ກອງປະຊຸມ ຊາວພຸທ ນານາຊາຕ ຄັ້ງທີ່ 6 ເນື່ອງໃນວາຣະ ໂອກາດສລອງ ວັນວິສາຂະບູຊາ ປະຈຳປີ 2009 ໂດຽກາຣເປັນ ເຈົ້າພາບ ຂອງທາງກາຣ ຣັຖບາລໄທຽ ແລະພາຍໃຕ້ ຄວາມອຸປຖັມ ຂອງອົງກາຣ ສະຫະປະຊາຊາຕ ຖືກຈັດຂື້ນ ໃນວັນທີ່ 4-6 ພຶສພາ ນີ້ນັ້ນ ກໍມີ ພຣະສັງຄະຣາຊ ຄະນະ ພຣະພິຂຸສົງ ພ້ອມດ້ວຍຜູ້ນຳ ຊາວພຸທ ແລະຝ່າຍ ຄາຣະວາດ ຮວມເປັນ ຈຳນວນທັງໝົດ 3,000 ຈາກປະມານ 80 ປະເທສເຂົ້າຮ່ວມ ຊື່ງກໍຮວມທັງ ຄະນະພຣະສົງ ລາວ 11 ອົງພ້ອມດ້ວຍ ເຈົ້າໜ້າທີ່ ຜູ້ຕິດຕາມອີກ 2 ທ່ານ.
ກາຣໄປຮ່ວມ ໃນງານກິຈກັມ ນາໆຊາຕ ດັ່ງກ່າວນີ້ ທາງຫ້ອງກາຣ ເລຂາທິກາຣ ຂອງອົງກາຣ ພຸທສາສນາ ໃນລາວ ກໍໃຫ້ຄຳເຫັນ ວ່າ:
“ຍັງບໍ່ທັນຮູ້ ວ່າ (ເພີ່ນ) ຈະເອົາບັນຫາ ໃດແດ່ຂື້ນມາ… ແຕ່ວ່າ ມື້ວັນທີ່ 7 ເວລາທີ່ເພີ່ນ ເດີນທາງກັບແລ້ວ ເພີ່ນສິເຮັດ ຂໍ້ສຣູບແລ້ວ ສົ່ງໃຫ້ ຫ້ອງກາຣ ແລ້ວທາງພວກເຮົາ ຈື່ງຈະຮັບຮູ້ ວ່າເພີ່ນໄປ ປະຊຸມເຣື່ອງໃດ ຫັ້ນນ໋າ”
ທາງພຣະ ອາຈາຣ ປະຈຳຫ້ອງກາຣ ເລຂາທິກາຣ ທີ່ນະຄອນ ຫລວງວຽງຈັນ ກໍໃຫ້ຄວາມເຫັນ ກ່ຽວກັບກາຣ ເດີນທາງໄປຮ່ວມ ໃນວັນວິສາຂະບູຊາ ໂລກ ຄັ້ງນີ້ ເພີ່ມອີກວ່າ:
“ທາງພວກເຮົາ ບໍ່ມີ ຂໍ້ສເນີຫຍັງ ມີແຕ່ວ່າໄປ ຮ່ວຕາມກາຣ ນິມົນຂອງເພີ່ນ ແລ້ວກ໋ະໄປ ອວຍພອນ ໃຫ້ກອງປະຊຸມ ໃຫ້ສະຫະ ປະຊາຊົນ ໃຫ້ສະຫະ ປະຊາຊາຕ ວ່າຄົນລາວ ແລະ ທຸກໆຄົນ ໃນໂລກ ໃຫ້ມີຄວາມ ສຸຂເຈຣີນ ກ໋ະອວຍພອນ ໃຫ້ເພີ່ນໄປ ຊັ້ນແຫລະ ໃຫ້ມີ ສັນຕິພາບ ມີຄວາມ ຍຸຕິທັມ ມີ ປະຊາທິປະໄຕ ໄປຈັງຊັ້ນແລ້ວ (ທາງ) ບ້ານລາວເຮົາ ບໍ່ມີຫຍັງໄປ ສເນີເພີ່ນດອກ.”
ເຖີງຢ່າງໃດ ກໍຕາມ ກອງປະຊຸມ ສັມມະນາ ຄັ້ງນີ້ຕາມທີ່ ທາງເຈົ້າໜ້າທີ່ ກ່ຽວຂ້ອງໄດ້ແຈ້ງ ໃຫ້ທາງ ສື່ມວລຊົນ ໄດ້ຮັບຊາບນຳ ນັ້ນ ກໍຮວມທັງກາຣ ພິຈາຣະນາ ດ້ານ ແກ້ໄຂບັນຫາ ສີ່ງແວດລ້ອມ ບັນຫາເສຖກິຈ ດ້ານກາຣເມືອງ ແລະ ສັນຕິພາບ ກາຣສຶກສາ ຕລອດຮອດດ້ານ ກາຣຮ່ວມມືຈັດ ສ້າງພຣະໄຕຣປີດົກ ສະບັບສາກົລ ນັ້ນ ນຳດ້ວຍ.