈົນຮອດ ວັນທີ 17 ສິງຫານີ້ ເພື່ອໃຫ້ຣັຖບານລາວ ສັ່ງຖອນທະຫານ ຂອງຝ່າຍລາວ ອອກຫ່າງຈາກ ເຂດຊາຍແດນ ລາວ-ກຳພູຊາ ທີ່ມີຂໍ້ ຂັດແຍ່ງກັນ ມາຕັ້ງແຕ່ ຕົ້ນປີ 2017.
ທ່ານກ່າວໃນຕອນນຶ່ງ ວ່າ:
“ບໍ່ໄດ້ຮັບຮູ້ ບໍ່ແມ່ນປະຕິເສດ ບໍ່ໄດ້ຮັບຮູ້. ບໍ່ທັນໄດ້ຮັບແຈ້ງການ ລະກະ ເບື້ອງກົງສູນຂອງກຳປູເຈັຽຢູ່ໄທເຮົານີ້ ກະບໍ່ໄດ້ວ່າຫຍັງອີກ, ກະທັມມະດາ ຄືກັບປົກກະຕິຢູ່. ໂຕນີ້ ກະບໍ່ແມ່ນປະຕິເສດ ບໍ່ໄດ້ຮູ້ຂ່າວເຣື້ອງໂຕນີ້ຊ້ຳ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຝ່າຍກຳພູຊາເອງ ຈະມີຄຳສັ່ງ ເດັດຂາດແນວນັ້ນ ກໍຕາມ, ແຕ່ຝ່າຍລາວກໍຍັງ ບໍ່ທັນຮູ້ເຣື້ອງນີ້ ຢ່າງເປັນທາງການ ແລະ ຍັງບໍ່ສາມາດ ເອົາທ່າທີໃດໆ ໄດ້ເທື່ອ ເພາະຕ້ອງໄດ້ເວົ້າກັນກ່ອນ.
“ບໍ່ຊ່າງຊິວ່າໄດ້, ແຕ່ກະ ບໍ່ປະຕິເສດ ເຣື້ອງຂອງເພິ່ນສາ ເບື້ອງເພິ່ນເອງ ແຫຼະໂຕນັ້ນ. ພວກເຮົາບໍ່ໄດ້ເວົ້າກັນ ບໍ່ໄດ້ຮູ້ ນຳເພິ່ນ. ຄັນວ່າເພິ່ນວ່າ ເວົ້າຄຳສັ່ງເດັດຂາດ ແນວນັ້ນ ທາງຝ່າຍລາວ ພວກເຮົາ ກະບໍ່ທັນຮູ້ຈັກ ເຣື້ອງຄືກັນໄດ໋. ບໍ່ເຂົ້າໃຈນຳເພິ່ນ.”
ອີງຕາມ ການຣາຍງານຂ່າວ ຂອງສຳນັກຂ່າວ ໄທພີບີເອສ ໃນຕອນແລງວັນທີ 11 ສິງຫານີ້, ທ່ານ ຮຸນ ເຊນ ໄດ້ຮຽກຮ້ອງໃຫ້ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີລາວ ແລະ ໃນນາມ ຣັຖບານລາວ ຈົ່ງຮີບຖອນທະຫານ ອອກຈາກ ເຂດຂັດແຍ່ງ ຊາຍແດນ ລາວ-ກຳພູຊາ ພາຍໃນກຳນົດ ເສັ້ນຕາຍ 7 ມື້ ຫຼື ຈົນເຖິງ ວັນທີ 17 ສິງຫານີ້ ໂດຍບໍ່ຕ້ອງ ມີເງື່ອນໄຂໃດໆ. ແຕ່ຖ້າ ຝ່າຍລາວ ຍັງບໍ່ຖອນ ກຳລັງທະຫານ, ທ່ານອາຈແກ້ໄຂບັນຫາ ດ້ວຍກຳລັງທະຫານເອງ, ເຊິ່ງສອດຄ່ອງ ກັບການຣາຍງານຂ່າວ ຂອງສຳນັກຂ່າວ AP ທີ່ອ້າງອີງ ຄວາມເວົ້າ ຂອງໂຄສົກກະຊວງ ປ້ອງກັນປະເທສກຳພູຊາ ທ່ານ ຈຸມ ໂສຊີດ ທີ່ໄດ້ກ່າວວ່າ ກຳລັງທະຫານ ແມ່ນກຽມພ້ອມ ເພື່ອການປະເຊີນໜ້າກັນ ແລະ ລໍຖ້າ ພຽງຄຳສັ່ງ.
ບັນຫາຂໍ້ຂັດແຍ່ງ ດ້ານຊາຍແດນ ຣະຫວ່າງລາວ ແລະ ກຳພູຊາ ໄດ້ເຣີ້ມຮຸນແຮງຂຶ້ນ ໃນຕົ້ນປີ 2017 ນີ້ ທີ່ເປັນເຂດຊາຍແດນ ຣະຫວ່າງ ແຂວງຈຳປາສັກ ແລະ ແຂວງອັດຕະປື ຂອງຝ່າຍລາວ ແລະ ແຂວງຊຽງແຕງ ຂອງຝ່າຍກຳພູຊາ. ທະຫານຊາຍແດນ ທັງ 2 ຝ່າຍ ຕ່າງກໍກ່າວຫາ ກັນໄປ ກັນມາ ວ່າ ອີກຝ່າຍ ມີການລ່ວງລ້ຳ ອະທິປະຕັຍ ຂອງຕົນ. ຝ່າຍລາວ ກ່າວຫາ ຝ່າຍກຳພູຊາ ວ່າ ສ້າງຖນົນກວມເອົາ ເຂດດິນລາວ ໃນຂະນະທີ່ ຝ່າຍກຳພູຊາກ່າວຫາວ່າ ຝ່າຍລາວ ເຂົ້າມາປຸກສ້າງ ເຄຫາສະຖານ ໃນເຂດແດນ ຂອງກຳພູຊາ.
ນອກຈາກນີ້, ຝ່າຍກຳພູຊາ ຍັງກ່າວຫາວ່າ ທາງການລາວ ໄດ້ມີການເສີມກຳລັງທະຫານ ພ້ອມອາວຸດຄົບຊຸດ ຕາມຊາຍແດນ ຈຳນວນ 30 ນາຍຂຶ້ນໄປ ເພື່ອຂົ່ມຂູ່ ທະຫານກຳພູຊາ, ແຕ່ທາງການລາວ ກໍປະຕິເສດວ່າ ບໍ່ໄດ້ມີ ການເສີມ ກຳລັງທະຫານ ແຕ່ເປັນພຽງ ການປະຕິບັດໜ້າທີ່ ຕາມວິຊາສະເພາະໂດຍທົ່ວໄປເທົ່ານັ້ນ.
