ລາວ ແລະວຽດນາມ ຈະປັກຫລັກ ໝາຍເຂດ ຊາຍແດນ ຣະຫວ່າງກັນ ທີ່ມີຄວາມຍາວ 2 ພັນ ຫລັກກິໂລແມັຕ ນັ້ນ ໃຫ້ສໍາເຣັດ ໃນເດືອນ ມິຖຸນາ. ຕາມຣາຍງານຂ່າວ ຈາກ ນະຄອນຫລວງ ວຽງຈັນ ໃນວັນທີ 2 ເມສາ 2013.
ໂຄງການ ທີ່ກໍານົດ ເຂດຊາຍແດນ ສ່ວນນຶ່ງ ທີ່ຂັດແຍ່ງ ກັນນັ້ນ ເລີ່ມຂຶ້ນເມື່ອ ປີ 2008 ແລະ ໄດ້ປັກຫລັກ ໝາຍເຂດແດນ ກັນໄດ້ແລ້ວ 763 ຫລັກ ແລະ ຍັງເຫລືອອີກ 72 ຫລັກ ຊຶ່ງຈະປັກ ໃຫ້ແລ້ວ ພາຍໃນ 3 ເດືອນ ຂ້າງໜ້າ. ຂ່າວ ທາງການລາວ ແຈ້ງວ່າ ນັ້ນກໍເປັນ ໂຄງການ ທີ່ມີເປົ້າໝາຍ ເພື່ອຊາຍແດນ ທີ່ມີຄວາມ ສັນຕິ ມິຕພາບ ແລະ ການພັທນາ ທີ່ຍືນຍາວ. ພ້ອມດຽວກັນ ກໍຈະສົ່ງເສີມ ສາຍພົວພັນ ຄວາມສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ລາວ-ວຽດນາມ. ແລະວ່າ ຣັຖບານລາວ ແລະ ວຽດນາມ ໃຫ້ຄວາມສໍາຄັນ ຢ່າງຍິ່ງ ໃນການປັກຫລັກ ໝາຍເຂດແດນ ເພື່ອສ້າງຄວາມ ໄວ້ວາງໃຈ ແລະ ເຂົ້າໃຈກັນ ເພື່ອການ ຮ່ວມມືກັນ ໃນຣະຍະຍາວ ແລະ ກໍເພື່ອສ້າງ ເປັນມໍຣະດົກ ທີ່ມີປະໂຫຍດ ສໍາລັບຊົນ ລຸ້ນຫລັງ ຂອງລາວ ແລະ ວຽດນາມ ນໍາດ້ວຍ.
ໃນກອງປະຊຸມ ກ່ຽວກັບ ໂຄງການ ປັກຫລັກ ໝາຍເຂດແດນ ລາວ-ວຽດນາມ ທີ່ ນະຄອນ ຫລວງພຣະບາງ ແຕ່ວັນທີ 26 ຫາ 28 ມິນາ ຜ່ານມາ ທັງສອງຝ່າຍ ຍັງໄດ້ກະກຽມ ຂໍ້ຕົກລົງ ໃນນາມຣັຖບານ ກ່ຽວກັບ ຄົນຍ້າຍຖິ່ນ ແລະ ການແຕ່ງດອງ ແບບຜິດ ກົດໝາຍ ຣະຫວ່າງ ຄົນລາວ ແລະ ຄົນວຽດນາມ ທີ່ ອາສັຍຢູ່ຕາມ ເຂດຊາຍແດນ ຊຶ່ງຄາດວ່າ ຈະລົງນາມກັນ ໃນ ເດືອນ ມິຖຸນາ ນັ້ນ ນໍາດ້ວຍ.
