ນັກຮຽນຢູ່ເມືອງໄຊ ແຂວງອຸດົມໄຊ ປະມານ 60 ປາຍຄົນກໍເຫດອາຣະວາດ ຍົກພວກຕີກັນ ສ່ວນສາເຫດຍັງຢູ່ໃນຂັ້ນຕອນ ການສືບສວນ ສອບສວນ.
ວັນທີ 28 ມິນາ 2018 ຜ່ານມານີ້ມີເຫດນັກຮຽນ ກໍ່ອາຣະວານຕີກັນ ຢູ່ເຂດບ້ານດອນໄຊ ຊຶ່ງມີນັກຮຽນຈາກຫຼາຍໂຮງຮຽນ ເປັນຕົ້ນຈາກ ມັທຍົມຫ້ວຍຄຸ້ມ, ມັທຍົມເມືອງໄຊ, ມັທຍົມແຂວງອຸດົມໄຊ ຮວມທັງຊາວໜຸ່ມ ບ້ານດອນແກ້ວ ແລະ ບ້ານນາມີ, ດັ່ງ ເຈົ້າໜ້າທີ່ປ້ອງກັນ ຄວາມສງົບ ເມືອງໄຊ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 2 ເມສາ ນີ້ວ່າ:
“ມັນມີຫຼາຍໂຮງຮຽນເດ໋ ມສ. ເມືອງໄຊແດ່ ມສ. ແຂວງແດ່ ດອນໃຕ້ແດ່ ຫ້ວຍຄຸ້ມແດ່ ມັນຫຼາຍໂຮງຮຽນນິ ແລ້ວກໍ່ຊາວໜຸ່ມບ້ານດອນແກ້ວ, ບ້ານນາມີ ຕີກັນນິ ແຖວບ້ານດອນໄຊ ມີແຕ່ເຂົາບອກວ່າ ສາເຫດທີ່ ອາລາວາດຕີກັນ ກໍ່ຍັງບໍ່ຮູ້ລາຍລະອຽດເທື່ອ ຍັງບໍ່ຮູ້ ມີແຕ່ຕອນເຂົາ ຕີກັນ ມີແຕ່ກໍ່ໄປຫ້າມ ໄປຫຍັງທໍ່ນັ້ນແຫລະ ບາດແລ້ວນີ່ ແລ້ວກໍ່ຈຶ່ງເອົາມາສຶກສາ ອົບຮົມ.”
ຈາກການສັງເກດໃນຄລິບວິດີໂອ ທີ່ຖືກຖ່າຍໄວ້ ແລະໄດ້ເຜີຍແຜ່ຫຼາຍໃນເຟສບຸກ ນັ້ນນັກຮຽນກຸ່ມນີ້ມີປະມານ 60 ປາຍຄົນ ຊື່ງປັດຈຸບັນ ທາງເຈົ້າໜ້າທີ່ ກຳລັງເກັບກຳຂໍ້ມູນ ຂອງການກໍເຫດ ອາຣະວາດນັ້ນຢູ່ ແລະໄດ້ຮ້ອງພໍ່ແມ່ຜູ້ປົກຄອງ ເຂົ້າມາສຶກສາ ອົບຮົມນຳອີກ ທັງຈະ ປັບໃໝ ຄູ່ກໍຣະນີ ທີ່ເຮັດໃຫ້ບາດເຈັບ:
"ນັ້ນເນາະ ເຮົາເອົາແບບສອງຝ່າຍມາຊ້ອງໜ້າກັນເນາະ ລະກະຖ້າສົມມຸດວ່າ ມີຜູ້ບາດເຈັບຫຼາຍ ແລ້ວເຂົາກໍຕ້ອງປັບໃໝ ຕາມນັ້ນ ອັນນີ້ເຮົາກໍ່ບໍ່ຮູ້ວ່າມັນຈະຖືກເທົ່າໃດ ກະມີແຕ່ສຶກສາອົບຮົມເນາະ ວ່າບໍ່ໃຫ້ມີກໍລະນີ ວ່າຄັ້ງໜ້າບໍ່ໃຫ້ມີເຫດການແບບນີ້ ເກີດຂຶ້ນອີກ ມີແຕ່ໃຫ້ພໍ່ແມ່ ມາສຶກສາອົບຮົມ ເພີ້ມເຕີມ.”
ທ່ານກ່າວຕື່ມວ່າ ຢາກຕັກເຕືອນນັກຮຽນ ທີ່ກໍອາຣະວາດຕີກັນນັ້ນ ໃຫ້ລົມກັນດ້ວຍເຫດຜົນ ບໍ່ຢາກໃຫ້ໃຊ້ຄວາມຮຸນແຮງ ໃນການແກ້ໄຂ ບັນຫາ ຊື່ງນອກຈາກຈະສົ່ງຜົລເສັຍ ຕໍ່ຊື່ຂອງໂຮງຮຽນແລ້ວ ຍັງສົ່ງຜົລກະທົບ ບໍ່ດີຕໍ່ຕົນເອງ ແລະຄອບຄົວນຳອີກ.
