ທົດລອງ ແລ່ນຈັກປັ່ນໄຟຟ້າ ນໍ້າເທີນ 2

ເຂື່ອນນ້ຳເທີນ 2 ເຣີ່ມແລ່ນເຄື່ອງຈັກ ເປັນກາຣທົດລອງ ເທື່ອທຳອິດ ແລະ ຄາດວ່າ ຈະສາມາດ ຜລິຕໄຟຟ້າໄດ້ ເຕັມກຳລັງ ພາຍໃນ ເດືອນທັນວາປີ 2009 ນີ້.

ເຂື່ອນ​ໄຟຟ້າ ​ນ້ຳ​ເທີນ 2 ​ໄດ້​ເຣີ່ມ​ແລ່ນ ​ເຄື່ອງ​ຜລິ​ຕ ກະ​ແສ​ໄຟຟ້າ ​ເພື່ອ​ສົ່ງ​ຂາຍ ​ເຂົ້າສູ່ຣະບົບ​ ເຄືອ​ຂ່າຍ​ຜູ້​ຊື້​ ເປັນທີ່​ຮຽບຮ້ອຍ​ແລ້ວ ​​ແຕ່​ມື້​ວັນ​ທີ່ 24 ມີ​ຖຸນາ ​ຜ່ານ​ມາ ​ແລະ ​ມີ​ກາຣຢືນຢັນ​ວ່າ​ ຈະ​ໃຫ້​ສາມາດ ​ຜລິ​ຕ​ໄຟຟ້າ ​ໄດ້​ເຕັມ​ກຳລັງ 1,070 ​ເມ​ກາ​ວັຕ ຕາມ​ກຳໜົດ​ ພາຍ​ໃນ​ເດືອນ​ທັນວາ 2009 ນີ້ດັ່ງ​ທ່ານ ​ສຸຣີວົງດາລາ​ວົງຣັຖມົນຕຣີ ກະຊວງ​ພລັງ​ງານ ​ແລະ ​ບໍ່​ແຮ່ ​ໄດ້​ເປີດ​ເຜີຽ ​ຢູ່​ກອງ​ປະຊຸມ​ ສະພາ​ແຫ່ງ​ຊາຕ ສມັຍ​ສາມັນ​ ຄັ້ງທີ່ 7 ​ໃນ​ມື້​ວັນສຸກ​ຜ່ານ​ມາ​ນີ້ ​ວ່າ:

ໂຄງກາຣໄຟຟ້າ ນ້ຳ ເທີນ 2 ​ ໄດ້ ຜລີ ໄຟຟ້າ ເມ ກາ ວັຕ ທຳ ອີດ ຫລື ວ່າ ກິ ໂລ ວັຕ ໂມງ ທຳ ອິດ ແລະ ໄດ້ ຂາຍ ເຂົ້າສູ່ຣະບົບ ຕາ ຂ່າຍ ຂອງ ຜູ້ ຊື້ ເປັນ ທີ່ ຮຽບຮ້ອຍ ແລ້ວ ແຕ່ ວ່າ ຫາ ກະ ແມ່ນ ໜ່ວຍ ຈັກ ໜ່ວຍ ທີ່ 1 ​ ໃນ ຈຳນວນ 6 ​ ເຄື່ອງ ຈັກ ແລະ ຢືນຢັນ ວ່າ ເດືອນ 12 ຂອງ ປີ ນີ້ ພວກ ເຮົາ ຈະ ສາມາດ ຜລິ ໄດ້ ໝົດ ທຸກ ໜ່ວຍ ແລະ ເອົາ ເຂົ້າສູ່ຣະບົບ ກາຣຊື້ ຂາຍ ເປັນ ປົກ ຕິ "

ໂຄງກາຣສ້າງ​ເຂື່ອນ ​ໄຟຟ້າ​ນ້ຳ​ເທີນ 2 ດັ່ງກ່າວ​ ມີ​ມູລຄ່າ ​ກາຣລົງທຶນ ​ສ້າງ​ເຖີງ 1,200 ລ້ານ​ດອລລາຣ໌ສະຫະຣັຖ ​ແລະ ​ໄດ້​ເຣີ່ມລົງ​ມື ​ກາຣກໍ່ສ້າງ​ ແຕ່​ກາງ​ປີ 2005 ​ເປັນຕົ້ນມາ ​ແລະ ​ໃນ​ເມື່ອ​ຫາກ​ສ້າງ ​ສຳ​ເຣັຈ​ ເປັນ​ທີ່​ຮຽບຮ້ອຍ ​ທຸກ​ຢ່າງ​ແລ້ວນັ້ນທາງ​ກາຣລາວ​ ຈະ​ສົ່ງ​ຂາຍ ​ກະ​ແສ​ໄຟຟ້າ ​ໃຫ້​ແກ່​ ທາງ​ກາຣ​ໄທຽ​ເຖີງ 95% ຂອງ​ຜົລກາຣຜລິ​ຕ ທັງ​ໝົດ ​ຕາມ​ທີ່​ໄດ້​ມີ​ ກາຣຕົກລົງ​ກັນ​ ຊື່​ງທາງ​ກາຣ ທະນາຄານ​ໂລກ ​ກໍ​ວ່າ​ ຈະ​ເປັນກາຣສ້າງຣາຍຮັບ​ ໃຫ້​ແກ່ ​ທາງ​ກາຣລາວ ​ບໍ່​ຕໍ່າ​ກວ່າ 34 ລ້ານ​ດອລລາຣ໌ ຕໍ່​ປີ​ໃນຣະຍະ 10 ປີ​ທຳ​ອີດ ​ແລະ​ວ່າ ​ໂຄງກາຣນ້ຳ​ເທີນ 2 ດັ່ງກ່າວ ​ຈະ​ສ້າງຣາຍ​ໄດ້ ​ໃຫ້​ແກ່​ທາງ​ກາຣລາວ ​ເຖີງ 2,000 ລ້ານ​ດອລລາຣ໌ ​ໃນຣະຍະ 25 ປີ.

ຢ່າງ​ໃດ​ກໍ​ຕາມໂຄງກາຣ​ໄຟຟ້າ ​ນ້ຳ​ເທີນ 2 ​ແຫ່ງ​ນີ້ທາງ​ກາຣສປປລາວກໍ​ໄດ້​​ໂຍກ​ຍ້າຍ ​ປະຊາຊົນ ​ກວ່າ 6,200 ຄົນ ​ອອກ​ຈາກ​ເຂ​ຕພື້ນ​ທີ່ ​ໄປ​ອາສັຍ​ຢູ່​ບ່ອນ​ໃໝ່ ທີ່​ທາງ​ກາຣ ຣັຖບາ​ລ ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​​ ເປັນກາຣຊົດ​ເຊີຽ ທີ່​ດິນ ​ແລະ ​ສົ່ງ​ເສີມ ​ທາງ​ດ້ານ​ກາຣກະ​ເສຕ​ ກາຣລ້ຽງສັຕກາຣ​ໃຊ້​ປະໂຍຊ ຈາກ​ປ່າ​ໄມ້​ ແລະ ກາຣປະມົງ​ ​ໃນ​ອ່າງ​ເກັບ​ນ້ຳ​ນັ້ນ ນຳ​ດ້ວຍ.

ກ່ຽວ​ກັບ​ເຣື່ອງນີ້ ​ຫວ່າງ​ມໍ່​ໆ​ມາ​ນີ້ ​ທາງ​ເຈົ້າໜ້າ​ທີ່ ​ຈາກ​ໂຄງກາຣ ​ແມ່ນ້ຳ​ ເພື່ອ​ຊີ​ວີ​ຕຫລື SEARIN ຂອງ​ໄທຽ​ ໄດ້​ລົງ​ສຳຣວຈ ຕາມ​ພື້ນ ​ຂອງ​ກາຣຈັດ​ສັນ​ແຫ່ງ​ໃໝ່ ​ແລະ ​ພົບ​ວ່າ​ ຊາວ​ບ້ານ ​ສ່ວນ​ໜື່ງ​ ໃຫ້​ຄຳ​ເຫັນ​ວ່າກາຣຈັດ​ສັນ​ພື້ນ​ທີ່​ດີ​ນ ຄອບຄົວ​ລະ 0.66 ​ເຮ​ກຕ໊າຣ໌ນັ້ນບໍ່​ພຽງພໍ​ ກັບ​ຄວາມ​ຕ້ອງກາຣ ​ເພື່ອ​ທຳ​ມາ​ຫາ​ກິນ ​ແລະ ​ບັນຫາ​ ທີ່​ວ່າຊາວບ້ານໆ​ໂພນ​ຄຳ ​ເມືອງ​ມະຫາ​ໄຊ ​ທີ່​ໄດ້​ຮັບ​ຜົລກະທົບ​ ຈາກ​ກາຣ​ເນັ່ງສາຍ​ໄຟຟ້າ​ນັ້ນກໍ​ຍັງ​ບໍ່​ທັນ​ໄດ້ຮັບ​ຄ່າ​ຊົດ​ເຊີຽພ້ອມ​ກັບ​ ບໍ່​ທັນ​ມີ​ບ່ອນ ​ທຳ​ມາ​ຫາ​ກິນ​ເທື່ອ ​ຈົນ​ເທົ່າ​ປັຈຈຸ​ບັນ​ນີ້.