ລາວຈະບໍ່ຂັດຂ້ອງຖ້າ ຕ່າງປະເທດຈະສັມພາດມົ້ງ

ທາງການລາວຢືນຢັນວ່າ ຈະບໍ່ຂັດຂ້ອງ ຖ້າຫາກວ່າປະເທດ ທີສາມຈະເຂົ້າໄປ ສັມພາດຊາວເຜົ່າມົ້ງ 158ຄົນ ເພື່ອໄປຕັ້ງຖິ່ນຖານໃໝ່ ໃນຕ່າງປະເທດ,

0:00 / 0:00

ຖ້າຫາກວ່າ ຊາວເຜົ່າມົ້ງ ຍັງມີຄວາມຕ້ອງການ ໄປປະເທດທີສາມນັ້ນ, ຂະເຈົ້າສາມາດ ເຮັດເອກສານ ໃຫ້ຖືກຕ້ອງ ຕາມກົດໝາຍລາວ, ອີງຕາມ ການຄໍາຖແລງ ຂອງພົນຈັຕວາ ບົວສ້ຽງ ຈໍາປາພັນ, ຮອງຫົວໜ້າ ກົມໃຫຍ່ ເສນາທິການ ກອງທັບປະຊາຊົນລາວ ທີ່ກອງປະຊຸມ ໃຫ້ສັມພາດຂ່າວ ເມື່ອວັນທີ 25 ຜ່ານມາ.

”ສໍາລັບ 158 ຄົນ ມາຈາກໜອງຄາຍ ພວກຂ້າພະເຈົ້າ ກໍບໍ່ໄດ້ບີບບັງຄັບ ແຕ່ປະການໃດ ແຕ່ມານີ້ ຂ້າພະເຈົ້າ ກໍໃຫ້ຄໍາປຶກສາຫາລື ແບບເສຣີ ນໍາເຂົາເຈົ້າ ວ່າເຂົາຢາກຢູ່ ບ້ານເກີດ ເມືອງນອນເຂົາບໍ່ ຫລືເຂົາຢາກໄປ ປະເທດທີສາມ, ສ່ວນວ່າສີ່ປະເທດ ທີ່ຕ້ອງການເອົາໄປຕັ້ງຖິ່ນຖານ ຢູ່ປະເທດ ຂອງເພິ່ນນັ້ນ ແລ້ວຢາກເອົາໄປ ສັມພາດນັ້ນ ພວກຂ້າພະເຈົ້າ ກໍບໍ່ມີຫຍັງຂັດຂ້ອງ.”

ທ່ານ ກ່າວຕື່ມວ່າ ບໍ່ໄດ້ມີການປິດບັງ ຫລື ປິດລັບຂໍ້ມູນ ແຕ່ຢ່າງໃດ ໃນການເປີດໃຫ້ ປະເທດທີສາມ ເຂົ້າໄປຮັບຕົວ ຊາວເຜົ່າມົ້ງລາວ ພຽງແຕ່ສະຖານທີ່ ຍັງບໍ່ເໝາະສົມ ທີ່ຈະຕ້ອນຮັບ ແຂກບ້ານແຂກເມືອງ ດັ່ງນັ້ນ ກໍຍັງຢືນຢັນວ່າ ຂໍຈັດສັນ ໃຫ້ຮຽບຮ້ອຍເສັຍກ່ອນ ແລ້ວຈະເປີດໃຫ້ ເຂົ້າໄປສັມພາດ ໃນບໍ່ດົນນີ້.

ເຖິງແມ່ນວ່າ ທາງການລາວ ຈະອອກມາຖແລງຂ່າວ ຢືນຢັນວ່າ ຊາວເຜົ່າມົ້ງ158ຄົນ ແລະອີກຫລາຍພັນຄົນ ທີ່ທາງການໄທ ສົ່ງກັບຄືນ ສປປລາວນັ້ນ ຈະຢູ່ລອດ ປອດພັຍ ຕັ້ງຊີວິດໃໝ່ ແລ້ວກໍຕາມ, ແຕ່ກໍບໍ່ເຄີຍມີໃຜ ພົບເຫັນວ່າທັງໝົດ ໄດ້ອາສັຍຢູ່ ຕາມທີ່ທາງການລາວ ຖແລງຂ່າວຫລືບໍ່, ໂດຍສະເພາະ ຕົວແທນ ປະເທດທີສາມ ທີ່ຍັງເປັນຫ່ວງ ແລະຕ້ອງການ ຈະເຂົ້າໄປພິສູດ ແລະໂອ້ລົມ ດ້ວຍຕົນເອງ,