ເຈົ້າໜ້າທີ່ ທາງການແຂວງ ຈໍາປາສັກ ວ່າໄດ້ຍິນ ສຽງຈົ່ມສຽງວ່າ ຂອງອົງການ ທີ່ບໍ່ຂື້ນກັບ ຣັຖບານ ແລ້ວກ່ຽວກັບ ຜົນສະທ້ອນ ຈາກການສ້າງ ເຂື່ອນ ດອນສະໂຮງ ແລະ ວ່າຍິນດີທີ່ ຈະຮັບຟັງ ຂໍ້ສເນີຂອງ ບັນຫາດ້ານ ສິ່ງແວດລ້ອມ ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈໍາແຂວງ ໄດ້ກ່າວ:
"ສ່ວນຫລາຍ ໄດ້ຍິນແຕ່ວ່າ ຜົນກະທົບ ເຣື້ອງປາ ຂື້ນປາລົງ ຫຍັງຕ່າງໆ ໄດ້ຍິນແຕ່ຫາງ ສຽງສິ່ງແວດລ້ອມ ຂອງ NGO ຫຍັງຕ່າງໆ ກໍອາດຈະເວົ້າ ເຣື້ອງປາຂື້ນລົງ ມີຂໍ້ ຫຍຸ້ງຍາກ ໃນການວາງໄຂ່ ຫຍັງຕ່າງໆ ເພາະວ່າ ພວກເຮົາກໍຢູ່ ໃນຂັ້ນທ້ອງຖິ່ນ ຂໍ້ມູນທ້ອງຖິ່ນ ຂໍ້ມູນອັນລະອຽດ ເພິ່ນກໍສົ່ງ ຂໍ້ມູນໃຫ້ທາງ ກະຊວງເປັນຜູ້ ພິຈາຣະນາ ເອງ".
ທ່ານວ່າ ບັນຫາເສັ້ນທາງ ປາຂື້ນແລະລົງ ຜົນສະທ້ອນ ຕໍ່ການວາງໄຂ່ ຂອງປາ ແລະ ຜົນສະທ້ອນ ຕໍ່ຊາວປະໂມງ ທີ່ຢືດໝັ້ນ ໃນອາຊີບ ຫາປາ ທາງການກໍໄດ້ ຣັບຊາບ ໝົດແລ້ວ. ປັດຈຸບັນ ທາງການກໍາລັງ ພິຈາຣະນາ ບົດສໍາຣວດ ເບື້ອງຕົ້ນ ແຜນການກໍ່ສ້າງ ເຂື່ອນໄຟຟ້າ ດັ່ງກ່າວທີ່ຫາ ກໍສໍາຣວດແລ້ວ ແຕ່ເວລານີ້ ບໍ່ຂໍອອກ ຄວາມເຫັນ.
ການສືກສາ ສໍາຣວດເບື້ອງຕົ້ນ ໄດ້ສໍາເຣັດ ລົງແລ້ວ ເຫລືອແຕ່ການ ສືກສາລາຍ ລະອຽດ ແລະຜ່ານບົດ ປະເມີນຜົນ ສະທ້ອນ ຕໍ່ສິ່ງແວດລ້ອມ ແລະ ສັງຄົມຕ່າງໆ. ຫລັງຈາກນັ້ນ ຈະປະເມີນ ງົບປະມານ ຂອງໂຄງການ. ໂຄງການດັ່ງກ່າວ ມີຄວາມເປັນໄປ ໄດ້ສູງທີ່ຈະ ໄດ້ຮັບການ ອະນຸມັດ.
ເຂື່ອນດອນສະໂຮງ ໃນແຂວງ ຈໍາປາສັກ ຈະສ້າງຂື້ນ ໃນແມ່ນໍ້າຂອງ ໃນຈຸດທີ່ເອີ້ນ ກັນວ່າ ຮູສະໂຮງ ຊື່ງເປັນຮູນໍ້າ ທີ່ປາຂື້ນລົງ ຕາມລະດູການ ເພື່ອຝັກໄຂ່. ກຸ່ມອານຸຮັກ ທັມມະຊາດ ໃນປະເທດ ໃກ້ຄຽງ ແລະຫລາຍປະເທດ ເຫັນວ່າ ການສ້າງເຂື່ອນນີ້ ຈະມີຜົນ ສະທ້ອນໜັກ ຕໍ່ການຂື້ນລົງ ຂອງປາ ຕໍ່ສິ່ງແວດລ້ອມ ແລະ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ຫລາຍພັນຄົນ ທີ່ອາໃສປາ ໃນແມ່ນໍ້າຂອງ ເປັນອາຫານ ລ້ຽງຊີບ. ໄຟຟ້າທີ່ ຜລິດໄດ້ທັງໝົດ ນັ້ນສ່ວນໃຫ່ຽ ຈະສົ່ງໄປຂາຍ ໃຫ້ປະເທດ ເພື່ອນບ້ານໃຊ້.