ໃນຂນະນີ້ ຫນ່ວຍງານ ທີ່ກ່ຽວຂ້ອງ ຈາກສອງປະເທດ ລາວ-ຈີນ ກຳລັງປຶກສາ ຫາລືກັນຢູ່ ກ່ຽວກັບເລື້ອງນີ້ ວ່າຈະອອກ ແບບຢ່າງໃດ ແລະ ຈະເລີ້ມປະຕິບັດ ກັນເມຶ່ອໃດ ລາຍລະອຽດ ຕ່າງໆນັ້ນ ຍັງຈະມີການ ປືກສາຫາລື ກັນໃຫມ່. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ແຕ່ທາງພາກເຫນືອ ຕາມທີິດທາງ ຂອງພວກເຮົາ ຈະມອບໃຫ້ ຈີນເປັນຜູ້ສ້າງ ກະແຜນທຳອີດນີ້ ພວມດຳເນີນເຊັນ MOU ພ້ອມກັນ ເຊັນແນ່ລະ ແຕ່ວ່າດຽວນີ້ ຍັງບໍຊັດເຈນ ວ່າເມື່ອໃດ".
ທ່ານກ່າວຕໍ່ໄປວ່າ ທາງຣົຖໄຟ ສາຍເຫນືອຈະເລີ້ມ ຈາກນະຄອນ ຫລວງວຽງຈັນ ຫລວງພຣະບາງ ໄປບໍ່ເຕັນ ເຊື່ອມຕໍ່ໃສ່ ສາຍຣົຖໄຟ ຂອງຈີນ ທີ່ແຂວງຢູນານ ຖ້າຫາກ ເສັ້ນທາງຣົຖໄຟ ສາຍດັ່ງກ່າວ ຫາກເກີດຂື້ນແທ້ຈິງ ກໍ່ຈະເປັນເສັ້ນ ເຊຶ່ອມຕໍ່ກັບ ເສັ້ນທາງຣົຖໄຟ ຣະຫວ່າງ3ປະເທດ ໄທ-ລາວ-ຈີນ ຕາມຖນົນ R3A ແລະ ເສັ້ນທາງສາຍ ຣົຖໄຟ ສາຍດັ່ງກ່າວ ຈະເຮັດໃຫ້ລາວ ກາຍເປັນປະເທດ ເຊື່ອມຕໍ່ທາງບົກ ໃນພູມີພາຄໄດ້.
ໂຄງການດັ່ງກ່າວ ຣັຖບານລາວ ບໍ່ມີງົບປະມານ ໃນການສ້າງສາ ຈຶ່ງຕ້ອງໄດ້ອາສັຍ ຣັຖບານຈີນ ເຂົ້າມາຊ່ອຍເຫລືອ ແລະ ສ້າງໃຫ້ ແລະຈີນ ກໍ່ສົນໃຈ ໃນເລື້ອງ ດັ່ງກ່າວຢູ່ແລ້ວ ເພາະຈີນຢາກ ຂຍາຍຂອບເຂດ ໃນການສົ່ງສີນຄ້າ ຂອງຕົນລົງ ຜ່ານລາວໄປສູ່ ປະເທດອ້ອມຂ້າງ.
ໃນປັດຈຸບັນ ຣັຖບານລາວ ໄດ້ວາງເປົ້າຫມາຍ ໃນການພັທນາ ການຄົມມະນາຄົມ ຂອງລາວ ໃນຣະຍະ5ປີ ຂ້າງຫນ້າທີ່ຈະ ປະກອບດ້ວຍ ການຂຍາຍທາງຣົຖໄຟ ໄປໃນລາວ ແລະສ້າງຖນົນ super highway ຫລາຍສາຍ ສຳລັບເຊື່ອມຕໍ່ ກັບປະເພື່ອນບ້ານ.
