ວຽດນາມ ເປັນປະເທດ ທີ່ບໍ່ມີປ່າໄມ້ ແລະຕົ້ນໄມ້ຫລາຍ, ໃນຣະຍະ15ປີ ທີ່ຜ່ານມາ ທາງການວຽດນາມ ຫ້າມຕັດໄມ້ແລະ ທຳລາຍປ່າ ຢ່າງເຄັ່ງຄັດ ແຕ່ອຸດສາຫະກັມ ຜລິດເຟີນີເຈີ ຂອງວຽດນາມ ຂຍາຍຕົວຢ່າງວ່ອງໄວ, ສົ່ງໂຕະຕັ່ງ ແລະຜລິດຕະພັນໄມ້ ອອກໄປຂາຍ ຕ່າງປະເທດຫລາຍ ຂື້ນເລື້ອຍໆ.
ເມື່ອບໍ່ດົນຜ່ານມາ ນັກຊ່ຽວຊານດ້ານ ສະພາບແວດລ້ອມ ໃນຕ່າງປະເທດ ໄດ້ສຶກສາສຳຣວດ ເບິ່ງທີ່ມາຂອງໄມ້ ໃນວຽດນາມ ແລະອອກຣາຍງານ ໃນວັນທີ່2ກັນຍາ ປີ2009ນີ້ວ່າ:
“ວຽດນາມປົກປັກຮັກສາ ປ່າໄມ້ຂອງຕົນ ເປັນຢ່າງດີ, ແຕ່ສາມາດ ພັທນາເສຖກິດ ໃຫ້ຂຍາຍຕົວ ຢ່າງວ່ອງໄວ, ໂດຍອາໃສໄມ້ ຈາກປະເທດເພື່ອນບ້ານ, ໃນວຽດນາມ ປ່າໄມ້ເພິ້ມຂື້ນ ແຕ່ໃນ ປະເທດເພື່ອນບ້ານ, ປ່າໄມ້ກຳລັງ ຫາຍສາບສູນ.”
ທ່ານ Patrick Meyfroidt ແລະທ່ານ Eric Lambin ຈາກ ມະຫາວິທະຍາໄລ ກາໂຕລິກ ທີ່ປະເທດແບນຢຽມ ຊຶ່ງເປັນຜູ້ຂຽນ ຣາຍງານສະບັບ ນັ້ນກ່າວວ່າ:
“ປ່າໄມ້ແລະຕົ້ນໄມ້ ຢູ່ວຽດນາມເພິ້ມຂື້ນ 39ສ່ວນຮ້ອຍ ນັບແຕ່ປີ1987 ຈົນເຖິງປີ2006 ກໍຍ້ອນວຽດນາມ ຕັດໄມ້ມາຈາກ ປະເພດເພື່ອນບ້ານ ເປັນຕົ້ນຈາກລາວ ແລະກຳພູຊາ. ໄມ້ເຄິ່ງນຶ່ງທີ່ ວຽດນາມ ນຳເຂົ້າມາ ແມ່ນໄມ້ຜິດກົດໝາຍ."
ນັກຊ່ຽວຊານກ່າວຕື່ມວ່າ: ວຽດນາມໄດ້ຮັບ ຜົນປໂຍດຫລາຍ ບໍ່ພຽງແຕ່ປ່າໄມ້ ໃນປະເທດ ຂອງຕົນຕຶບໜາ ຂື້ນເທົ່ານັ້ນ ແຕ່ວຽດນາມ ຍັງມີສິດໄດ້ ຮັບການຊ່ວຍ ເຫລືອ ທາງດ້ານການເງິນ ຈາກຕ່າງປະເທດ ໃນນາມເປັນຜູ້ ປົກປັກຮັກສາ ປ່າໄມ້ໄດ້ດີ ຊຶ່ງຈະຊ່ວຍຫລຸດ ຜ່ອນຄວັນພິດ Carbon dioxide ໃນນ່ານບັນຍາກາດລົງ.
