ທາງການລາວ ເກັ້ຍກ່ອມ ຊາວມົ້ງ ກັບຄືນ ປະເທດ

ທາງການລາວ ບໍ່ລົດລະ ຄວາມພະຍາຍາມ ທີ່ຈະເກັ້ຍກ່ອມ ໃຫ້ຊາວມົ້ງລາວ ກັບຄືນປະເທດ

0:00 / 0:00

ເຈົ້າໜ້ທີ່ ທາງການລາວ ຍັງຄົງເກັ້ຍກ່ອມ ຊາວມົ້ງລາວ 158 ຄົນ ຢູ່ດ່ານ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທ ໃຫ້ກັບ ຄືນລາວໃຫ້ໄດ້. ຊາວມົ້ງລາວ ເລົ່ານີ້ ຢືນຢັນວ່າ ຈະບໍ່ກັບລາວ ເດັດຂາດ.

ພົນຈັຕວາ ບົວສ້ຽງ ຈຳປາພັນ ພ້ອມດ້ວຍ ທ່ານ ຢົ້ງ ຈັນທະລັງສີ ແລະ ເຈົ້າໜ້ທີ່ ກ່ຽວຂ້ອງ ຄະນະອະນຸ ກັມມະການ ຮັກສາ ຄວາມສະງົບ ຕາມເຂດຊາຍແດນ ລາວ-ໄທ ໃນຖານະ ຜູ້ກຳກັບ ແລະ ແກ້ໄຂບັນຫາ ມົ້ງລາວເຂົ້າເມືອງ ຜິດກົດໝາຍ ໃນໄທ ໄດ້ພະຍາຍາມ ເກັ້ຍກ່ອມ ຊາວມົ້ງລາວ 158 ຄົນ ໃນຕອນແລງຂອງ ວັນອັງຄານ ທີ 10 ຜ່ານມາ. ທາງການລາວໄດ້ ໃຊ້ຊາວມົ້ງລາວ 4 ຄົນ ຈາກບ້ານ ພັທນາຜາຫລັກ ມາເປັນຕໍ່ ເພື່ອໂນ້ມນ່ຽວ ຊັກຈູງ ໃຫ້ພວກຂະເຈົ້າ ກັບຄືນລາວ ໃຫ້ໄດ້. ດັ່ງແຫລ່ງຂ່າວ ມົ້ງລາວ ໄດ້ເປີດເຜີຍ ຄຳອະທິບາຍ ຂອງຊາວມົ້ງລາວ ຜູ້ນຶ່ງ ເຖິງການ ເກັ້ຍກ່ອມວ່າ:

ຄຳຂອງຣັຖບານ ນະຢາກກັບຄືນ ແລ້ວເຂົາເວົ້າວ່າ ຢາກໄປຢູ່ໃສ ກໍໄດ້ ເຂົາເວົ້າແຕ່ຢ່າງດຽວ ແບບນີ້ ເວົ້າຢ່າງດຽວວ່າ ໃຫ້ກັບ ບໍ່ເຊື່ອເລີຍ ບໍ່ຍອມກັບ ເຮົາພໍໃຈຕາຍ ຢູ່ໃນ ຕ.ມ ນີ້.

ແຫລ່ງຂ່າວມົ້ງ ລາວ ທ້ອງຖິ່ນ ໄດ້ເລົ່າຕໍ່ວ່າ ທາງການລາວ ມີສອງແນວ ໃຫ້ເລືອກ ຄືນຶ່ງ ກັບຄືນລາວ ແລ້ວທາງການ ລາວ ກໍຈະໃຫ້ ອິສຣະພາບ ແລະ ດິນດອນບ່ອນ ຫາຢູ່ຫາກິນ ໝົດທັງ 158 ຄົນ ຫລືສອງ ຈະຢູ່ໃນ ຕ.ມ ໜອງຄາຍ ເປັນສິບ-ສິບປີ ຫລືຕລອດໄປ ເພາະທັງສອງ ປະເທດ ບໍ່ມີ ນະໂຍບາຍສົ່ງ ຊາວມົ້ງລາວໄປ ປະເທດ ທີ 3 ແນ່ນອນ. ແຕ່ຜູ້ຕາງໜ້າ 3 ຄົນຂອງຊາວ ມົ້ງລາວ ຈາກຫ້ອງກັກຂັງ ຕ.ມ ໜອງຄາຍ ຢືນຢັນ ໂດຍເດັດຂາດວ່າ ຈະບໍ່ກັບຄືນ ລາວ ແລະ ຂໍຍອມຕາຍ ໃນປະເທດໄທ.

ສ່ວນທາງດ້ານ ອົງການສູນກາງ ອົພຍົບບາງກອກ ຫລື BRC ຊຶ່ງໄດ້ຮັບ ທຶນຈາກ UNHCR ກໍໄດ້ໃຫ້ການ ຊ່ອຍເຫລືອ ແລະ ເບິ່ງແຍງ ຊາວມົ້ງລາວ 158 ຄົນນີ້ ຢູ່ເປັນປະຈຳ ຍ້ອນວ່າ ພວກຂະເຈົ້າໄດ້ຮັບ ຖານະເປັນ ບຸກຄົນ ທີ່ໜ້າເປັນຫ່ວງ ຫລື POC ຈາກ ອົງການ ຊ່ອຍເຫລືອ ຜູ້ອົພຍົບ ສະຫະປະຊາຊາດ, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຜູ້ນຶ່ງ ຂອງ BRC ໄດ້ເວົ້າວ່າ:

ກໍເປັນຄົນທີ່ ໄດ້ຮັບການ ຮັບຮອງຖານະ ຈາກ UNHCR ແລ້ວທຸກຄົນ ເອີ renew ຕໍ່ເອກສານ ເມື່ອ ບັດໝົດອາຍຸ ແຕ່ໂຕເຈົ້າໂຕ ສະຖານະພາບ ຄວາມເປັນຜູ້ ລີ້ພັຍ ຢູ່ໃນ record ຂອງ UNHCR.

ເຖິງຢ່າງໃດ ກໍຕາມ ຊາວມົ້ງລາວ 158 ຄົນ ທີ່ຢູ່ໃນດ່ານ ກວດຄົນເຂົ້າເມືອງ ໜອງຄາຍ ນີ້ຍັງບໍ່ຍອມ ກັບລາວ ແບບ ສະມັກໃຈ ແລະພ້ອມທີ່ ຈະຢູ່ຕໍ່ໄປ ຢ່າງບໍ່ມີ ກຳໜົດ ຍ້ອນບໍ່ເຊື່ອ ໝັ້ນວ່າ ການກັບ ໄປລາວ ເປັນທາງອອກ ທີ່ດີທີ່ສຸດ.