ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ John Kerry ຮຽກຮ້ອງ ເມື່ອ ວັນທີ 24 ມີນາ 2013 ໃຫ້ ທາງການລາວ ສືບສວນ ສອບສວນເຣື່ອງ ທ່ານ ສົມບັດ ສົມພອນ ນັກເຂື່ອນໄຫວ ຄົນສໍາຄັນ ຂອງລາວ ທີ່ ຫາຍສາບສູນ ໄປໄດ້ 100 ວັນແລ້ວ ໂດຍບໍ່ໃຫ້ ຊັກຊ້າ ອີກຕໍ່ໄປ. ຕາມຣາຍງານ ຂ່າວ AFP.
ທ່ານ ສົມບັດ ສົມພອນ ຖືກນໍາຕົວ ໄປຈາກ ປ້ອມຕໍາຣວດ ຈະລາຈອນ ໃນ ນະຄອນຫລວງ ວຽງຈັນ ໂດຍຜູ້ຊາຍ 2 ຄົນ ເມື່ອວັນທີ 15 ທັນວາ 2012. ທ່ານ John Kerry ກ່າວຜ່ານ ຖແລງການ ສະບັບນຶ່ງ ວ່າ ສະຫະຣັຖ ອະເມຣິກາ ຄືກັບ ປະຊາຄົມ ສາກົລ ມີຄວາມວິຕົກ ກັງວົນ ເປັນຢ່າງຍິ່ງ ນໍາຄວາມປອດພັຍ ແລະ ສວັດດີພາບ ຂອງ ທ່ານ ສົມບັດ ແລະ ສະຫະຣັຖ ຂໍຮຽກຮ້ອງ ໃຫ້ ຣັຖບານລາວ ເຮັດທຸກທຸກຢ່າງ ໃນອໍານາດ ຂອງຕົນ ເພື່ອຊອກຫາ ທ.ສົມບັດ ຢ່າງຮີບດ່ວນ.
ສະຫະຣັຖ ອະເມຣິກາ ໄດ້ຂໍຮູ້ຂໍ້ມູນ ເພີ່ມຕື່ມ ຈາກ ທາງການລາວ ກ່ຽວກັບ ການສືບສວນ ສອບສວນ ເຣື່ອງ ທ່ານສົມບັດ ສົມພອນ ທີ່ເຮັດໃຫ້ເກີດ ຄວາມກັງວົນ ຢ່າງຍິ່ງ ໃນເຄືອຂ່າຍ ຂອງທ່ານ ຢູ່ລາວ ທີ່ປົກຄອງ ດ້ວຍພັກ ຄອມມິວນິສ ພັກດຽວ.
ທາງການລາວ ໄດ້ລົງ ຄວາມເຫັນວ່າ ທ່ານສົມບັດ ອາຈຖືກ ລັກພາຕົວ ຍ້ອນຂໍ້ຂັດແຍ່ງ ສ່ວນຕົວ ພ້ອມດຽວກັນ ກໍໄດ້ ປະຕິເສດ ວ່າ ຕົນບໍ່ໄດ້ຂ່າວ ໃດໆ ແລະ ບໍ່ຮູ້ວ່າ ທ່ານສົມບັດ ຢູ່ໃສ?. ທ່ານ John Kerry ກ່າວວ່າ ສະຫະຣັຖ ກັງວົນ ທີ່ບໍ່ມີຂ່າວ ຄືບໜ້າ ທີ່ສໍາຄັນ ຈາກ ທາງການລາວ ເລີຍ ກ່ຽວກັບ ທ່ານສົມບັດ, ເຖິງແມ່ນວ່າ ສະຫະຣັຖ ກໍໄດ້ສເນີ ໃຫ້ການ ຊ່ວຍເຫລືອ ເຣື່ອງ ການສືບສວນ ສອບສວນ ແລະ ສະແດງອອກ ເຖິງຄວາມ ເປັນຫ່ວງ ຫລາຍຄັ້ງແລ້ວ ກ່ຽວກັບ ສວັດດີພາບ ຂອງ ທ່ານສົມບັດ ສົມພອນ ກໍຕາມ.
ທ່ານ ສົມບັດ ສົມພອນ ໄດ້ຮັບລາງວັນ ກຽດຕິຄຸນ ດີເດັ່ນ ຂອງເອເຊັຽ Ramon Magsaysay ຍ້ອນທ່ານ ໄດ້ເປັນຜູ້ນໍາ ພາວຽກງານ ເພື່ອການ ຫລຸດຜ່ອນ ຄວາມ ທຸກຍາກ ແລະ ການພັທນາ ແບບຍືນຍົງ ໃນລາວ ຊຶ່ງຍັງເປັນ ປະເທດ ທີ່ ທຸກຍາກ ທີ່ສຸດ ໃນໂລກ.
