ຖນົນເລກທີ 7 ເຂດສາລາພູຄູນ ຖືກຕັດຂາດ

ພະຍຸຝົນ ຕົກລົງມາ ຕິດຕໍ່ກັນ ຫຼາຍມື້ ໃນພື້ນທີ່ ເຂດທາງພາກເໜືອ ຂອງລາວ ສົ່ງຜົນກະທົບໃຫ້ ຖນົນຫຼາຍສາຍ ມີສະພາບ ດິນເຈື່ອນ ສ້າງຄວາມຍຸ້ງຍາກ ໃຫ້ແກ່ ການສັນຈອນ ໄປມາ.

ກະ​ແສ​ຂ່າວ ​ທ້ອງ​ຖິ່ນ​ລາຍ​ງານ ​ວ່າ ​ເລີ້ມ​ມາ ​ໄດ້ 2-3 ມື້​ຜ່ານ​ມາ​ນີ້ ເສັ້ນທາງຫຼວງ ​ເລກທີ 7 ​ແຕ່ ​ທາງ​ແບ່ງ​ ສາລາ​ພູ​ຄູນ ​ໄປ​ຫາ ຊຽງ​ຂວາງ ​ໄດ້​ຮັບ​ຜົນ​ກະທົບ​ ຢ່າງ​ໜັກ ຈາກ​ນ້ຳ​ປ່າ ​ໄຫຼ​ເຊາະ ​ເຮັດ​ໃຫ້​ເກີ​ດ ດິນ​ເຈື່ອນ ທັບ​ລົງ​ໃສ່ ​ຖນົນ​ຫົນທາງ ສົ່ງ​ຜົນ​ ໃຫ້ການ​ສັນຈອນ ​ໄປ​ມາ​ບໍ່​ສດວກ ຊຶ່ງ​ບາງ​ບ່ອນ ຣົດຍົນ​ໄດ້​ຈອດ ​ລໍຖ້າ ​ໃຫ້​ໜ່ວຍ​ໂຍທາ ​ເອົາ​ເຄື່ອງ​ຈັກ ຂນາດ​ໜັກ ມາ​ຍົກຍ້າຍ ສິ່ງ​ຂອງ ກີດຂວາງ​ ດັ່ງກ່າວ.

ໃນ​ຍາມ​ຝົນ ຫາກ​ມີ​ຝົນ ຕົກ​ໜັກ ຕິດ​ຕໍ່​ກັນ ຫຼາຍ​ມື້ ກໍ​ຈະ​ ສົ່ງ​ຜົນ​ກະທົບ​ ໃຫ້​ຫຼາຍໆ ​ພື້ນທີ່ ​ໃນ​ລາວ ​ໂດຍ​ສະ​ເພາະ ​ມັກ​ຈະ​ເກີດ​ມີ ນ້ຳ​ປ່າ​ໄຫຼ​ເຊາະ ​ຈາກ​ເທິງ​ພູ ​ເຮັດ​ໃຫ້​​ເກີດ ສະພາບ​ດິນ​ເຈື່ອນ ລົງ​ທັບ ຖນົນ​ ຫົນທາງ ​ແຕ່​ກໍ​ບໍ່​ຮ້າຍ​ແຮງ, ບາງ​ບ່ອນ ກໍ​ເກີດ ​ນ້ຳ​ຖ້ວມ ​ແລະ ນ້ຳ​ເຈາະ​ເຊາະ ຖນົນ​ ຈົນ​ຂາດ​ກໍ​ມີ.

ປາກົດການ ​ທີ່​ກ່າວ​ມາ​ນີ້ ​ແຕ່​ກ່ອນ ​ບໍ່​ເຄີຍ​ເກີດ​ຂື້ນ​ເລີຍ ​ແລະ ​ສາ​ເຫດ ​ຫຼັກ​ທີ່​ເຮັດ​ໃຫ້​ມີ ປາກົດການ ​ເຫລົ່າ​ນີ້ ​ເນື່ອງ​ຈາກ​ວ່າ ຍັງ​ມີ​ການ​ລັກລອບ ຕັດ​ໄມ້​ທໍາລາຍ​ປ່າ ຢູ່​ຕໍ່​ມາ.