ການໃຊ້ຄວາມຮຸນແຮງ ຕໍ່ເພດຍິງ

0:00 / 0:00

ການໃຊ້ ຄວາມຮຸນແຮງ ແລະ ການລ່ວງ ລະເມິດ ທາງເພດ ຕໍ່ແມ່ຍິງ ໃນລາວ ຍັງມີຢູ່ ຕລອດມາ.

ເຈົ້າຫນ້າທີ່ ອົງການ ທີ່ເຮັດວຽກ ຊ່ອຍເຫລຶອ ຜູ້ຍິງ ທີ່ ຖືກລະເມີດ ທາງເພດ ຜູ້ ບໍ່ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ການໃຊ້ ຄວາມຮຸນແຮງ ການລ່ວງ ລະເມີດ ທາງເພດ ແລະ ການບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ ຕໍ່ ແມ່ຍິງລາວ ຍັງມີ ຢູ່ຢ່າງຫຼວງຫຼາຍ ໃນລາວ ແລະ ຖືວ່າເປັນ ບັນຫາ ທີ່ ຫນ້າເປັນຫວ່ງ ທີ່ສຸດ, ຊຶ່ງຣັຖບານ ຍັງບໍ່ໄດ້ ໃຫ້ຄວາມ ສຳຄັນ ເທົ່າທີ່ຄວນ. ດັ່ງນາງເວົ້າ ວ່າ:

"ລາວຖືກ ບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ ແລະ ລາວໄປ ເຮັດວຽກຢູຸ່ຫັ້ນ ເພື່ອໃຊ້ຫນີ້ ກັບ ເຈົ້າຂອງຮ້ານ ແລະ ບັງຄັບ ໃຫ້ລາວ ນອນກັບແຂກ ຕ່ຳກວ່າ 18 ປີ ບາງຄົນ ກໍຖືກຮັບ ການຊ່ອຍເຫລືອ ບາງຄົນ ກໍບໍ່ໄດ້ ຮັບການ ຊ່ອຍເຫລືອ ຫຍັງເລີຍ ຈາກ ຣັຖບານ".

ນາງເວົ້າ ຕໍ່ໄປວ່າ ຈາກການ ເກັບກຳຂໍ້ມູນ ພົບວ່າ ໃນປັດຈຸບັນ ທີ່ ນະຄອນຫລວງ ວຽງຈັນ ມີແມ່ຍິງ ໄວລຸ້ນ ຈຳນວນ ຫລວງຫລາຍ ຂາຍບໍຣິການ ທາງເພດ ທັງແບບ ສມັກໃຈ ເພື່ອຫາເງິນ ມາລ້ຽງຄອບຄົວ ແລະ ແບບຖືກບັງຄັບ ຈາກກຸ່ມ ຄ້າມະນຸດ. ແມ່ຍິງ ຜູ້ທີ່ຖືກ ເຄາະຮ້າຍ ບາງຄົນ ກໍພຍາຍາມ ຫລົບຫນີ ຈາກ ສະຖານທີ່ ບັນເທິງ ຫລື ຮ້ານກີິນດຶ່ມ ເຫຼົ່ານັ້ນ ແຕ່ຫລາຍລາຍ ກໍໜີບໍ່ລອດ ແລະ ບໍ່ກ້າແຈ້ງຄວາມ ຕໍ່ ເຈົ້າຫນ້າທີ່ ຍ້ອນຢ້ານຖືກ ທຳຮ້າຍ ຈາກນາຍຈ້າງ ຫລື ຖືກຈັບ ຈາກ ເຈົ້າຫນ້າທີ່ ໃນຖານ ຄ້າປະເວນີ ຊຶ່ງເປັນວຽກງານ ທີ່ ຜິດກົດຫມາຍ ໃນລາວ.

ອົງການ ແມ່ຍິງສາກົນ ເປີດເຜີຍ ຂໍ້ມູນ ໃນວັນ ແມ່ຍິງສາກົນ ທີ 8 ມີນາ ຜ່ານມາວ່າ ການໃຊ້ ຄວາມຮຸນແຮງ ແລະ ການລ່ວງລະເມີດ ທາງເພດ ຕໍ່ຜູ້ຍິງ ເພີ້ມຂຶ້ນ ເລື້ອຍໆ ໃນເຂດ ເອເຊັຽ-ປາຊິຟິກ. ຈາກການສຳຣວດ ພົບວ່າ ແມ່ຍິງ 7 ໃນ 10 ຄົນໃດ ຖືກໃຊ້ ຄວາມຮຸນແຮງ ແລະ ຖືກລ່ວງລະເມີດ ທາງເພດ ແລະສ່ວນ ຜູ້ຊາຍ 1 ໃນ 2 ຄົນ ຍອມຮັບວ່າ ເຄີຍໃຊ້ ຄວາມຮຸນແຮງ ກັບແມ່ຍິງ ແລະ 1 ໃນ 4 ຄົນ ຍອມຮັບວ່າ ເຄີຍລ່ວງ ລະເມີດ ທາງເພດ ຕໍ່ຜູ້ຍິງ ບາງຄັ້ງ ໃນຊິວິດ.