ຍັງມີການໃຫ້ ສິນບົນ ໃນດ້ານການສຶກສາ ຢູ່

ຣະບົບການສຶກສາ ໃນລາວ ຍັງປະສົບກັບ ບັນຫາ ຄຸນນະພາບ ແລະ ການຫຍໍ້ທໍ້ ດ້ານຕ່າງໆ ໃນຂະນະທີ່ ຍັງມີ ການໃຫ້-ຮັບ ສິນບົນ ເພື່ອເຂົ້າສຶກສາ.

ທ່ານ ສົມ​ກົດ ມັງ​ໜໍ່​ເມກ ຣັຖມົນຕຣີ ກະຊວງ ​ສື​ກສາ​ທິການ ​ຂອງ​ລາວ ຮັບ​ຮູ້​ວ່າ ການ​ພັດທະນາ ​ການ​ສື​ກສາ ​ຂອງ​ລາວ ​ໃນ​ປັດຈຸບັນ, ​ເຖິງ​ແມ່ນ​ວ່າ ຈະ​ສາມາດ ​ຂະຫຍາຍ​ ​ໄປ​ຮອດ​ເຂດ​ຊົນ​ບົດ ​ໄດ້​ຢ່າງ​ຕໍ່​ເນື່ອງ ​ກໍ​ຕາມ, ​ແຕ່​ການ​ພັດທະນາ​ ການ​ສື​ກສາ ​ໃນ​ລາວ ​ຍັງ​ປະສົບ​ ກັບ​ບັນຫາ​ຄຸນະພາບ ທັງ​ປະສົບ ​ກັບ​ບັນຫາ ​ຫຍໍ້​ທໍ້ ​ໃນ​ດ້ານ​ຕ່າງໆ ​ອີກ​ຫລາຍ​ ບັນຫາ.

ທ່ານ ສົມ​ກົດ ກ່າວ​ໃນ​ຕອນ​ນຶ່ງ ວ່າ:

ບັນຫາ ​ ປະກົດ​ການ ​ຫຍໍ້ທໍ້ ​​ເກີດ​ຂື້ນ ໃນ​ຂະ​ແໜງ ການ​ສື​ກສາ ມັນ​ເກີດ​ຂື້ນ ​ໃນ​ຫລາຍ​ຮູບ​ແບບ ​ທີ່​ສຸດ ​​ເຊັ່ນ ການ​ປອມ​ແປງ ​ປະ​ກາ​ຊະ​ນິຍາ​ບັດ, ບັນຫາ​ ຄວາມ​ບໍ່​ໂປ່​ງ​ໃສ ​ໃນ​ການ​ສອບ​ເສັງ, ບັນຫາ ​ການ​ເອົາ​ເງິນ ​ເຂົ້າ​ຮຽນ​ ນໍາ​ນັກຮຽນ ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ, ບັນຫາ ​ການຊັບ​ຊ້ອນ ​ນັກຮຽນ ​ຈົບ ມ. 6 ​ເຂົ້າ​ຮຽນ ​ຕໍ່​ວິຊາ​ຊີບ, ຫລື​ວ່າ ​ບັນຫາ ​ນັກຮຽນ​ ນັກ​ສື​ກສາ ຕິດ​ເກ​ມ ​ມົ້ວ​ສຸມ ​ນໍາ​ສິ່ງຢາ​ເສບ​ຕິດ ເຂົ້າ​ຮ້ານ​ບັນ​ເທິງ​ອື່ນໆ.

ບັນຫາ ​ທີ່​ກ່າວ​ມາ​ນີ້ ທ່ານ ສົມ​ກົດ ​ວ່າ ​ເປັນ​ບັນຫາ ​ທີ່​​ເຈົ້າ​ໜ້າ​ທີ່ ​ຂະ​ແໜງ​ ການ​ສື​ກສາ ​ໃນ​​ແຕ່ລະ ໂຮງຮຽນ ຫລື ສະ​ຖາ​ບັນ ຕ້ອງ​ໄດ້​ຊ່ວຍ​ກັນ ​ແກ້​ໄຂ ​ເພື່ອ​ເຮັດ​ໃຫ້ ​ລະບົບ​ ການ​ສື​ກສາ ​ຂອງ​​ລາວ ເຂົ້າ​ລະບຽບ ​ວິ​ໃນ ​ແລະ ​ມີ​ຄຸນະພາບດີ.

ຈາກ​ ການ​ສໍາ​ຣວດ​ ໃນ​ທາງ​ລັບ ​ໃນ​ລະຍະ 5 ປີ ຜ່ານມາ​ນີ້ ພົບ​ວ່າ ການ​ຮັບ​ ສິນ​ບົນ ​ຈາກ​ນັກຮຽນ ນັກ​ສື​ກສາ ​ທີ່​ສອບ​ເສັງ ​ເຂົ້າ​ມະຫາວິທະຍາ​ໄລ ຫລື​ ໂຮງຮຽນ​ ວິຊາ​ຊີບ ​ອື່ນໆ ໄດ້​ກາຍ​ເປັນ ​ບັນຫາ​ ທີ່​ຮຸນ​ແຮງ ​ຂື້ນ​ເລື້ອຍໆ.