ບໍຣິສັດຕັດຫຍິບ ຊານເຕ້ລາວ

ກັມມະກອນລາວ ທີ່ເຮັດວຽກຢູ່ຕາມ ໂຮງງານ ໂດຍສະເພາະ ຢູ່ໂຮງງານຕັດຫຍິບ ໃນນະຄອນຫລວງ ວຽງຈັນ ບໍ່ຄ່ອຍມັກໄປ ເຮັດວຽກ ຢູ່ປະເທດໄທ ຊຶ່ງສ່ວນນຶ່ງ ກໍອາດເປັນຍ້ອນ ສະພາບວຽກງານ ແລະຄ່າຈ້າງແຮງງານ. ກ່ຽວກັບເຣື້ອງດັ່ງກ່າວ ມະນີຈັນ ມີຣາຍງານ ມາສເນີທ່ານ ໂດຍຍົກເອົາ ບໍຣິສັດຕັດຫຍິບ ຊານເຕ້ລາວ ມາເປັນຕົວຢ່າງ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ມະນີຈັນ
2010-03-26
ອີແມວລ໌
ຄໍາເຫັນ
Share
ພິມ

ບໍຣິສັດ ຕັດຫຍິບ Sante Lao ໃນນະຄອນຫລວງ ວຽງຈັນ ເປັນບໍຣິສັດ ຮ່ວມຮູ້ນ ລາວ-ຍີ່ປຸ່ນ 55/45 ເລີ່ມເປີດເມື່ອປີ 2009 ເພື່ອຜລິດສົ່ງ ອອກໄປ ຍີ່ປຸ່ນ ໂດຍສະເພາະ ໂດຍໄດ້ສົ່ງອອກແລ້ວ ຫລາຍຊຸດ.

ບໍຣິສັດຊານເຕ້ລາວ  ມີຄົນງານ ສ່ວນໃຫຍ່ເປັນແມ່ຍິງ. ໃນຈໍານວນ ພນັກງານທັງໝົດ 198 ຄົນ ໃນບໍຣິສັດ ຊານເຕ ເປັນຜູ້ຍິງຫລາຍ ເຖິງ 90 ສ່ວນຮ້ອຍ  ແລະ ໃນຈໍານວນ ຫົວໜ້າໜ່ວຍງານ ທັງໝົດ 7 ຫນ່ວຍງານນັ້ນ ເປັນຜູ້ຍິງ 6 ໜ່ວຍງານ. ນັ້ນກໍເປັນສະພາບ ທີ່ຄ້າຍຄືກັນກັບ ໂຮງງານຕັດຫບິບ ອຶ່ນໆໃນລາວ. 

ຖ້າເວົ້າເຖິງຣະບົບ ການເບີກຈ່າຍ ຄ່າແຮງງານ ກໍເບີກຈ່າຍເປັນ ຣາຍເດືອນ ໂດຍຫານຕາມມື້ ເຮັດວຽກ ແລະໄດ້ຫລຸດລື່ນກັນ ຊຶ່ງຈະຂຶ້ນຢູ່ກັບ ເງິນເດືອນພື້ນຖານ ຂອງແຕ່ລະຄົນ ຕໍ່າສຸດ ກໍ 4 ແສນ 5 ແສນກີບ ເຮັດວຽກ 26 ມື້ ພັກ 4 ມື້. ແຕ່ມີບາງຄົນໄດ້ ເງິນເດືອນ ພື້ນຖານ 6-7-8 ແສນກີບ ຂຶ້ນຢູ່ກັບ ຣະດັບຫລື ເກຣດການເຮັດວຽກງານ ຂອງແຕ່ລະຄົນ. ເພັດມານີ ຜູ້ຊ່ວຍ ຜູ້ບໍຣິຫານ ບໍຣິສັດຊານເຕ້ລາວ ກ່າວກ່ຽວກັບເຣື້ອງ ນີ້ວ່າ ພນັກງານແຕ່ລະຄົນ ມີເກຣດ ເງິນເດືອນ ຂອງໃຜລາວ:

"ມີເກຣດເງິນເດືອນ A B C  ແຕ່ລະເດືອນ ມີຄົນເຮັດ ບໍ່ເກັ່ງເກຣດບໍ່ຫລາຍ ກໍບໍ່ໄດ້ເງິນ ເດືອນຫລາຍ ແລ້ວແຕ່ຫົວໜ້າ ຂອງຜແນກ ເລື່ອນຂັ້ນເລື່ອນເກຣດ ປັບແຕ່ລະ ເດືອນ ເງິນແຕ່ລະເດືອນ ມີການປັບ ບາງໂຮງງານກິນ ຕາມຈໍານວນຜລິຕ ແຕ່ວ່າເຮົາກໍມີ ເງິນເປົ້າໃຫ້ ກໍຖືເປັນ bonus ແຕ່ລະເດືອນ ຊູກຍູ້ໃຫ້ ເຂົາເຈົ້າເຮັດວຽກ ເຮັດວຽກເກັ່ງ ໄດ້ເງິນຫລາຍກໍ ມີກໍາລັງໃຈ".

ການໄດ້ເງິນເດືອນ ຫລຸດລື່ນກັນນີ້ ບໍ່ຂຶ້ນກັບເພດໄວ ແຕ່ຈະຂຶ້ນຢູ່ກັບ ຄວາມສາມາດ ຄວາມດຸໝັ່ນ ຂອງເຂົາເຈົ້າລ້ວນໆ. ສໍາລັບຈໍານວນ ພນັກງານນັ້ນ ທາງໂຮງງານ ຈະມີ 196 ຄົນຕລອດ ໂດຍບວກລົບໄວ້ໂລດ 10 ຄົນ ໃນແຕ່ລະເດືອນ ທີ່ມີຄົນເຂົ້າອອກ. ໝາຍຄວາມວ່າ ມີການຮັບໄວ້ຊອນຕລອດ ຈໍານວນຄົນ.

ການເຮັດວຽກງານ ຊຶ່ງມີລັກສນະ ເປັນຕ່ອງໂສ້ນີ້ ກໍມີການສອນໃຫ້ ພວກເຂົາເຈົ້າ ບໍ່ໃຫ້ເຮັດວຽກ ໜ້າດຽວ ແຕ່ຫາກແບບໝູນວຽນ. ຖ້າເຮັດວຽກນຶ່ງໄດ້ ກໍພຍາຍາມຮຽນ ເຮັດວຽກອື່ນອີກ ເພື່ອວ່າຖ້າມີຜູ້ຂາດ ກໍສາມາດເຂົ້າເຮັດ ແທນກັນໄດ້ໂລດ ບໍ່ໃຫ້ມີການ ຢຸດສງັກເກີດຂຶ້ນ ແລະ ການເຮັດວຽກໄດ້ ໃນທຸກຂແນງ ການຜລິດນີ້ ກໍໝາຍເຖິງໄດ້ເງິນ ເພີ່ມຂຶ້ນອີກ:

"ຖ້າເຮັດວຽກໜ້າດຽວ ຂອດດຽວ ຜູ້ນຶ່ງຂາດ ວຽກເຮົາກໍຢຸດເລີຍ ນັ້ນບໍ່ໄດ້ ຈັ່ງຊັ້ນຈຶ່ງກໍາລັງ ພຍາຍາມຝຶກຝົນ ໃຫ້ຂະເຈົ້າ ເຮັດວຽກໄດ້ ໝົດທຸກຂອດ ຂອດນີ້ກໍໄດ້ ຂອດນັ້ນກໍໄດ້ ເພາະຢູ່ ໂຮງງານເຮົາ ມີເງິນເຕັກນິກນໍາ ເຮັດວຽກໄດ້ຫລາຍຂອດ ເງິນເຕັກນິກ ເຈົ້າກໍຕ່າງ gradeເຈົ້າກໍຂຶ້ນ ເງິນເດືອນພື້ນຖານ ທໍານີ້ ເງິນຂຍັນທໍ່ນີ້ ເງິນຕໍາແນ່ງທໍ່ນີ້ ຖ້າຂຍັນເງິນເດືອນ ເຮົາກໍຂຶ້ນໄປ".

ຣາຍໄດ້ ໃນຈໍານວນ ທີ່ວ່າມານັ້ນ ຕາມຄໍາເວົ້າຂອງ ເພັດມານີ ແມ່ນພໍຢູ່ພໍກິນ ຖ້າໃຊ້ແບບປະຢັດ ຊຶ່ງກໍເປັນລັກສນະຂອງ ພນັກງານລາວ ໂດຍທົ່ວໄປຢູ່ແລ້ວ ມີພໍສົ່ງໃຫ້ ພໍ່ໃຫ້ແມ່ ທີ່ຢູ່ທາງບ້ານ ຢູ່ຕ່າງແຂວງ ມີເຫລືອໄວ້ໃຊ້ຈ່າຍ ສໍາລັບຕົນເອງ ແລະທ້ອນຫອມໄວ້ ໃນແຕ່ລະເດືອນ. ຖ້າເປັນຄົນມັກຈ່າຍ ໂດຍບໍ່ຄິດເຫັນ ອະນາຄົດຂ້າງໜ້າ ຂອງຕົນນັ້ນ ເງິນເດືອນທໍ່ນີ້ ຫລືຫລາຍກວ່ານີ້ ກໍອາຈບໍ່ພໍໃຊ້ ເງິນຂາດມືຕລອດ ແຕ່ນັ້ນກໍບໍ່ຄ່ອຍ ເປັນນິໃສທີ່ ມັກພົບພໍ້ຢູ່ ໃນກຸ່ມພນັກງານ ໃນໂຮງງານ ຂອງນາງ.

ພນັກງານ ໃນໂຮງງານຊານເຕ້ລາວ ສ່ວນຫລາຍມາຈາກ ຕ່າງແຂວງ ຈາກເຂດໃກ້ຄຽງ ກໍມີ ຢາກເຂົ້າມາຢູ່ ຫໍພັກ ເພື່ອປະຢັດຣາຍຈ່າຍ ທາງໂຮງງານ ກໍມີໃຫ້ຢູ່ຟີຣ ເສັຽຄ່າໄຟຟ້າ ຄົນລະ 5 ພັນກີບ:

"ເກັບທ້ອນ ມີແຕ່ກິນເຂົ້າ ແຕ່ລະຄາບ ລະຢູ່ແຖວໂຮງງານ ກໍມີ ພວກຂາຍອາຫານ ກໍຮູ້ວ່າຂາຍໃຫ້ ຄົນງານ ລາຄາກໍເຍື່ອງລະ 2-3 ພັນ ຊຶ່ງໄປຊື້ຢູ່ນອກ ເຂົ້າໃນເມືອງ ກໍຕ້ອງ 5 ພັນ 10 ພັນຂຶ້ນເມືອ ຂະເຈົ້າຊ່ວຍຄ່າ ໄຟຟ້າ ຄົນລະ 5 ພັນກີບ ແຕ່ສົມມຸດວ່າ ເກັບແລ້ວ ບໍ່ພໍຄ່າໄຟຟ້າ ໂຮງງານຕື່ມໃຫ້. ຖ້າຢູ່ໃກ້ເຂດ ໂຮງງານ ກໍຢູ່ບ້ານ ມີຣົດຮັບສົ່ງ ເຊົ້າແລງ".

ເລື່ອງປະກັນ ສັງຄົມນັ້ນ ພນັກງານ ແຕ່ລະຄົນກໍມີ. ເວລາເຈັບເປັນ ໄປຫາໝໍ. ຜູ້ຍິງອອກລູກ ອອກເຕົ້າ ກໍແມ່ນບໍຣິສັດ ປະກັນສັງຄົມ ມີເງິນອຸດໜູນໃຫ້  ແລະກໍໄດ້ເງິນ ເດືອນພື້ນຖານເຕັມ ອອກແລ້ວ 3 ເດືອນກໍກັບມາກິນ ເງິນເດືອນ ຕາມເກຣດເກົ່າ ທຸກຢ່າງໃນໂຮງງານ. ໃນການເຮັດວຽກງານ ຕລອດມື້ 8 ຊົ່ວໂມງນັ້ນ ກໍມີອີກຊົ່ວ ໂມງນຶ່ງ ພັກຜ່ອນກິນເຂົ້າ ແລະດຽວນີ້ທາງ ໂຮງງານ ກໍກໍາລັງເວົ້າ ກັນວ່າ ອາຈມີເວລາໃຫ້ ພນັກງານພັກຜ່ອນ ປະມານ 10 ນາທີ ດ້ວຍການເປີດເພງ ໃຫ້ຟັງຫລີ້ນ ຫລິ້ນກິລາ ອອກກໍາລັງກາຍ ເຕັ້ນ AEROBIC:

"ໂຕນີ້ຊິຕ້ອງ ໄດ້ລົມກັບທາງ ຍີ່ປຸ່ນ ດຽວນີ້ມີແຕ່ ເວລາພັກຜ່ອນ ຈາກການເຮັດວຽກ ກະແມ່ນບາງເທື່ອ ເວລານັ່ງດົນໆ ກໍອອກມາເຂົ້າ ຫ້ອງນໍ້າ ຍືດເສັ້ນຍືດສາຍ ລະກະເຂົ້າໄປ ເຂົ້າຫ້ອງນໍ້າດົນ ໜ້ອຍໜຶ່ງ ຕາງພັກຜ່ອນ ໄປໃນໂຕ".

ທັງໝົດນັ້ນ ກໍອາດເປັນສາເຫດ ທີ່ພາໃຫ້ ກັມມະກອນລາວ ທີ່ເຮັດວຽກຢູ່ ຕາມໂຮງງານ ຕັດຫຍິບ ໃນນະຄອນຫລວງ ວຽງຈັນ ດຽວນີ້ ບໍ່ຄ່ອຍຄິດຢາກ ລັກລອບໄປ ເຮັດວຽກ ຢູ່ປະເທດໄທ. ມີແຕ່ວ່າອອກ ຈາກໂຮງງານນີ້ ໄປລອງເຮັດຢູ່ ໂຮງງານອື່ນ ແລ້ວກໍກັບຄືນມາ ໂຮງງານເກົ່າ ຫລືໄປຢູ່ໂຮງງານ ນັ້ນເລີຍ ຫລືອອກໄປປ່ຽນ ອາຊີບໃໝ່ເລີຍ ຫລືອອກໄປຊ່ວຍ ພໍ່ແມ່ ເຮັດໄຮ່ເຮັດນາ ນາແລ້ວເກັບກ່ຽວ ເອົາເຂົ້າຂຶ້ນເລົ້າ ແລ້ວກໍກັບມາ ໂຮງງານຄືນ ກໍມີ  ແຕ່ອອກ ເພື່ອລັກລອບ ໄປເຮັດວຽກຢູ່ໄທ ນີ້ ບໍ່ຄ່ອຍຊິມີ. ພວກທີ່ວ່າມັກ ໄປໄທນັ້ນ ສ່ວນຫລາຍກໍເປັນ ແມ່ຍິງທີ່ເຮັດ ວຽກບ້ານ ຢາກເປັນແມ່ບ້ານ. ແມ່ບ້ານຢູ່ລາວ ໄດ້ເງິນເດືອນອ່າວ ໜ້ອຍແດ່. ຖ້າເລີ່ມໃໝ່ກໍ ອາຈຈະໄດ້ 3-4 ແສນກີບ  ຫລາຍປີຂຶ້ນໄປ ກໍຈະໄດ້ເຖິງ 8 ແສນກີບ  ກິນຢູ່ນໍາເຈົ້າ ຂອງບ້ານ ເຄື່ອງນຸ່ງຂອງ ໃຊ້ສອຍ ເພິ່ນໃຫ້ໝົດ. ແຕ່ຄັນຖ້າໄປໄທ ຕໍ່າສຸດກໍໄດ້ 3 ພັນບາດ ທຽບໃສ່ເງິນລາວ ກໍຕົກ 8 ແສນກີບ. ອີກຈັ່ງນຶ່ງ ຂະເຈົ້າກໍບໍ່ເຄີຍ ໄປໄທ ຈັກເທື່ອ:

"ຄົນຢູ່ຊົນນະບົດ ບ້ານເຮົາຂະເຈົ້າ ກໍຢາກໄປ ແຕ່ບາງຄົນໄປແລ້ວ ບວກລົບຄູນຫານ ຄ່າເຊົ່າເຮືອນ ອີ່ຫຍັງ ກໍຄືນລາວກໍມີ ບາງຄົນກໍໂຊກດີ ໄປເລີຍ ບາງຄົນຖືກ ແບບນາຍໜ້າ ບໍ່ດີ".

ກັມມະກອນລາວ ຢູ່ໂຮງງານຕັດຫຍິບ ໃນລາວ ເພັດມານີ ບອກວ່າ ທົ່ວໄປແລ້ວ ຮູ້ສິດທິຂອງ ເຂົາເຈົ້າ ຂ້ອນຂ້າງດີ. ຄັນຮອດວັນ ກັມມະກອນ ສາກົລ ວັນແມ່ຍິງສາກົລ ເຂົາເຈົ້າກໍພັກໂລກ ຂໍໃຫ້ມາກໍບໍ່ມາ ເຂົາເຈົ້າຖືວ່າ ເປັນວັນຂອງ ເຂົາເຈົ້າ ເຂົາເຈົ້າມີສິດພັກ ໂດຍໄດ້ຮັບຄ່າ ແຮງງານເຕັມ. ແລະຖ້າຫາກວ່າ ເຂົາເຈົ້າ ມີຄວາມຂັດຂ້ອງ ບໍ່ພໍໃຈໃນ ບັນຫາໃດ ເຊັ່ນກົດຣະບຽບ ການເຮັດວຽກ  ຫລືຣະບົບການ ຈັດຕັ້ງ ຣະບົບເງິນເດືອນ ແລະອຶ່ນໆ ເຂົາເຈົ້າກໍຈະຂຽນ ເອົາໄປປ່ອນລົງກ່ອງ “ຄໍາຕິຊົມ”  ຮຽກຮ້ອງໃຫ້ທາງ ໂຮງງານແກ້ໄຂ:

"ລະອາທິດນຶ່ງ ເຮົາກໍຊິ ປະຊຸມກັນ ໂຮງງານເຮົາບໍ່ຄ່ອຍ ມີເຣື້ອງ ມີຂັດຄ້ານ".

ທັງໝົດທີ່ເວົ້າ ມານັ້ນ ແມ່ນສ່ວນນຶ່ງ ຂອງສະພາບ ກັມມະກອນລາວ ທີ່ເຮັດວຽກຢູ່ ຕາມໂຮງງານ ຕັດຫຍິບ ໃນລາວ ໂດຍສະເພາະ ໃນໂຮງງານ ຫລື ບໍຣິສັດຕັດຫຍິບ ຊານເຕ້ລາວ  ຊຶ່ງຜລິດຊຸດແວສ ສົ້ງເສື້ອຜູ້ຊາຍ ແລະ ຊຸດກະໂປງ skirt ສໍາລັບຜູ້ຍິງ  ເປັນຊຸດນຸ່ງໄປ ເຮັດວຽກຫ້ອງການ  ສົ່ງຂາຍໄປຍີ່ປຸ່ນ ໂດຍສະເພາະ.

ເຕັມຫນ້າ