ນໍ້າປະປາ ບໍ່ພໍໃຊ້ ໃນນະຄອນຫລວງວຽງຈັນ

ນໍ້າຂອງບົກແຫ້ງ ເຮັດໃຫ້ນໍ້າປະປາ ໃນນະຄອນຫລວງວຽງຈັນ ຂາດແຄນ, ຣັຖວິສາຫະກິດ ນໍ້າປະປາ ຕ້ອງຫາທາງ ແກ້ໄຂ ຊຶ່ງອາຈຕ້ອງຍ້າຍ ແຫລ່ງສນອງນໍ້າ ຈາກແມ່ນໍ້າຂອງ ໄປຫານໍ້າງື່ມ ແທນ.

ສພາບ​ ​ແມ່​ນໍ້າຂອງບົກ​ແຫ້ງ​ລົງ ​ໃນ​ລະຍະ​ນີ້ ​ເຮັດ​ໃຫ້ຣັຖວິ​ສາ​ຫະກິດນໍ້າ​ປະປາ​ລາວບໍ່​ສາມາດ​ຈັດ​ຫາ​ນໍ້າມາ​​ຜລິດ ​ເປັນ​ນໍ້າ​ປະປາ ​ເພື່ອ​​ໃຫ້​ປະຊາຊົນ ​ພາຍ​ໃນ​ ນະຄອນຫລວງວຽງຈັນ​ ​ໃຊ້​ຢ່າງພຽງພໍຊຶ່ງ​ຕ້ອງ​ມີ​ການ ​ແກ້​ໄຂບັນຫາສະ​ເພາະໜ້າ ​ແລະ​ ລະຍະ​ຍາວ. ​ເຈົ້າໜ້າທີ່ຣັຖວິ​ສາ​ຫະກິດນໍ້າ​ປະປາ​ລາວກ່າວ​ຕອນ​ນຶ່ງ​ວ່າ:

​”​ເພາະວ່າ ສະພາບ ມັນ​ເປັນ​​ແນວ​ນີ້ ນໍ້າຂອງ​ບໍ່​ສາມາດ ​ໄຫລ​ເຂົ້າ​ສະຖານີ ດູດ​ນໍ້າຂອງ ພວກ​ເຮົາ ​ໄດ້​ຖືວ່າ ມັນ​ດູດ​ບໍ່​ເຕັມອັຕຣາ ມັນ 60 ພັນ​ແມັດ​ກ້ອນນີ໋. ພວກ​ເຮົາ ດູດ​ໄດ້​ແຕ່ 51 ພັນ​ແມັດ​ກ້ອນ ຕໍ່​ມື້ ລົງ​ປະມານ 9 ພັນ​ແມັດ​ກ້ອນ.”

ທ່ານກ່າວ​ຕໍ່​ໄປ​ວ່າປັຈຈຸ​ບັນຣັຖວິ​ສາ​ຫະກິດນໍ້າ​ປະປາ​ລາວມີ​ໂຮງງານ​ຜລິດ​ນໍ້າ​ປະປາ ​ໂດຍ​ດູດ​ເອົາ​ນໍ້າຂອງ ​ໃນ​ເຂດ​ນະຄອນຫລວງ​ 3 ​ແຫ່ງຄືນໍ້າ​ປະປາ​ຈິ​ນາຍ​ໂມ້ ​ເມືອງ​ຫາດ​ຊາຍ​ຟອງດູດ​ໄດ້ 80 ພັນ​ແມັຕກ້ອນ, ນໍ້າປາ​ເກົ້າ​ລ້ຽວ 60 ພັນ​ແມັຕກ້ອນ ​ແລະ​ ສຖາ​ນີ ດົງໝາກຄາຍ ດູດ​ໄດ້ 20 ພັນ​ແມັຕກ້ອນ. ​ແຕ່​ໃນ​ສພາບ​ ແມ່​ນໍ້າຂອງທີ່​ບົກ​ແຫ້ງ​ລົງ ​ຢ່າງໜັກ​ ໃນ​ຂນະ​ນີ້ ​ໂຮງງານ​ຜລິດ​ນໍ້າ​ປະປາທັງ 3 ​ແຫ່ງ​ດັ່ງກ່າວບໍ່​ສາມາດ​ດູດ​ນໍ້າ​ໄດ້ ​ໃນ​ປະລິມານ ​ເທົ່າ​ເດີມ ​ເຮັດ​ໃຫ້​ເກີດ​ບັນຫາຂາດ​ແຄນ​ນໍ້າຊຶ່ງຣັຖວິ​ສາ​ຫະກິດນໍ້າ​ປະປາພວມ​ຫາ​ທາງ​ແກ້​ໄຂ.

”​ໃນ​ລະຍະ​ສັ້ນໆ ປັຈຈຸ​ບັນ ພວກ​ເຮົາ ກໍາລັງ​ເຮັດ​ເຮືອ​ແພ ຈະ​ດູດ​ນໍ້າຂອງ ​ເຂົ້າ​ຊ່ວຍ​ຍາວໆ ​ແນ​ວ​ໂນ້ມ ພວກ​ເຮົາ ຈະ​ຫັນ​ທິດ ຈະ​ໄປ​ເອົາ​ນໍ້າ​ງື່ມ ​ເພາະ ​ເຮົາ​ຄິດ​ວ່າ ປັຈຈຸ​ບັນ ​ເຫັນ​ວ່າ ນໍ້າຂອງ ມັນ​ນັບ​ມື້​ນັບ​ບົກ​ແຫ້ງ​ລົງ.”

ແມ່​ນໍ້າຂອງ ​ຊຶ່ງເປັນ​ແມ່​ນໍ້າ​ນາໆຊາດນັ້ນ ​ເກີດ​ການ​ບົກ​ແຫ້ງຢ່າງໜັກໜ່ວງ ​ແຕ່​ຕົ້ນ​ປີ 2010 ມາ ຊຶ່ງ​ຖື​ເປັນຄວາມ​ແຫ້ງ​ແລ້ງຮ້າຍ​ແຮງທີ່​ສຸດ ​ໃນຮອບຫລາຍ​ສິບ​ປີຜ່ານ​ມາ ​ອັນ​ສ້າງ​ຄວາມ​ເດືອດຮ້ອນ ​ໃຫ້​ແກ່​ປະຊາຊົນຜູ້​ຕ້ອງ​ໃຊ້​ນໍ້າຈາກ​ແມ່​ນໍ້າຂອງ​ນັ້ນ. ​ແລະ ​​ເທົ່າຮອດດຽວນີ້ຍັງ​ບໍ່​ມີໜ່ວຍງານຫລື​ ອົງການ​ໃດໆທີ່​ຈະ​ເປັນ​ຕົວ​ກາງ ​ໃນ​ການ​ສຶກສາ​ ສາ​ເຫດ ຂອງ​ບັນຫາ​ດັ່ງກ່າວ ​ແລະ ​​ຫາ​ທາງ​ແກ້​ໄຂ​ເພື່ອ​ບັນ​ເທົາທຸກ ​ໃຫ້​ແກ່​ປະຊາຊົນ.