ຊາວສີພັນດອນ ມີຄວາມວິຕົກ

ນັບຕັ້ງແຕ່ຣັຖບານລາວ ມີແຜນສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນໍ້າຂອງ ຢູ່ໃນເຂດດອນສະຫົງ ທີ່ຕັ້ງຢູ່ໄກ້ໆກັບນໍ້າຕົກຄອນ, ຊາວບ້ານຢູ່ໃນ ເຂດສີພັນດອນ ແຂວງຈໍາປາສັກ ກໍມີຄວາມກັງວົນ ນໍາຊີວິດການ ເປັນຢູ່ຂອງພວກຕົນ ທີ່ອາໃສການ ປະໂມງເປັນ ຫລັກໃນການລ້ຽງຊີບ.

0:00 / 0:00

ຊາວບ້ານທີ່ອາໃສ ຢູ່ໃນເກາະດອນຕ່າງໆ ຫລືມີຖິ່ນຖານ ຢູ່ອ້ອມແອ້ມເຂດ ດອນສະຫົງ ພາກັນຖົກຢຽງ ກັນຢ່າງງຽບໆວ່າ ອັນໃດມີຄວາມ ສໍາຄັນກ່ວາກັນ ລະຫ່ວາງ ການສ້າງເຂື່ອນ ກັ້ນນໍ້າຂອງ ກັບການປະໂມງ. ເຂື່ອນກັ້ນນໍ້າຂອງ ທີ່ກ່າວນີ້ຈະ ສ້າງໃສ່ ຮ່ອງນໍ້າເລິກ ຊື່ງເປັນທາງທຽວ ຂື້ນທຽວລົງ ຂອງປາ ນານາຊະນິດ ຕາມລະດູ ການ. ຖ້າຫາກສ້າງເຂື່ອນ ໃສ່ແລ້ວ ປານານາຊະນິດ ກໍຈະບໍ່ສາມາດ ຂື້ນໄປຝັກໄຂ່ ແລະຈະບໍ່ມີ ການແຜ່ພັນອີກ ຕໍ່ໄປ.

ຕາມລາຍງານ ໜັງສືພິມ ການພັທນາ ຂອງ Australia ຊາວບ້ານ ດອນສະດໍາ ຄົນນື່ງຜູ້ທີ່ ມີອາຊີບຫາປາ ກ່າວວ່າໃນຄວາມ ເປັນຈິງແລ້ວ ປະຊາຊົນທີ່ ອາໃສຢູ່ ໃນເຂດນີ້ ບໍ່ໄດ້ມີເຈຕນາ ຈະຕໍ່ຕ້ານຣັຖບານ ຫລືບໍ່ຢາກ ໃຫ້ຣັຖບານ ເຂົ້າໃຈວ່າພວກ ຕົນຕໍ່ຕ້ານການ ສ້າງເຂື່ອນ, ແຕ່ເຂົາເຈົ້າຢ້ານ ວ່າພາກສ່ວນ ການປະໂມງໃນ ແມ່ນໍ້າຂອງນີ້ ຈະໄດ້ຮັບຜົນ ສະທ້ອນຈາກການ ສ້າງເຂື່ອນ. ປະຊາຊົນ ທີ່ມີອາຊີບ ຫາປາຢູ່ໃນ ເຂດນັ້ນມີ ປະມານເກືອບ 2,500 ຄົນຈາກ 4 ໝູ່ບ້ານ. ທ້າວຄໍາເພົ້າ
ຜູ້ທີ່ເປັນ ປະຊາຊົນ ໃນເຂດ 4 ໝູ່ບ້ານນັ້ນກ່າວວ່າ ປະຊາຊົນໃນ ແຖບນັ້ນບໍ່ເປັນ ຄົນດື້ດ້ານ-ຮຸນແຮງ ແລະມີປະເພນີ ທີ່ບໍ່ຕໍ່ຕ້ານ ນະໂຍບາຍແລະ ແຜນການຂອງ ຣັຖບານ ແຕ່ຢາກຂໍໃຫ້ ຣັຖບານສືກສາ ຜົນກະທົບຕໍ່ ປູປານານໍ້າຕື່ມ. ຖ້າບໍ່ດັ່ງນັ້ນ ການສ້າງເຂື່ອນ ກັ້ນນໍ້າຂອງນີ້ ກໍຈະເຮັດໃຫ້ ຊີວິດການເປັນ ຢູ່ຂອງພວກຕົນ ທຸກຍາກລົງຕື່ມ.

ຊາວບ້ານຄົນນື່ງ ກ່າວຕື່ມວ່າປາ ເປັນສິ່ງສໍາຄັນ ເພື່ອການຢູ່ລອດ ຂອງຄອບຄົວຖ້າ ບໍ່ມີປາແລ້ວ ລາວກໍຈະໄດ້ ຮັບຄວາມຍຸ່ງຍາກ ໃນການເຈືອຈູນ ຄອບຄົວ. ທ້າວ ຄໍາເພົ້າ ກ່າວວ່າເຮືອນຫລັງ ທີ່ລາວອາໃສ ຢູ່ນີ້ແມ່ນໄດ້ ມາຈາກການຫາ ປາຂາຍເປັນລາຍໄດ້. ເມື່ອປີຜ່ານມາ ລາວວ່າລາວມີ ລາຍໄດ້ 30 ລ້ານກີບ ຈາກຂາຍປາ ຈໍານວນ 2 ໂຕນ ທີ່ຕືກຂື້ນມາ ແຕ່ຮູສະຫົງ.

ເມື່ອເດືອນ ກຸມພາ ຜ່ານມານີ້ ຣັຖບານລາວ ໄດ້ລົງນາມ ອານຸຍາດໃຫ້ ບໍຣິສັດ Mega first Corp ຂອງມາເລເຊັຽ ພັທນາໂຄງການ ສ້າງເຂື່ອນດອນສະຫົງ ເປັນທີ່ ຮຽບຮ້ອຍແລ້ວ ແຕ່ວ່າໃນຂັ້ນ ຕອນການຕັດສີນ ໃຈອານຸຍາດນີ້ ປະຊາຊົນ ສ່ວນໃຫ່ຽບໍ່ມີ ສ່ວນຮ່ວມນໍາ.