ຊາວມົ້ງລາວ ທີ່ຖືກຂັງ ຢູ່ດ່ານກວດຄົນ ເຂົ້າເມືອງ ແຂວງຫນອງຄາຍ ບໍ່ຢາກກັບ

ຊາວມົ້ງຜູ້ທີ່ ຍັງຖືກກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງ ແຂວງຫນອງຄາຍ 162ຄົນ ມີຄວາມກັງວົນ ຕໍ່ຂ່າວລືທີ່ວ່າ ພວກຂະເຈົ້າ ຈະຖືກສົ່ງກັບລາວ ໃນເວລາອັນໃກ້ໆນີ້.

0:00 / 0:00

ມົ້ງລາວປະມານ 162ຄົນ ທີ່ຖືກກັກຂັງ ຢູ່ດ່ານກວດຄົນ ເຂົ້າເມືອງ ທີ່ແຂວງຫນອງຄາຍ, ມີຄວາມວິຕົກກັງວົນ ຕໍ່ຂ່າວລືຂອງ ຕ່າງຊາດທີ່ວ່າ ທາງການ ໄທຈະສົ່ງພວກ ຂະເຈົ້າກັບລາວ ພາຍໃນສັປດານີ້.

ຂ່າວລືຈາກສຳນັກ ຂ່າວສານຕ່າງຊາດ ແຫລ່ງນື່ງລາຍງານວ່າ, ໃນມື້ວັນທີ8 ກັນຍາ ປີ2009 ທາງການໄທມີ ແຜນການຈະສົ່ງ ຊາວມົ້ງ162ຄົນ ທີ່ຫ້ອງກັກຂັງ ແຂວງຫນອງຄາຍ ກັບຄືນສປປລ. ຊື່ງຊາວມົ້ງລາວ ເຫລົ່ານັ້ນ, ກໍຍັງລໍຖ້າ ການຊ່ວຍເຫລືອຈາກ ອົງການ ສະຫະປະຊາຊາດ ຢູ່.

ດັ່ງນັ້ນຜູ້ສື່ຂ່າວ ເອເຊັຽເສຣີ ຈື່ງຕິດຕໍ່ໄປ ຫາແຫລ່ງຂ່າວ ທີ່ໃກ້ຊິດກັບ ຊາວມົ້ງ ທີ່ຫ້ອງກັກຂັງ, ທີ່ແຂວງຫນອງຄາຍ ກຸ່ມດັ່ງກ່າວ ບອກວ່າ:

"ດຽວນີ້ທະຫານໄທ ເຂົາບໍເຊື່ອວ່າ ເຮົາເປັນຄົນທີ່ຖືກ ທາງການລາວປາບປາມ ເຂົາຄິດວ່າເປັນ ຄົນເຂົ້າເມືອງຜິດ ກົດຫມາຍ ບໍ່ແມ່ນຄົນຫລີ້ພັຍ ທາງດ້ານການເມືອງ. ເຂົາຈະສົ່ງກັບລາວ ແຕ່ກໍ່ຂໍຮຽກຮ້ອງ ໃຫ້ເຂົາເຂົ້າມາເບີ່ງ ແລະກໍ່ໃຫ້ປ່ອຍຕົວ ພວກຂະເຈົ້າໃຫ້ ຢູ່ໃນໄທເລີຍ."

ສ່ວນຄວາມຄິດເຫັນຈາກ ທາງການໄທ ກ່ຽວກັບເຣື້ອງ ດັ່ງກ່າວ, ນາຍທະຫານໄທ ທີ່ກ່ຽວຂ້ອງທ່ານນື່ງ ເວົ້າວ່າຂໍ້ມູນ ກ່ຽວກັບຊາວມົ້ງ ທາງການໄທ ມີແນວທາງແກ້ ໄຂ ແລະມີທາງອອກ ທີ່ຊັດເຈນແລ້ວ. ແຕ່ຂໍໃຫ້ການ ສົ່ງກັບຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ກ່ອນຫລັງຈາກນັ້ນ ກໍ່ຈະແກ້ໄຂ ບັນຫາ ຊາວມົ້ງ162ຄົນ ທີ່ຫ້ອງກັກຂັງ ແຂວງຫນອງຄາຍ ມົ້ງລາວຈຳນວນ 162ຄົນນີ້ ເປັນກຸ່ມທີ່ຖືກຈັບ ໃນວັນທີ17 ພືສຈິກາ ປີ2006.

ໃນຖານະທີ່ ເປັນຄົນເຂົ້າເມືອງ ຜິດກົດຫມາຍ, ຊື່ງໃນນັ້ນ104ຄົນ ມີໃບຮັບຮອງ ຈາກຫ້ອງການ ຂ້າຫລວງໃຫຍ່ ອົງການ ສະຫະປະຊາຊາດ ດ້ານຜູ້ອົພຍົບ ມາຮອດ ປັດຈຸບັນ ມີບາງຄົນ ລັກລອບຫນີໄປ ແລະບາງຄົນ ຄອດລູກເພີ້ມ ຊື່ງມີຈຳນວນ ທັງຫມົດ162ຄົນ.