ເສັ້ນທາງຂົນສົ່ງ ເປັນບັນຫາ ໃນການລົງທືນ

ໂຄງຮ່າງພື້ນຖານ ດ້ານເສັ້ນທາງ ຄົມມະນາຄົມ ໃນແຂວງບໍ່ແກ້ວ ເປັນອຸປສັກ ຕໍ່ການສົ່ງອອກ ສິນຄ້າ ແລະການລົງທືນ.

0:00 / 0:00

ຍ້ອນວ່າ ແຂວງບໍ່ແກ້ວ ເປັນແຂວງທີ່ມີ ພູຜາ ປ່າໄມ້ຫລາຍ ເສັ້ນທາງຄົມມະນາຄົມ ລະຫ່ວາງເມືອງຕໍ່ເມືອງ ກໍຍັງບໍ່ທັນ ຢູ່ໃນສະພາບ ທີ່ດີພໍ ມີຖນົນດິນແດງ ຢູ່ຫລາຍເສັ້ນ ທີ່ບໍ່ໄດ້ມາຕຖານ ເຮັດໃຫ້ການ ຂົນສົ່ງສິນຄ້າ ບໍ່ສະດວກ ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທືນ ປະຈໍາແຂວງໄດ້ກ່າວ:

"ມັນແຂວງນ້ອຍ ແຂວງພູດອຍ ສິ່ງອໍານວຍ ຄວາມສະດວກ ມັນກໍບໍ່ສະດວກ ປານໃດ ການລະດົມ ການລົງທືນກໍຍາກ ຍ້ອນເຫດຜົນ ແນວນັ້ນ ສໍາລັບໂຄງຮ່າງ ດ້ານເສັ້ນທາງ ການຄົມມະນາຄົມ ກໍຍັງ
ມີຄວາມ ຫຍຸ້ງຍາກຢູ່ ການສົ່ງອອກບໍ ຫລືອີ່ຫຍັງຕ່າງໆ".

ເສັ້ນທາງໃຫຍ່ ແລະ ໄດ້ມາຕຖານ ໃນແຂວງບໍ່ແກ້ວ ໃນປັດຈຸບັນນີ້ ແມ່ນເສັ້ນທາງR3 ຊື່ງເປັນເສັ້ນທາງ ເສຖກິດເໜືອໃຕ້ ເຊື່ອມຕໍ່ແຂວງ ຊຽງຮາຍຂອງໄທ ໄປຍັງພາກໃຕ້ ແຂວງຢຸນນ່ານ ຂອງຈີນ ໂດຍຜ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ແຂວງຫລວງນໍ້າທາ ຂອງລາວ. ຄາດວ່າ ເສັ້ນທາງເສຖກິດ ເໜືອໃຕ້ນີ້ ຈະຈອດກັນ ຢ່າງສົມບູນພາຍ ໃນສາມປີຂ້າງໜ້າ ຫັລງຈາກການ ສ້າງຂົວ ຂ້າມນໍ້າຂອງ ແຫ່ງທີ່ສີ່ ຫ້ວຍຊາຍ-ຊຽງຂອງ ໄດ້ສໍາເຣັດລົງ.

ທຸຣະກິດໃຫຍ່ ໃນແຂວງບໍ່ແກ້ວ ໃນເວລານີ້ ໄດ້ແກ່ ເຂດສັມປະທານ ໃນເມືອງຕົ້ນເຜິ້ງ ຊື່ງປະກອບດ້ວຍ ໂຮງແຮມ ຄາຊີໂນ-ຣີຊ໊ອທ ຂນາດໃຫ່ຽ ຕັ້ງຢູ່ແຄມຂອງ ຢູ່ໃນພື້ນທີ່ ປະມານ 800ເຮັກຕາ ແລະ ຫ້າງຮ້ານຂາຍ ສິນຄ້າ ທຸຣະກິດ ບໍຣິການ ການບັນເທິງ ຊື່ງໄດ້ເປີດ ບໍຣິການມາ ຕັ້ງແຕ່ ປີຜ່ານມາ ຍ້ອນວ່າ ເຂດເມືອງຕົ້ນເຜິ້ງ ມີພູມີປະເທດ ແລະປະຫັວດຄວາມ ເປັນມາທີ່ໜ້າ ຄົ້ນຫາ ແລະເໝາະສົມ ໃນການທ່ອງທ່ຽວ. ສ່ວນອາຄານ ທີ່ຈະຮັບໃຊ້ ທຸຣະກິດອື່ນໆ ກໍກໍາລັງສ້າງຂື້ນ.

ແຂວງບໍ່ແກ້ວ ປະກອບດ້ວຍ ຫ້າຕົວເມືອງ ຄື ເມືອງເມິງ ເມືອງຕົ້ນເຜິ້ງ ເມືອງຫ້ວຍຊາຍ ເມືອງປາກທາ ແລະ ເມືອງຜາອຸດົມ. ຣັຖບານລາວ ມີຄວາມຄິດຢາກ ຈະພັທນາໂຄງຮ່າງ ພື້ນຖານດ້ານ ເສັ້ນທາງ ຄົມມະນາຄົມ ລະຫ່ວາງ ເມືອງຕໍ່ເມືອງ ໃຫ້ໄດ້ມາຕຖານ ແຕ່ກໍບອກວ່າ ຈະໃຊ້ເວລາ ດົນນານ ເນື່ອງຈາກວ່າ ພູມີປະເທດ ເຕັມໄປດ້ວຍ ພູຜາປ່າດົງ ປະກອບກັບ ງົບປະມານ ບໍ່ມີພຽງພໍ.