ສະມາຊິກສະພາທຸກຂັ້ນ ຄວນເລັງໃສ່ ແຜນຜ່ອນ ຄວາມທຸກຢາກ

0:00 / 0:00

ພາຍຫຼັງທີ່ ສປປລາວ ໄດ້ມີການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫຼື ສສຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຫລື ສສຂ ໃນມື້ວັນທີ 21 ກຸມພາ 2021 ຜ່ານພົ້ນໄປແລ້ວ ຊາວລາວຜູ້ອອກໄປ ໃຊ້ສິດໃຊ້ສຽງ ປ່ອນບັດເລືອກຕັ້ງ ຫຼາຍຄົນຕ່າງກໍ ລໍຖ້າຟັງຜົລການເລືອກຕັ້ງ ໂດຍຫວັງວ່າ ຜູ້ທີ່ຕົນໄດ້ປ່ອນບັດເລືອກເອົານັ້ນຈະຊະນະແລະ ມີຣາຍຊື່ເປັນຜູ້ແທນ ເຂົ້າໄປນັ່ງໃນ ສະພາຫລືເປັນຜູ້ຕາງໜ້າ ເປັນປາກເປັນສຽງໃຫ້.

ເວົ້າສະເພາະແຂວງຈໍາປາສັກ ຊຶ່ງເບື້ອງຕົ້ນນີ້ ກໍມີຣາຍຊື່ຜູ້ຊະນະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ອອກມາແລ້ວທັງ 15 ທ່ານ ຈາກທັງໝົດ 20 ທ່ານ ທີ່ສມັກຮັບເລືອກຕັ້ງ ຊຶ່ງຊາວບ້ານຫລາຍຄົນ ກໍຢາກໃຫ້ຜູ້ຊະນະການເລືອກຕັ້ງ ທີ່ເປັນຜູ້ຕາງໜ້າ ຂອງປະຊາຊົນ ຢູ່ໃນສະພານັ້ນ ຊ່ອຍແກ້ໄຂ-ປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນລາວ ເພາະສ່ວນໃຫຍ່ ຍັງຢູ່ໃນສະພາບ ທຸກຍາກຂາດເຂີນຫລາຍ ໃນຂນະທີ່ຄົນຈີນ ແລະຄົນວຽດນາມ ພາກັນຫລັ່ງໄຫລເຂົ້າມາລາວ ເພີ່ມຂຶ້ນນັບມື້, ອີງຕາມຄໍາເວົ້າຂອງ ຊາວບ້ານຢູ່ ແຂວງຈໍາປາສັກ ທ່ານນຶ່ງຜູ້ຂໍບໍ່ອອກຊື່ ຕໍ່ RFA ໃນມື້ວັນທີ 24 ກຸມພາ ນີ້. ທ່ານກ່າວຕອນນຶ່ງວ່າ:

“ກໍຄິດວ່າຊີວິດການເປັນຢູ່ ຂອງປະຊາຊົນ ມັນກະຍັງທຸກຍາກຢູ່ ລະກະຍັງບໍ່ເປັນ ຣະບົບຣະບຽບ ມັນໃຫ້ສິດຄົນຕ່າງປະເທດ ຫຼາຍກວ່າແບບວ່າປະປົນກັນຫຼາຍ ຣະຫວ່າງ ລາວ ຄົນຈີນ ຄົນວຽດນາມ. ສ່ວນຫລາຍຄົນລາວເຮົາ ເຮັດທຸຣະກິດທີ່ວ່ານ້ອຍໆ ມັກຈະເຈີແບບວ່າ ມັກຂູດຮີດພາສີອາກອນ ຫລາຍຫັ້ນແຫລະ.”

ຊາວບ້ານທ່ານນີ້ ເວົ້າຕໍ່ໄປເຖິງບັນຫາອື່ນອີກ ທີ່ຢາກໃຫ້ຜູ້ແທນຊ່ອຍ ເປັນປາກເປັນສຽງ ໃຫ້ມີແກ້ໄຂນັ້ນຄືເຣື່ອງ ການປັບປຸງ ການສຶກສາ ໃຫ້ດີຂຶ້ນໂດຍສະເພາະ ຢູ່ເຂດຊົນນະບົດ ຫ່າງໄກ ຊຶ່ງມາຮອດປັດຈຸບັນ ກໍຍັງບໍ່ທົ່ວເຖິງ ແລະກໍຢາກໃຫ້ຣັຖບານ ຈັດງົບປະມານ ພັທນາ-ປັບປຸງເຣື່ອງນີ້ນໍາດ້ວຍ:

“ກະປັບປຸງຣະບົບການສຶກສາໃຫ້ທົ່ວເຖິງ. ຣະບົບການສຶກສານີ້ ການພັທນາພື້ນຖານໂຄງຮ່າງ ກະຍັງບໍ່ທົ່ວເຖິງ. ດ້ານງົບປະມານ ກະບໍ່ພຽງພໍ ຫລືວ່າຈະສນັບສນູນກໍ່ສ້າງ ຫລືວ່າ ໃຫ້ແຫລ່ງທຶນ ການສຶກສາຍັງຫຍູ້ງຍາກ.”

ໃນຂນະດຽວກັນ ຊາວບ້ານຢູ່ ແຂວງຈໍາປາສັກ ອີກຄົນນຶ່ງກໍເວົ້າວ່າ ຢາກໃຫ້ປັບປຸງເຣື່ອງຖນົນຫົນທາງ ໃນຫຼາຍເຂດຢູ່ແຂວງ ຈໍາປາສັກ ຍ້ອນວ່າການເດີນທາງໄປ-ມາ ຫຍູ້ງຍາກ ລໍາບາກຫຼາຍ ບໍ່ວ່າຈະເປັນຣະດູແລ້ງ ຫລືຣະດູຝົນ.

ແລະອີກຢ່າງນຶ່ງ ກໍຢາກໄດ້ຄອງຊົລປະທານ ເພື່ອໃຫ້ມີນໍ້າເຮັດນາແຊງ ພໍມີເຂົ້າໄວ້ກິນ ເພາະບໍ່ຢາກເຮັດນາຣະດູດຽວ ທີ່ລໍຖ້າ ແຕ່ນໍ້າຝົນ ຊຶ່ງບາງປີຝົນກໍບໍ່ຕົກດີ ບໍ່ຕົກຕາມຣະດູການ ບໍ່ມີນໍ້າເຮັດນາ, ບາງປີກໍເກີດນໍ້າຖ້ວມ:

“ເສັ້ນທາງ ຄືວ່າມັນບໍ່ສົມບູນແບບຫັ້ນແຫຼະເນາະ ເປັນທາງລຸກລັງ ໄປຍາກມາຍາກ. ໜ້າຝົນນີ້ນໍ້າຖ້ວມ ຖ້າມີການປັບປຸງ ພູນດິນ ອິຫຍັງຂຶ້ນ ກໍອາດວິດນໍ້າ. 2- ກະຄືພໍ່ແມ່ປະຊາຊົນ ເຮົານີ້ນ່າ ໄດ້ເຮັດນາແຕ່ຣະດູດຽວເນາະ ຢາກໄດ້ຄອງຊົລປະທານ ບາງເທື່ອ ຝົນມັນຕົກແຮງ ກະຖ້ວມໄຮ່ຖ້ວມນາ ເຮົາຈົນບໍ່ໄດ້ຮັບຜົລອິຫຍັງ ເສັຽເຮື່ອເສັຽແຮງຊື່ໆ.”

ຊາວບ້ານຢູ່ແຂວງຈໍາປາສັກ ອີກຜູ້ນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຢາກໃຫ້ຜູ້ຊະນະການເລືຶອກຕັ້ງຄັ້ງນີ້ ທັງຜູ້ແທນສະພາ ແຫ່ງຊາດ ແລະຜູ້ແທນສະພາທ້ອງຖິ່ນ ລົງມາ ຊ່ອຍແກ້ໄຂໃນເຣື່ອງ ການຕັ້ງດ່ານກວດປະຊາຊົນ ທີ່ບໍ່ຖືກຕ້ອງ ຊຶ່ງເປັນດ່ານ ທີ່ມີລັັກສນະ ຂູດຮີດເອົາເງິນນໍາ ປະຊາຊົນ ເປັນຕົ້ນ ໃນກໍຣະນີທີ່ປະຊາຊົນ ເອົາມັນຕົ້ນໄປຂາຍຫຼາຍ ທາງເຈົ້າໜ້າທີ່ ກໍມາຕັ້ງ ດ່ານກວດ ແລະປັບໃໝເອົາເງິນປະຊາຊົນ ແທນທີ່ຈະສົ່ງເສີມ ໃຫ້ປະຊາຊົນ ມີຣາຍໄດ້ເພື່ອມີ ຊີວິດການເປັນຢູ່ ທີ່ດີຂຶ້ນ:

“ກະຍົກໂຕຢ່າງເຫັນແຈ້ງໆ ປົກກະຕິບໍ່ທັນມີປະຊາຊົນ ມັນກະບໍ່ຄ່ອຍນເຫັນເຈົ້າໜ້າທີ່ຕັ້ງດ່ານ ເຫັນເຂົາເຈົ້າຂົນສົ່ງຄືໄປຕັ້ງດີແທ້ ຫັ້ນນ່າ ໃນຮູບການວ່າ ກວດແນວນັ້ນແນວນນີ້ ກວດເອກສານ ເຂົາກະມີຫຼັກການຂອງເຂົາຢູ່ ຕ່າງແຕ່ວ່າໂດຍຮວມແນມເບິ່ງຄື ການຂູດຮີດອັນນີ້ແຫຼະ.”

ວິທຍຸເອເຊັຽເສຣີໄດ້ພຍາຍາມ ຕິດຕໍ່ໄປຫາຫ້ອງການສະພາແຂວງຈໍາປາສັກ ເພື່ອຂໍຮູ້ນະໂຍບາຍ ຫລືແຜນການພັທນາແຂວງ ແລະ ການຊ່ອຍເຫລືອປະຊາຊົນ ພາຍໃນແຂວງ ແນວໃດ ພາຍຫລັງທີ່ມີຣາຍຊື່ ຜູ້ຊະນະການເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ອອກມາທັງ 15 ທ່ານ ຕາມກໍານົດທີ່ເພິ່ນວາງເອົາໄວ້ແລ້ວນັ້ນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄໍາເຫັນໄດ້.

ກ່ຽວກັບການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະສະພາຂັ້ນແຂວງຊຸດນີ້ ອີງຕາມຄໍາເວົ້າຂອງຊາວນະຄອນປາກເຊ ນາງນຶ່ງ ທີ່ບໍ່ບອກຊື່ ຕໍ່ RFA ໃນມື້ວັນທີ 24 ກຸມພາ ນີ້ແລ້ວແມ່ນວ່າ ເປັນການເລືອກຕັ້ງທີ່ນາງ ເຫັນວ່າດີຂ້ອນຂ້າງພໍໃຈເພາະເປັນການ ປ່ອນບັດ ເລືອກຕັ້ງ ທີ່ມີປະຊາທິປະຕັຍ ມັກໃຜກໍເລືອກເອົາໄດ້ຕາມໃຈມັກ ບໍ່ຄືກັນກັບຊຸດ ທີ່ຜ່ານມາເມື່ອ 5 ປີກ່ອນ ທີ່ອໍານາດ ການປົກຄອງ ບອກໂລດວ່າ ໃຫ້ເລືອກເອົາຜູ້ນັ້ນ ເລືອກເອົາຜູ້ນີ້ ແຕ່ຊຸດນີ້ບໍ່ມີ:

“ງວດນີ້ນິບໍ່ ໃຜຢາກເອົາໃຜກະເອົາໂລດ ປະຊາທິປະຕັຍແທ້ຈິງ ໂຕນີ້ນີ໋. ແຕ່ກ່ອນ ແນະນໍາວ່າເອົາເລກນັ້ນເລກນີ້ ເຮົາເຮັດແລ້ວ ກະໄປເບິ່ງຄືນອີກ ຕັ້ງວ່າບົ່ງເອົາຂອງເຂົາໂລດ.”

ອີງຕາມການຣາຍງານຂອງຂ່າວ ທ້ອງຖິ່ນຢູ່ລາວ ໃນມື້ວັນທີ 23 ກຸມພາ 2021, ຢູ່ແຂວງຈໍາປາສັກ ກໍໄດ້ມີຣາຍຊື່ຜູ້ຊະນະການ ເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຫລື ສສຊ ຈໍານວນ 15 ທ່ານ ຈາກຈໍານວນຜູ້ສມັກຮັບເລືອກຕັ້ງ ທັງໝົດ 20 ທ່ານ. ໃນນັ້ນມີຮວມທັງ ທ່ານ ສົມມາດ ພົລເສນາ, ທ່ານ ສາຍທອງ ໄຊຍະວົງ, ຍານາງ ບຸນມີ ຈຸນລະຈັກ, ຍານາງ ຈັນໂສດາ ພອນທິບ ແລະຍານາງ ບຸນສຸວັນ ໂພໄຊຊະນະ.

ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ 9 ມີຜູ້ສມັກຮັບເລືອກຕັ້ງທັງໝົດ 224 ທ່ານ, ເລືອກເອົາ 164 ທ່ານ, ແລະການ ເລືອກຕັ້ງສະມາຊິກສະພາ ປະຊາຊົນຂັ້ນແຂວງຊຸດທີ 2 ມີຜູ້ສມັກຮັບເລືອກຕັ້ງທັງໝົດ 789 ຄົນ, ເລືອກເອົາ 492 ທ່ານ. ແລະ ມີຜູ້ມີສິດປ່ອນບັດ ລົງເລືອກຕັ້ງ ໃນທົ່ວປະເທດ ປະມານ 4 ລ້ານ 2 ແສນຄົນ.

ເວົ້າເຖິງການປະກາດຜົລ ຂອງການເລືອກຕັ້ງ ກໍຍັງບໍ່ຮູ້ວ່າ ຈະຖືກປະກາດອອກເມື່ອໃດກັນແທ້ ຍ້ອນວ່າກົດໝາຍບໍ່ໄດ້ກໍານົດໃວ້. ມີແຕ່ກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ, ມາດຕຣາ 40 ບົ່ງເອົາໄວ້ ໃນຂໍ້ທີ 1 ວ່າ ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ໃຫ້ສົ່ງຜົລຂອງການເລືອກເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ໄປຍັງ ຄະນະກໍາມະການເລືອກຕັ້ງ ລະດັບຊາດເພື່ອສັງລວມ ແລະປະກາດຜົລຢ່າງ ເປັນທາງການ. ແລະ ຂໍ້ທີ 2 ກໍານົດວ່າ ຄະນະ ກໍາມະການເລືອກຕັ້ງຂັ້ນມືອງ ໃຫ້ສົ່ງຜົລຂອງການເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄປຍັງຄະນະ ກັມການເລືອກ ຂັ້ນແຂວງ ເພື່ອສັງລວມ ແລະປະກາດຜົລຢ່າງເປັນທາງການ.

ແລະອີງຕາມຄໍາເວົ້າຂອງ ທ່ານ Somphou Duangsavanh ໂຄສົກ ຄະນະກັມການເລືອກຕັ້ງ ຣະດັບຊາດ ຕໍ່ຂ່າວວຽງຈັນທາຍມ໌ ໃນມື້ວັນທີ 23 ກຸມພາ 2021 ນີ້ວ່າ ອາດເປັນນຶ່ງ ອາທິດ ຫລື ຫລາຍກວ່ານັ້ນ ກ່ອນທີ່ທາງຄະນະກັມການເລືອກຕັ້ງ ຈະສາມາດ ສລຸບບັດ ລົງຄະແນນສຽງ ແລະປະກາດ ຣາຍຊື່ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນ ຂັ້ງແຂວງໄດ້.

ກົດໝາຍວ່າດ້ວຍການເລືອກຕັ້ງ ບໍ່ໄດ້ຣະບຸມື້ປະກາດຜົລການເລືອກຕັ້ງ. ພວກເຮົາຕ້ອງການເວລາກວດກາ ຄວາມຖືກຕ້ອງ ຂອງຂະບວນການປ່ອນ ບັດລົງຄະແນນສຽງ ແລະ ການນັບບັດນັ້ນ ກ່ອນທີ່ຈະສາມາດປະກາດລາຍຊື່ ຜູ້ໄດ້ຮັບການເລືອກຕັ້ງ.