ຫລວງພຣະບາງ ເມືອງ ມໍຣະດົກ ໂລກຂອງລາວ ກໍາລັງ ມີການປ່ຽນແປງ ຫລາຍທາງ ດ້ານສັງຄົມ ຊຶ່ງມີຂ່າວວ່າ ທາງອົງການ UNESCO ປະສົງ ທີ່ຈະຖອນ ເມືອງຫລວງພຣະບາງ ອອກຈາກ ຖານະເມືອງ ມໍຣະດົກໂລກ ເຮັດໃຫ້ ປະຊາຊົນ ໃນແຂວງ ຫລວງພຣະບາງ ມີຄວາມເປັນຫ່ວງ ຫລາຍໃນເລື່ອງການ ເຂົ້າມາ ຂອງຄວາມຈະເຣີນ ໃນດ້ານຕ່າງໆ. ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງ ຫລວງພຣະບາງ ກ່າວເຖິງຄວາມ ກັງວົນຂອງຊາວ ເມືອງຫລວງພຣະບາງ ວ່າ …
ຂະເຈົ້າ ກໍເປັນຫ່ວງ ເລື້ອງວັທນະທັມ ຂອງເຂົາເຈົ້າ ເຊັ່ນພໍ່ເຊັ່ນແມ່ ມາ ຂະເຈົ້າໄດ້ມີ ວັທນະທັມ ມີວິຖີ ຊີວິດທີ່ດີ ແຕ່ວ່າເມື່ອ ມີວັທນະທັມ ອັນອຶ່ນທີ່ ເຂົ້າມາປະປົນ ແລະເຮັດໃຫ້ ວັທນະທັມ ທີ່ດີນີ້ ຖືກເສັຽຄຸນ ແລະມີການ ປ່ຽນແປງໄປ ທີລະໜ້ອຍໆ.
ການປ່ຽນແປງ ທີ່ເຫັນໄດ້ຢ່າງ ຈະແຈ້ງກໍຄື ໃນຕົວເມືອງ ມີຄວາມສັບສົນ ທາງດ້ານ ຈະລາຈອນ ມີສຽງລົບກວນ ທີ່ເຮັດໃຫ້ ຜູ້ຄົນເກີດຄວາມ ບໍ່ສບາຍໃຈຫລາຍ. ແລະເລື່ອງ ຂີ້ເຫຍື້ອ ສີ່ງເສດເຫລືອຕ່າງໆ ກໍມີຫລາຍ ເພິ່ມຂຶ້ນ.
ປະຊາຊົນ ຫລືນັກທ່ອງທ່ຽວ ສ່ວນນຶ່ງກໍບໍ່ ໃສ່ໃຈເລື້ອງການ ຊ່ວຍຮັກສາ ຄວາມສະອາດ ຖີ້ມຂີ້ເຫຍື້ອບໍ່ ຖືກບ່ອນ. ການປຸກສ້າງ ສ້ອມແຊມ ອາຄານບ້ານເຮືອນ ກໍບໍ່ຄ່ອຍ ເປັນໄປຕາມ ຣະບຽບການ ທີ່ກໍານົດໄວ້. ພວກໄວໜຸ່ມສາວ ຈໍານວນນຶ່ງ ກໍມີການ ປ່ຽນແປງ ໂດຍຮັບເອົາ ວັທນະທັມ ຕ່າງປະເທດ ມາໄຊ້ໃນ ຊີວິດ ປະຈໍາວັນ ຂອງຕົນຫລາຍຂຶ້ນ ຊຶ່ງເຮັດໃຫ້ ແບບແຜນ ດໍາຣົງຊີວິດ ການນຸ່ງຖືແບບ ລຽບງ່າຍຂອງ ຊາວເມືອງ ມີອັນປ່ຽນໄປ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ …
ຜູ້ຍິງລາວ ກໍບໍ່ຄ່ອຍ ມັກນຸ່ງສິ້ນ ຄົນໜຸ່ມຄົນສາວ ຈະບໍ່ຄ່ອຍ ເຂົ້າວັດຟັງທັມ ການເຄົາຣົບ ນັບຖື ຜູ່ເຖົ້າຜູ້ແກ່ ຫລືວ່າປາກເວົ້າ ການທັກທາຍ ອັນນີ້ ເປັນວັທນະທັມ ທາງດ້ານຈິດໃຈ ນີ້ເອີ້ນວ່າ ປ່ຽນໄປຫລາຍ ພ້ຽນໄປ.
ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງ ຫລວງພຣະບາງ ກ່າວສລຸບວ່າ, ບັນຫາທີ່ເກີດ ຂຶ້ນນັ້ນຕ້ອງ ໄດ້ມີການແກ້ໃຂ ເພື່ອປູກຈິດ ສໍານຶກໃຫ້ ປະຊາຊົນ ຊາວເມືອງ ມໍຣະດົກໂລກ ຮັບຮູ້ ແລະເຂົ້າໃຈເຖິງ ຂໍ້ເສັຽ ຂອງການຮັບເອົາ ຄວາມຈະເຣີນ ແລະວັທນະທັມ ຕ່າງປະເທດ ເຂົ້າມາແຊກຊຶມ ວັທນະທັມ ດັ່ງເດີມຂອງລາວ ແບບທີ່ ວ່າບໍ່ມີການ ຮີ່ນຕອງ.