ທາງອົງກາຣ ຄາໂທລິຄ ແຫ່ງ ປະເທສໄທຽ ທີ່ເຄີຽໃຫ້ ຄວາມຊ່ວຍເຫລືອ ຊາວມົ້ງລາວກວ່າ 4000 ຄົນ ທີ່ຄ້າງຢູ່ ສູນອົພຍົພ ຊົ່ວຄາວ ໃນແຂວງເພຊບູນ ໃນເມື່ອກ່ອນ ແລະ ພາຍຫລັງທີ່ ທາງກາຣໄທຽ ຈັດສົ່ງໃຫ້ ຣັຖບາລລາວ ໃນທ້າຍເດືອນ ທັນວາ ຜ່ານມາແລ້ວນັ້ນ ເທົ່າປັຈຈຸບັນນີ້ ຍັງບໍ່ທັນໄດ້ ຮັບອະນຸຍາຕ ໃຫ້ນໍາໄປ ຢ້ຽມຢາມເບິ່ງ ຄວາມສຸຂທຸກຂ໌ ຂອງເຂົາເຈົ້າ ແຕ່ຢ່າງໃດ.
ທ່ານ Joseph Phibul Visitnonthachai, ບີຊອປ (Bishop) ຂອງອົງກາຣ ຄາໂທລິຄໄທຽ ປະຈຳ ນະຄອນພະນົມວ່າ ກ່ອນທີ່ ຊາວເຜົ່າລາວມົ້ງ ຈະຖືກສົ່ງ ກັບຄືນລາວນັ້ນ ທາງເຈົ້າໜ້າທີ່ ຈາກ ອົງກາຣ ຂອງທ່ານ ກໍໄດ້ຢືນຢັນ ທີ່ຈະຕິດຕາມ ນຳໄປໃຫ້ ຄວາມຊ່ວຍເຫລືອ ແກ່ເຂົາເຈົ້າ ແຕ່ແລ້ວຍັງບໍ່ ສາມາດ ປະຕິບັຕໄດ້ ເພາະທາງກາຣລາວ ບໍ່ອະນຸຍາຕ ໃຫ້ທາງຄະນະ ຕິດຕາມໄປ ແຕ່ຢ່າງໃດ.
ເຖິງຢ່າງໃດ ກໍຕາມ ທ່ານ ພິບູລ ຍັງຈະສືບຕໍ່ ຄວາມພຍາຍາມ ແລະ ໃນຂນະດຽວກັນ ກໍຢາກໃຫ້ ທາງກາຣກ່ຽວຂ້ອງ ສປປລາວ ມີກາຣ ປະສານງານ ກັບທາງອົງກາຣ ສະຫະປະຊາຊາຕ ດ້ານຜູ້ ອົພຍົພ ຫລື UNHCR ຫລືອົງກາຣ UNICEF ຫລືບໍ່ກໍຂໍໃຫ້ ອະນຸຍາຕ ແກ່ອົງກາຣ ຄາໂທລິຄ ຂອງທ່ານ ເພື່ອເຂົ້າໄປ ຕິດຕາມຢ້ຽມຢາມ ແລະ ເບີ່ງສະພາບ ກາຣຢູ່ກາຣກິນ ຂອງຊາວມົ້ງ ທີ່ຖືກສົ່ງ ກັບຄືນ ທີ່ວ່າໄດ້ ສົ່ງໄປຢູ່ຕາມ ໝູ່ບ້ານຈັດຈັນ ຫລືຄືນໄປ ອາສັຍຢູ່ກັບ ພີ່ນ້ອງ ຂອງເຂົາເຈົ້າ ແລ້ວນັ້ນ.
