ເຈົ້າໜ້າທີ່ ໄຊຍະ ຈັບແມ່ຫວຍ ສໍ້ໂກງຊັບ

0:00 / 0:00

ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ ແຂວງ​ໄຊ​ຍະ​ບູ​ຣີ ໄດ້​ຈັບ​ໂຕແມ່​ຫວຍຫຼາຍ​ຄົນ ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ໃນ​ຂໍ້​ຫາ​ສໍ້​ໂກງ​ຊັບ​ປະ​ຊາ​ຊົນ. ໃນ​ຈຳ​ນວນ​ແມ່​ຫວຍ​ທີ່​ຖືກ​ຈັບ ຄື ນາງ​ ພູ​ແສງ​ເດືອນ ມິ​ດາ​ລາ ອາ​ຍຸ 38 ປີ ເປັນ​ບຸກ​ຄົນ​ທີ່​ມີ​ຖາ​ນະ ຢູ່​ແຂວງ​ໄຊ​ຍະ​ບູ​ຣີ.

ຂໍ້​ມູນ​ຈາກ​ບຸກ​ຄົນ ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່​​ ແຂວງ​ໃຊ້​ຍະ​ບູ​ຣີ ໄດ້​ລະ​ບຸ​ວ່າ:

“ວັນ​ທີ 23 ສິງ​ຫາ 2022 ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ປ້ອງ​ກັນເສ​ຖ​ກິ​ຈ ປກ​ສ ແຂວງ​ໄຊ​ຍະ​ບູ​ຣີ ໄດ້​ຈັບ​ໂຕ ນາງ ພູ​ແສງ​ເດືອນ ມິ​ດາ​ລາ ອາຍຸ 38 ປີ ປະ​ຊາ​ຊົນ ບ້ານ​ລ້ອງ​ປໍ ເມືອງ​ໄຊ​ຍະ​ບູ​ຣີ ຂໍ້​ຫາ ສໍ້​ໂກງ​ຊັບ ໃນ​ຖາ​ນະ​ເປັນ​ແມ່​ຫວຍ ລວມ​ມູນ​ຄ່າເສັຽ​ຫາຍ​ປະ​ມານ 400 ລ້ານກີບ, ເງິນ​ບາທ 600,000 ບາທ ແລະ ໂດ​ລ້າ​ຣ໌ ປະ​ມານ 5,000 ໂດ​ລ້າ​ຣ໌.”

ການ​ຫຼິ້ນ​ຫວຍ ໃນ​ຮູບ​ແບບ​ແຊ​ຣ໌ ຄືມີ​ລູກ​ຫວຍໄດ້​ແຊ​ຣ໌ເງິນ​ກັນ ແລ້ວ​ຜູ້​ເປັນ​ແມ່​ຫວຍ ຈະເປັນ​ຜູ້​ເກັບ​ເງິນ​ນັ້ນໄວ້ ເພື່ອ​ເອົາ​ໄວ້ລູກ​ມື​ໄປ​ ແຕ່ລູກ​ມື ​ຜູ້​ທີ່​ຈະ​ເອົາ​ເງິນ​ກ່ອນ ຈະ​ຕ້ອງເສັຽ​ດອກ​ເບັ້ຽ ຕາມ​ທີ່​ຕົກ​ລົງ​ກັນ ໃນ​ເວ​ລ​ທີ່​ຈ່າຍ​ເງິນ​ຄືນ ຫຼື ເອີ້ນ​ກັນ​ວ່າ ເປັຽ​ຫວຍ.

ການ​ຫຼິ້ນ​ຫວຍ​ແບບນີ້ ບໍ່​ແມ່ນການ​ຫຼິ້ນ​ຫວຍແບບ​ຊື້​ເລກ ແລະ ບໍ່​ຄືການ​ຊື້ຫວຍ​ຂອງ​ຣັ​ຖ​ບານ, ແຕ່ເປັນ​ການຫຼິ້ນ​ຫວຍ ​ແບບ​ເກັບ​ເງິນນຳ​ກັນ​ ແລ້ວ​ປ່ຽນ​ກັນ​ເອົາ ເຊິ່ງ​ຢູ່​ປະ​ເທດ​ລາວ ກໍ​ຍິ​ຍົມ​ຫຼິ້​ນ​ກັນ.

ໃນ​ກໍ​ລະ​ນີ ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ແມ່​ຫວຍ​ທີ​ເປັນ​ບຸ​ກ​ຄົນມີ​ຖາ​ນະ ​ຢູ່​ແຂວງ​ ໄດ້ມີ​ການ​ປະ​ກາດ​ໂຄ​ສະ​ນາ ​ສື່​ສັງ​ຄົມ​ອອນ​ລາຍນ໌ ໂດຍການຊັກ​ຊວນ​ໃຫ້ ​ຄົນ​ມາ​ຫຼິ້ນ​ຫວຍ​ນຳ. ນອ​ກ​ຈາກນີ້ ແມ່​ຫວຍໄດ້​ຊື້​ຄຳ ແລະ ເຄື່ອງ​ປະ​ດັບ ແລ້ວໂພ​ສ​ລົງເຟ​ສ​ບຸກຄ໌ ເພື່ອໃຫ້​ລູກ​ຄ້າ​ ໄດ້​ເຫັນຖາ​ນະ​ຂອງ​ຕົນ​ເອງ.

ຜູ້​ເສັຽ​ຫາຍ ຄົນ​ນຶ່ງ ​ທີ່​ເສັຽ​ເງິນ​ໄປ ​ກັບ​ການ​ຫຼິ້ນ​ຫວຍ​ຄັ້ງ​ນີ້ ຫຼາຍລ້ານ​ກີບ ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ຜູ້​ເສັຽ​ຫາຍ: "ຂ້ອຍ​ກະ​ເຫັນ​ລາວ​ໂພ​ສ​ຫວຍລົງ. ຫວຍ​ຫັ້ນ​ມີ​ຫວຍ​ເງິນ​ບາທ ເງິນ​ໂດ​ລ້າ​ຣ໌ ແຕ່​ລະ​ຫວຍ​ຫັ້ນ​ໃຫ້​ດອກ​ເບັ້ຽ​ສູງ. ໃຫ້​ດອກ​ສູງ​ແລ້ວ ມີ​ທັງ​ຫວຍເດືອນ, ຫວຍ 5 ມື້, ຫວຍ 12 ມື້, ຫວຍ 7-8 ມື້ ແຕກ​ຕ່າງ​ກັນ​ໄປ. ແມ່​ລະ​ໄດ້​ໂພ​ສ​ລົງ​ວ່າ ຮັບ​ປະ​ກັນຫວຍ 100 ເ​ປີ​ເຊັນ ຖ້າ​ວ່າ ເປັນ​ແມ່ນ​ຫຍັງ​ມາ ແມ່​ກະ​ຮັບ​ປະ​ກັນ. 100 ເປີ​ເຊັນ ກະ​ບໍ່​ໃຫ້​ຍອດ​ເງິນ​ຕົກ​ເຮັ່ຽ​ເສັຽ​ຫາຍ. ຖ້າ​ວ່າ ລູກ​ທີ່​ຕາຍ​ໄປ ແມ່​ກະ​ຊິ​ຮັບ​ປະ​ກັນ 100 ເປີ​ເຊັນ ລະ​ຂ້ອຍ​ກະ​ໄປ​ເຫັນ ຂ້ອຍ​ກະ​ເລີຍ​ຕັດ​ສິນ​ໃຈ​ເຂົ້າ​ກັບ​ລາວ. ເຂົ້າຫວຍ​ກັບ​ລາວ​ໄດ້​ປະ​ມານ ຂ້ອຍ​ເຣີ່ມ​ເຂົ້າ​ນີ້ ທ້າຍ​ເດືອນ 7 ເຂົ້າ​ມາ​ຕາມ​ສາຍ​ ທັງ​ໝົດ​ທີ່​ຂ້ອຍ​ເຂົ້າ​ຫັ້ນ ຄື​ສາຍ​ເງິນ​ບາທ 2 ສາຍ, ເງິນ​ກີບ 1 ສາຍ ແຕ່​ລະ​ສາຍ​ຫັ້ນ​ຂ້ອຍ​ກະ​ເອົາ​ມື​ທ້າຍ​ໝົດ​ເລີຍ. ບາດນີ້ ຂ້ອຍ​ເຂົ້າ, ຂ້ອຍ​ກະ​ໃສ່​ມາ​ປົກ​ຕິຫັ້ນ​ແຫຼະ ແລ້ວ​ບາດນີ້ ມາ​ຮອດ​ວັນ​ທີ ວັນ​ທີ 9, ວັນ​ທີ 10 ກັນ​ຍາ ນີ້​ລະ. ວັນ​ທີ 9 ຂ້ອຍ​ຍັງ​ໂອນ​ເງິນໃຫ້​ລາວ​ຢູ່ ໂອນ​ເງິນ​ເປັຽ​ຫວຍ​ໃຫ້​ລາວ​ຢູ່ ແລ້ວ​ມາ​ວັນ​ທີ 10 ກັນ​ຍາ ໄດ້​ຍິນ​ຂ່າວ​ວ່າ​ຫວຍ​ຫຼົ້ມ ຫຼັງ​ຈາກ​ນັ້ນ ກະ​ລາວ​ກະ​ບໍ່​ຕິດ​ຕໍ່​ຫາ​ລູກ​ຫວຍ​ເລີຍ."

ນັກ​ຂ່າວ: ມີ​ລູກ​ຫວຍ​ທັງ​ໝົດ​ທໍ່​ໃດ?

ຜູ້​ເສັຽ​ຫາຍ: " ໂອ ​ມີ​ຫຼາຍ​ຄົນ ປະ​ມານ 300-400 ຄົນ."

ນັກ​ຂ່າວ: ຫວຍ​ຫຼົ້ມ​ ລະ​ເຮົາ​ຕິດ​ຕໍ່​ຫາ​ແມ່​ຫວຍ​ຫັ້ນ ​ໄດ້​ບໍ່?

ຜູ້​ເສັຽ​ຫາຍ: "ບໍ່​ໄດ້​ເລີຍ ລາວບໍ່​ຕອບ​ເຮົາ​ເລີຍ ລາວ​ອອນ​ຢູ່ ແຕ່​ວ່າ​ ລາວບໍ່​ຕອບ ເຮົາ​ຖາມ​ແມ່​ຫຍັງ ລາວ​ກະ​ບໍ່​ຕອບ ແລ້ວ​ເວ​ລາ​ຮອດມື້​ຊິ​ນ່າ ເຮົາ​ເປັຽ​ຫວຍ ລາວ​ກະ​ບໍ່​ເຂົ້າ​ມາ​ເວົ້າ​ມາ​ວ່າ ແມ່ນ​ຫຍັງ ຢູ່​ກຸ່ມ​ເລີຍ.

ເລີຍ ​ເຮັດ​ໃຫ້​ລູກ​ຫວຍ​ທີ່​ວ່າ ຢູ່​ໃນ​ກຸ່ມ​ທີ່​ວ່າ ເປັຽ​ເອົາ​ເງິນ​ໄປ​ຫັ້ນ​ນ່າ. ບາງ​ຄົນ​ຂະ​ເຈົ້າ​ກະ​ ສວາຍ​ໂອ​ກາດ​ທີ່​ວ່າ​ເອົາເງິນ​ໄປ ລະ​ກະ​ບໍ່​ຢາກ​ມາ​ໃສ່​ໃຫ້​ເຮົາ ເຮົາ​ນັ່ງ​ມື​ທ້າຍ​ເດ້."

ນັກ​ຂ່າວ: ເຮົາ​ໃສ່​ວົງ​ເງິນ​ທໍ່​ໃດ​ ອັ​ນ​ຫວຍ​ເງິນ​ບາທ ​ສອງ​ສາຍຫັ້ນ ສາຍ​ນຶ່ງ​ທໍ່​ໃດ?

ຜູ້​ເສັຽ​ຫາຍ: " ສານ ​ນຶ່ງນີ້ ແມ່ນ​ສາຍ 10,000 (ໝື່ນ) ​ບາທ 5 ມື້, ຈ່າຍ ໝື່ນ​ບາທ ແລ້ວ​ຄ່າ​ແມ່​ຫັ້ນ 4,000 ບາທ, ຄ່າ​ແມ່​ຮັກ​ສາ ວ່າບໍ່​ໃຫ້​ຫວຍ​ເປັນ​ຫຍັງ. ເປັນ​ຫຍັງ​ມາ ແມ່​ຕ້ອງ​ຮັບ​ປະ​ກັນ 100.

ຫວຍ 10,000 ບາທ, ຫວຍ 5,000 ບາທ, ຄ່າ​ແມ່​ຮັ​ສາກະ 8,000 ບາທ ປະ​ມານ 5-6 ມື້​ເປັຽ. "

ນັກ​ຂ່າວ: ມີ​ນຳ​ກັນ​ຈັກ​ຄົນ ຫວຍ​ສາຍນີ້ ສອງ​ສາຍນີ້?

ຜູ້​ເສັຽ​ຫາຍ: " ຫວຍສາຍ ​ນຶ່ງ​ມີ​ປະ​ມານ 5 ຄົນ ບາງ​ສາຍ​ກະ 6 ຄົນ."

ນັກ​ຂ່າວ: ລະ​ບາດນີ້ ຫວຍ​ເງິນ​ກີບ​ເດ້?

ຜູ້​ເສັຽ​ຫາຍ: " ຫວຍ 5,000,000 ກີບ (ຫ້າ​ລ້ານ) 5 ມື້​ເຮົາ​ກະ​ໄດ້​ໃສ່​ເທື່ອ​ນຶ່ງ."

ນັກ​ຂ່າວ: ເປັນ​ຫຍັງ​ເຮົາ​ຈັ່ງ​ຄ່ອຍ​ ກ້າ​ໄປເຂົ້າ​ຫວຍ​ກັບ​ເຂົາ ທັງໆທີ່​ມັນ​ບໍ່​ຢູ່​ໃນ​ພື້ນ​ທີ່​ເຮົາ?

ຜູ້​ເສັຍ​ຫາຍ: " ນ້ອງ ​ກະ​ໄປ​ສຶກ​ສາ​ມາ​ແລ້ວ ວ່າ​ລາວ​ກໍ​ເຮັດຫວຍນີ້​ ກະລາວ​ກະ​ເຮັດ​ມາ​ດົນ​ແລ້ວເນາະ ລະ​ກະ​ບໍ່​ໄດ້​ມີ​ບັນ​ຫາ​ຫຍັງ ອີກ​ຢ່າງ​ນຶ່ງ​ລາວ​ກະ​ເປັນ​ຄົນ​ພື້ນ​ຖານ​ດີ ມີ​ເຄຣດິດ​ດີ ຫັ້ນ​ນ່າ. ທີ່​ຜ່ານ​ມາ ​ລາວ​ເປັຽ​ຫວຍ ນ້ອງ​ສຶກ​ສາ​ມາ​ດົນ​ລະ​ກະ ບໍ່​ເຫັນ​ວ່າ ຊິ​ມີ​ບັນ​ຫາ​ຫຍັງ ນ້ອງລະ​ກະເລີຍ ເຫັນ​ວ່າ​ດອກ​ມັນ​ສູງ ລາວ​ໃຫ້​ດອກ​ສູງ."

ນັກ​ຂ່າວ: ບໍ່​ສະ​ດຸ້ງ​ແດ່​ຫວະວ່າ ມື້​ໃດ​ມື້​ນຶ່ງ ເຂົາ​ຊິ​ຕົ້ມ​ເຮົາ?

ຜູ້​ເສັຽ​ຫາຍ: " ອັນ ​ນັ້ນ​ນ້ອງ​ກະ​ບໍ່​ຄິດ ກະ​ຄິດ​ວ່າ ອັນ​ຄົນ​ໃນ​ກຸ່ມ ທີ່​ວ່າ​ເຂົ້າ​ຫວຍ​ມາ​ນຳ​ກັນ ຂະ​ເຈົ້າ​ກະ ໜ້າ​ຈະ​ໃຫ້​ເຮົາ​ຄືນ​ຫັ້ນ​ນ່າ ເພາະ​ວ່າ ມັນ​ຕ່າງ​ຈາກ​ຫຼາຍ​ຄົນ ກໍ​ລະ​ນີ​ຝາກນີ້​ ເຮົາໄດ້​ເອົາ​ເງິນ​ເປັນ​ກ້ອນ​ໃຫ້ແມ່​ຜູ້ຝາກ​ຫັ້ນ​ໝົດ​ເລີຍ. ລະ​ກໍ​ລະ​ນີ​ທີ່​ວ່າ ແມ່ບໍ່​ສົ່ງ​ເຮົາ ເຮົາ​ກະ​ບໍ່​ໄດ້ ທີ່​ວ່າ ຂ້ອຍ​ເຄີຍ​ຫຼິ້ນ​ຫວຍ​ນຳ​ພວກ​ອື່ນ​ມາ​ຫຼາຍໆເຖິງວ່າ ແມ່​ຊິ​ເປັນ​ອີ່​ຫຍັງ ຖ້າ​ວ່າ ລູກ​ຫວຍ​ແບບຈິງ​ໃຈ​ຕໍ່​ເຮົາ​ຫັ້ນ​ນ່າ ບໍ່​ໂກງ ບໍ່​ຢາກ​ໂກງ​ເຮົາ​ຫັ້ນ​ນ່າ ຂະ​ເຈົ້າ​ກະ​ໂອນ. ຮອດມື້​ເປັຽ​ຂະ​ເຈົ້າ​ກະ​ໂອນ​ໃຫ້​ເຮົາ. ແຕ່​ວ່າ ກໍ​ລະ​ນີນີ້ ລູກ​ຫວຍ​ທີ່​ຢູ່​ໃນ​ກຸ່ມ​ຫັ້ນ​ ເຂົາ​ຮູ້​ວ່າ ແມ່​ຫຼົ້ມ​ລະ​ ຂະ​ເຈົ້າ​ກະ​ສວຍ​ໂອ​ກາດ ທີ່ບໍ່​ຢາກ​ສົ່ງ​ຄືນ​ເຮົາ​ຫັ້ນ​ນ່າ."

ແມ່​ຫວຍ​ມີ​ການ​ໂຄ​ສະ​ນາ​ ທາງ​ສື່​ສັງ​ຄົ​ມ​ອອນ​ລາຍນ໌ ເພື່ອ​ຊັກ​ຊວນ​ໃຫ້ຄົນ​ມາ​ຫຼິ້ນ​ຫວຍ​ນຳ.

ນາງ ພູ​ແສງ​ເດືອນ ມິ​ດາ​ລາ ໄດ້​ກ່າວ​ຕໍ່​ລູກ​ຄ້າ ທາ​ງ​ລາຍນ໌ ຕອນ​ນຶ່ງວ່າ:

" ຮອດມື້ ​ລະ​ຖ້າ​ຮັບ​ດອກ​ໄດ້​ເລີຍ​ຈ້າ. ຄຸນ​ໂຕ​ແມວ ໄລ່ເລີຍ​ວ່າ ໄດ້​ດອກ​ເທົ່າ​ໃດ ສຽບ​ເຂົ້າ​ ສຽບ​ອອກ ຕາມຫວຍ, ບໍ່ໃຫ້​ຕົກ​ເຮັ່ຽ​ ເສັຽ​ຫາຍ​ຫຍັງ​ດອກ. ເຂົ້າ​ໂລດ​ ຫວຍ 10-20 ລ້ານນີ້​ນະ ໄປ​ຖິ້ມ​ໃຫ້​ອີ່​ເຈ້​ທິບ ​ເປັນ​ຕື້ ຍັງ​ໄປ​ຖິ້ມ ຊິ​ຢ້ານ​ຫຍັງ​ຂ້ອຍນີ້​ເກາະ 50-60 ລ້ານ​ກີບນີ້ ເປັນ​ຫຍັງ​ມາ​ ຂ້ອຍ​ຮັບ​ຜິດ​ຊອບ​ໃຫ້​ໄດ້."

ນອກ​ຈາກນີ້ ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ຍັງ​ມີແມ່​ຫວຍ​ອີກ​ຫຼາຍ​ຄົນ ​ທີ່​ຖືກ​ຈັບ ແຕ່ເຈົ້າ​ໜ້າ​ທີ່​ແຂວງ​ໄຊ​ຍະ​ບູ​ຣີ ບໍ່​ໄດ້​ເຜີຍ​ແຜ່​ລາຍ​ຊື່​.

ຜູ້​ເສັຽ​ຫາຍຄົນ​ນຶ່ງ​ ​ເປັນ​ຊາວ​ແຂວງ​ໄຊ​ຍະ​ບູ​ຣີ ທີ່​ເສັຽ​ເງິນ​ໄປ​ກັບ​ການ​ຫຼິ້ນ​ຫວຍ​ຄັ້ງ​ນີ້ ຫຼາຍ​ຮ້ອຍ​ລ້ານກີບ ໄດ້​ກ່າ​ວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ໄດ້ມີ ​ຫຼິ້ນ​ນຳ​ຫຼາຍ​ແມ່ ຜູ້​ລະ 100-200 ລ້ານກີບ ລວມ​ກັນ​ທັງ​ໝົດ​ ປະ​ມານ 800 ລ້ານ​ກີບ ທີ່​ເສັຽ​ໄປ."

ຜູ້​ເສັຽ​ຫາຍ ​ຊາວ​ແຂວງ​ໄຊ​ຍະ​ບູ​ຣີ ນາງນີ້ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຕື່ມ​ວ່າ:

" ມີ ​ແມ່​ຫວຍ​ ທີ່​ຖືກ​ຈັບ​ຢູ່​ ແຂວງ​ໄຊ​ຍະ​ບູ​ຣີ 8-9 ຄົນ."

ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ ທ່ານ ພັ​ນ​ຕ​ຣີ ຄຳ​ຜຸຍ ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຜູ້​ຮັບ​ຜິດ​ຊອບ​ຄະ​ດີນີ້ ເພື່ອ​ຖາມ​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ເຣື່ອງນີ້, ແຕ່ ທ່ານ ຕອບ​ພຽງ​ສັ້ນໆ​ວ່າ "ບໍ່​ທັນ​ຮູ້​ເທື່ອ ຄືບໍ່​ມາ​ຫາ​ເຈົ້າ​ໜ້າ​ທີ່​ ພີ້​ເລີຍ"ແລ້ວ ທ່ານ​ກໍ​ປິດ​ໂທ​ລະ​ສັບ​ໄປ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ສົມ​ຈິດ ຈັນ​ທະ​ວົງ ຮອງ​ເຈົ້າ​ແຂວງ ໄຊ​ຍະ​ບູ​ຣີ ຫົວ​ໜ້າ​ ຄະ​ນະ​ຮັບ​ຜິດ​ຊອບແກ້​ໄຂ​ບັນ​ຫາ ​ຫວຍ​ອອນ​ລາຍນ໌ ໄດ້​ອອກ​ແຈ້ງ​ການ ໃນ​ວັນ​ທີ 31 ສິງ​ຫາ 2022 ກ່ຽວ​ກັບ​ບັນ​ຫາ ປະ​ກົດ​ການ​ຫຍໍ້​ທໍ້ ຫວຍ​ອອກນ​ລາຍນ໌ ທີ່​ເຄື່ອນ​ໄຫວບໍ່​ຖືກ​ຕ້ອງ ​ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ.

ແຈ້ງ​ການ​ໄດ້​ລຸ​ບຸ​ວ່າ “ໃນ​ປັດ​ຈຸ​ບັນ ໄດ້​ມີ​ບຸກ​ຄົນ ແລະ ກຸ່ມ​ຄົນ ຈຳ​ນວນ​ນຶ່ງ ທີ່​ນຳ​ໃຊ້​ລະ​ບົບ​ອອນ​ລາຍນ໌ ເພື່ອ​ໂຄ​ສະ​ນາ ຕົວະ​ຍົວະ​ຫຼ​ອກ​ລວງສັງ​ຄົມ ແບບ​ຜິດ​ກົດ​ໝາຍ ແລະ ລະ​ບຽບ​ການ ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມບໍ່​ສ​ງົບ ໃນ​ສັງ​ຄົມພວກ​ເຮົາ ແລະ ສ້າງ​ຄວາມ​ເສັຽ​ຫາຍວັດ​ຖຸ, ເງິນ, ຄຳ ຂອງ​ພໍ່​ແມ່​ປະ​ຊາ​ຊົນ.”

ແຈ້ງ​ການ​ໄດ້​ ຍັງ​ໄດ້​ລະ​ບຸ​ອີກວ່າ “ມອບ​ໃຫ້​ອົງ​ການ​ຈັດ​ຕັ້ງ​ເມືອງ ອອກ​ແຈ້ງ​ການ​ໃຫ້​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ໃຫ້​ເຂົ້າ​ມາ​ແຈ້ງ​ຂໍ້​ມູນ​ຫຼັກ​ຖານ ຕໍ່​ຄະ​ນະ​ຮັບ​ຜິດ​ຊອບ ແລະເຈົ້າ​ໜ້າ​ທີ່​ກຽວ​ຂ້ອງ ທີ່​ພວມກວດ​ກາ​ ເກັບ​ກຳ​ຂໍ້​ມູນ, ເປີດ​ ແລະດຳ​ເນີນ​ຂັ້ນ​ຕອນ​ ການ​ສືບ​ສວນ-ສອບ​ສວນ ບຸກ​ຄົນ​ທີ່​ກະ​ທຳ​ຜິດ ແລະ ແກ້​ໄຂ​ຕາມ​ກົດ​ໝາຍ.”

ອີງ​ຕາມ​ແຈ້ງ​ການ, ເຈົ້າ​ໜ້າ​ທີ່ ​ເປີດ​ໃຫ້ຜູ້​ເສັຽ​ຫາຍ​ ມາ​ແຈ້ງ​ຄວາມ ແລະ ແຈ້ງ​ຂໍ້​ມູນ ບໍ່​ໃຫ້​ກາຍ​ວັນ​ທີ 20 ກັນ​ຍາ 2022.