ແກນນໍາ ເຜົ່າມົ້ງ ຫ້ວຍນໍ້າຂາວ ພົບກັບ ຄອບຄົວ

ຜູ້ນໍາ ຊາວມົ້ງລາວ 8 ຄົນ ທີ່ມາຈາກ ບ້ານຫ້ວຍນໍ້າຂາວ ໄດ້ພົບພໍ້ກັບ ສະມາຊິກ ຄອບຄົວ ຂອງພວກຂະເຈົ້າ ແລະ ທາງການລາວ ຈະສົ່ງກັບຄືນ ບ້ານເກີດເມືອງນອນ ໃນມໍ່ໆນີ້.

ທ່ານ​ຢົ້ງ ຈັນທະ​ລັງສີ ​ໂຄສົກ ​ກະຊວງ​ ການ​ຕ່າງປະ​ເທດ ສປປລາວ ຊີ້​ແຈງ​ວ່າ ຊາວ​ມົ້ງລາວ ທີ່​ທາງ​ການ​ໄທ ສົ່ງ​ຄືນໃຫ້ ມື້​ວັນ​ທີ 20 ພຶດສະຈິກາ 2008, ມີ 103 ຄົນ ​ໃນ 29 ຄອບຄົວ. ໃນ​ຈໍານວນ​ນີ້ 3 ຄອບຄົວ​ ເປັນຍາດ​ພີ່ນ້ອງ ຂອງ ຜູ້ນໍາ ຊາວ​ມົ້ງລາວ 8 ຄົນ ທີ່​ຮ່ວມ ​ໃນ​ການ ຈູດ​ສູນ​ມົ້ງລາວ ​ໃນ​ການ​ປະ​ທ້ວງ ທາງ​ການ​ໄທ ​ເມື່ອ​ກາງ​ປີນີ້ ຊຶ່ງ​ທາງ​ການ​ໄທ ​ໄດ້ຂໍ​ຮ້ອງ​ໃຫ້ ທາງ​ການ​ລາວ​ ເບິ່ງ​ແຍງ​ ເອົາ​ໃຈ​ໃສ່ ​ເປັນ​ພິ​ເສດ. ບາດ​ນີ້ ສະມາຊິກ ​ຄອບຄົວ ​ກໍ​ໄດ້​ກັບ​ມາ ພົບ​ພໍ້ ​ຢູ່​ຮ່ວມ​ກັນ​ແລ້ວ ດັ່ງ​ທ່ານ ຢົ້ງ​ ໄດ້​ກ່າວ​ວ່າ:

“ແມ່ນໃນ 8 ຄົນແກນນໍາ ທີ່ສົ່ງມາໃນເດືອນ ມິຖຸນາ ຖືວ່າ ຂະເຈົ້າ ມາຮັບຄອບຄົວ ຂອງເຂົາ ຢ່າງຄົບຖ້ວນ ບໍລິບູນ ດ້ວຍຕົນເອງ ແລ້ວຕອນນີ້ ກໍພ້ອມພາກັນ ກັບຄືນເມືອ ບ້ານເກີດ ຕົວເອງແລ້ວ.”

ຜູ້​ນໍາ ຊາວ​ມົ້ງລາວ 8 ຄົນ ສ່ວນນຶ່ງ ໄດ້ພົບພໍ້ກັບ ຄອບຄົວແລ້ວ ຍັງເຫລືອແຕ່ 3 ຄອບຄົວ ທີ່ກັບມາ ພ້ອມກັບ ຊຸດ 103 ຄົນນີ້. ນອກຈາກນີ້ ທ່ານ​ຢົ້ງ ຍັງໄດ້ເວົ້າ ອີກວ່າ ການກ່າວຫາ ຂອງພວກສິ້ງຊອມ ດ້ານສິດທິມະນຸດ ເມື່ອບໍ່ດົນນີ້ ທີ່ວ່າ ທາງການລາວ ຈັບກຸມຄຸມຂັງ ຜູ້ນໍາຊາວ​ມົ້ງລາວ 8 ຄົນ ນັ້ນ ບໍ່ເປັນ ຄວາມຈິງ ເພາະມື້ນີ້ ພວກເຮົາ ກໍໄດ້ພິສູດ ໃຫ້ເຫັນແລ້ວ ວ່າ ທັງໝົດ ໄດ້ພົບພໍ້ກັນ. ດັ່ງ​ທ່ານ ໄດ້​ກ່າວ​ວ່າ:

“ບໍ່ຄືກັບ ຄໍາເວົ້າ ຂອງ Human Right Watch ຂອງສະຫະຣັຖ ອະເມຣິກາ ທີ່ກ່າວຫາວ່າ ພວກນີ້ ຫາຍສາບສູນໄປ ຫລື ຕິດຄຸກຕິດຕລາງຢູ່ ອັດຕະປື ນີ້ ບໍ່ມີມູນຄວາມຈິງ.”

ແລະ ມື້ອື່ນ ທາງການລາວ ກໍຈະ ສົ່ງຜູ້ນໍາ ຊາວ​ມົ້ງລາວ ທັງ 8 ພ້ອມດ້ວຍຄອບຄົວ ກັບຄືນບ້ານ ທີ່ ຈາກມາ ແລະ ໃຫ້ເງິນຄໍາ ຕາມທີ່ ຣັຖບານ ກໍາໜົດໄວ້ ທັງໝົດ ຕາມເງື່ອນໄຂ ທີ່ໄດ້ແຈ້ງ ກັບ ທາງ ການໄທ ຊຶ່ງສ່ວນຫລາຍ ຈະໄປຢູ່ ແຂວງຊຽງຂວາງ ວຽງຈັນ ບໍລິຄໍາໄຊ ຕາມລໍາດັບ. ທ່ານຢົ້ງ ກ່າວໃນຕອນທ້າຍ ວ່າ ຫາກພວກຂະເຈົ້າ ຢາກໄປຢູ່ ບ້ານຈັດສັນ ຜາຫລັກ ທາງການ ກໍຈະຈັດໃຫ້.