ໃນຈໍານວນ 103 ຄົນຈາກ 21 ຄອບຄົວນັ້ນທາງການລາວ ໄດ້ສົ່ງຄືນ ໄປຍັງແຂວງວຽງຈັນຫລວງພະບາງຊຽງຂວາງແລະ ໄຊຍະບູຣີ. ດັ່ງທີ່ ທ່ານຢົ້ງຈັນທະລັງສີ ໂຄສົກ ປະຈໍາ ກະຊວງ ການຕ່າງປະເທດລາວ ກ່າວວ່າ:
" ຂ້າພະເຈົ້າ ກໍາລັງ ເດີນທາງກັບ ຈາກຫລວງພະບາງ ໃນການມອບຊາວມົ້ງ ທີ່ວ່າ ປະເທດໄທ ໄດ້ສົ່ງໃຫ້ ພວກຂ້າພະເຈົ້າ 103 ຄົນ ໃນວັນທີ 20 ຜ່ານມາ ແມ່ນ ສໍາເຣັດແລ້ວ ບາງຈໍານວນ ທີ່ບໍ່ມີ ຊັບສິນ ຫລົງເຫລືອ ຢູ່ໃນເມື່ອກ່ອນ ຖືກອະນຸຍາດ ໃຫ້ໄປ ຕັ້ງຖິ່ນຖານ ຢູ່ບ້ານ ພັດທະນາ ຜາຫັລກ ຊື່ງທາງການລາວ ໄດ້ສ້າງໄວ້ ສໍາລັບ ຮັບຕ້ອນຊາວມົ້ງ ທີ່ກັບຄືນ ຈາກປະເທດໄທ ຫລື ຊາວມົ້ງ ຈໍາພວກ ທີ່ເຄື່ອນຍ້າຍ ຢູ່ເປັນປະຈໍາ ເພື່ອເປັນບ່ອນ ຢູ່ທີ່ຖາວອນ ໃຫ້ເຂົາເຈົ້າ."
ກ່ຽວກັບ ຂັ້ນຕອນ ການຮັບເອົາ ຊາວມົ້ງ ກັບຄືນ ເຂົ້າຢູ່ ໃນສັງຄົມລາວ ນັ້ນ ທ່ານຢົ້ງ ຈັນທະລັງສີ ໄດ້ກ່າວຕື່ມ ວ່າ:
"ພວກເຮົາ ໄດ້ກໍາຊັບ ອໍານາດ ການປົກຄອງ ທ້ອງຖິ່ນ ໃຫ້ຕ້ອງສືບຕໍ່ ສືກສາອົບໂຣມ ເຂົາເຈົ້າ ຂື້ນທະບຽນ ສໍາມະໂນຄົວ ໃຫ້ເຂົາເຈົ້າ ເປັນພົນລະເມືອງ ປົກຕິ ຂອງພວກເຮົາ ແລະ ຫັລງຈາກນັ້ນ ກໍແມ່ນເຝົ້າດູແລ ວ່າ ເຂົາເຈົ້າ ມີຄວາມຍຸ່ງຍາກຫຍັງຈຶ່ງຊ່ວຍເຫລືອ ຕາມຄວາມເໝາະສົມ."
ຊາວມົ້ງຈໍານວນ 103 ຄົນ ທີ່ທາງການໄທ ສົ່ງຄືນ ໃຫ້ຝ່າຍລາວ ຄັ້ງນີ້ເປັນຄັ້ງທີ 11 ຊື່ງລວມແລ້ວ ປະມານເກືອບເຖິງ 2,000 ຄົນ, ແຕ່ກໍຍັງມີ ຊາວມົ້ງ ປະມານ 6,000 ຄົນ ທີ່ຍັງຢູ່ ໃນສູນ ບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທ ທີ່ຝ່າຍໄທ ຕ້ອງສົ່ງຄືນ ໃຫ້ຝ່າຍລາວ ຕາມການຕົກລົງ ຂອງສອງຝ່າຍ, ເພາະຖືວ່າ ເປັນຄົນເຂົ້າ ປະເທດໄທ ແບບຜິດກົດໝາຍ. ຊາວມົ້ງ ຈໍານວນນື່ງ ທີ່ຍັງລັ່ງເລໃຈ ກັບຄືນ ປະເທດນັ້ນຕ້ອງການໃຫ້ ທາງການລາວ ຮັບປະກັນ ຄວາມປອດພັຍ ແກ່ເຂົາເຈົ້າເພາະຍັງຢ້ານວ່າ ຈະຖືກປາບປາມ.