ບົດສັມພາດ ຍານາງ ລັດດາພອນ ພົມສຸວັນ
2019.12.22

MISS CRYSTAL ANGEL INTERNATIONAL 2019 ທີ່ໄດ້ຮັບ ການຄັດເລືອກ ເມື່ອວັນທີ່ 10 ເດືອນ ພຶສຈິກາ ຜ່ານມານີ້, ເຊິ່ງແມ່ນ ຕົວແທນ ແມ່ຍິງ ຈາກ ສປປລາວ ທີ່ໄດ້ຮັບ ຣາງວັນ ອັນດັບ ທີນຶ່ງ ແລະ ເປັນຄັ້ງ ປວັດສາດ ຂອງ ສປປລາວ ທີ່ໄດ້ຮັບ ມົງກຸດ ອັນດັບໂລກ. MISS CRYSTAL ANGEL INTERNATIONAL 2019 ນີ້ ຂໍບອກ ໄດ້ເລີຍວ່າ ບໍ່ພຽງ ແຕ່ເປັນ ຜູ້ມີ ຄວາມງາມ ທາງດ້ານ ໜ້າຕາ, ຮູບຮ່າງ ແລະ ລັກສະນະ ທ່າທີ ເທົ່ານັ້ນ, ແຕ່ຫາກຍັງ ມີຄວາມງາມ ທາງຈິຕໃຈ ແລະ ແນວຄິດ ນໍາອີກ, ອັນໝາຍເຖິງ ຄວາມມຸ່ງໝັ້ນ ໃນໜ້າທີ່ ວຽກງານ, ໃນການ ສຶກສາ ຮໍ່າຮຽນ. ນາງມີ ຄວາມພ້ອມ ໃນການ ປະຕິບັດ ພາຣະກິຈ ຕ່າງໆ ໃນຖານະ ເປັນຕົວແທນ ຂອງແມ່ຍິງລາວ ຍຸກໃໝ່ ທັງພາຍໃນ ແລະ ຕ່າງປະເທດ ແລະ ທັງເປັນ ຕົວແທນ ໃຫ້ແມ່ຍິງ ໃນທົ່ວໂລກ ໃນການ ຊ່ອຍເຫຼືອ ແລະ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ໃຫ້ພົ້ນ ຈາກການ ຖືກທາລຸນ, ໃຊ້ຄວາມ ຮຸນແຮງ ຕ່າງໆ ບໍ່ວ່າ ຮ່າງກາຍ, ວາຈາ ແລະ ຈິຕໃຈ ຕ່າງໆ ຈາກສັງຄົມ ອ້ອມຂ້າງ.
MISS CRYSTAL ANGEL INTERNATIONAL 2019 ທີ່ກໍາລັງ ເວົ້າເຖິງ ຢູ່ນີ້ ເປັນໃຜອື່ນ ໄປບໍ່ໄດ້ ນອກຈາກ ຍານາງ ລັດດາພອນ ພົມສຸວັນ ອາຍຸ 21 ປີ ຈາກ ນະຄອນຫຼວງວຽງຈັນ ແລະ ກ່ອນທີ່ ຈະໄດ້ຮັບ ຕໍາແໜ່ງ ອັນຊົງກຽດ ນີ້ ຕ້ອງເປັນຄົນ ທີ່ມີ ຄຸນສົມບັດ ແນວໃດນັ້ນ, ເຊີນທ່ານ ຮັບຟັງ ການສັມພາດ ໄດ້ເລີຍ.
ສຽງສໍາພາດ:
ທີ່ທ່່ານ ໄດ້ຮັບຟັງ ສີ້ນສຸດ ລົງໄປນັ້ນ, ແມ່ນການ ສັມພາດ MISS CRYSTAL ANGEL INTERNATIONAL 2019 ຈາກ ນະຄອນຫຼວງວຽງຈັນ ສະບາຍດີ.