ນາງ ສົມຫວັງ ທີ່ຣັຖມານີໂຊຕາ ທີ່ມີພີ່ນ້ອງຢູ່ສູນ ບ້ານຫ້ວຍນ້ຳຂາວ ແລະເມືອງໜອງຄາຍ ໄດ້ສະແດງຄວາມຕື່ນຕົກໃຈ ຕໍ່ນັກຂ່າວຂອງພວກເຮົາ ຕອນນຶ່ງວ່າ:
“ທຸກຄົນກໍຕາມພາສາ ອະເມຣິການໍ ທຸກຄົນກໍ Shocked, shocked ໝົດທຸກຄົນ ເພາະພວກຂ້ອຍກໍບໍ່ຄິດວ່າ ເພິ່ນຈະສົ່ງໄປ ໄວຂນາດນັ້ນ ພວກເຮົາເຂົ້າໃຈວ່າ ທາງປະເທດໄທ ແລະເມືອງລາວ ກໍຊິໃຫ້ໂອກາດ ໄປສັມພາດແຕ່ລະຄອບຄົວ ເອີ່ແລະພວກຂ້ອຍ ກໍຍັງຖ້າຢູ່ ຈົນວ່າເມື່ອວັນທີ່ ເມື່ອໄດ້ຍິນວ່າຖືກສົ່ງ ໄປໝົດທຸກຄົນ ທັງໜອງຄາຍ ແລະຫ້ວຍນ້ຳຂາວ ພວກຂ້ອຍກໍ Shocked ໝົດທຸກຄົນນັ້ນແຫລະ.”
ຕໍ່ຄຳຖາມທີ່ວ່າ ໃນຂະນະນີ້ຫລື ໃນອານາຄົດອັນໃກ້ໆນີ້ ຊາວລາວເຜົ່າມົ້ງຜູ້ທີ່ມີ ພີ່ນ້ອງຖືກສົ່ງກັບລາວ ຈະເຮັດໃຫຍ່ແດ່ ເພື່ອຊ່ວຍເຫລືອ? ນາງ ສົມຫວັງ ຕອບວ່າ:
“ກໍຍັງ in shock ຢູ່ເດີ ບອກຕົງໆວ່າ ຍັງ in shock ຢູ່ ສົງສານເຂົາແດ່ ບໍ່ຮູ້ວ່າອານາຄົດ ຂອງພວກເຂົາຈະເປັນຈັ່ງໃດ ເມື່ອຖືກສົ່ງກັບຄືນເມືອ ມີແຕ່ອະທິຖານ ເຖິງວ່າ ຂະເຈົ້າເມື່ອບ້ານ ກໍຢາກໃຫ້ຣັຖບານເມືອງລາວຫັ້ນ ຮັກເຂົາ ເໝືອນເປັນເປັນຄົນລາວ ຕໍ່ໄປນີ່ ຕ້ອງໄດ້ປຶກສາ ນຳຄົນອື່ນເຂົາ ເວລານີ້ກໍທຸກໃຈ ເສັຍໃຈບໍ່ຮູ້ວ່າ ຈະເຮັດອື່ນຫຍັງ.”
ສ່ວນຊາວລາວເຜົ່າມົ້ງກວ່າ 4,000 ຄົນທີ່ຖືກກັບລາວນັ້ນ ປັດຈຸບັນກຳລັງ ໄດ້ຮັບການຝຶກອົບຣົມ ແລະສ່ວນນຶ່ງປະມານ ສອງຮ້ອຍຄົນ ຖືກສົ່ງກັບຄືນບ້ານເດີມ ຂອງພວກເຂົາເຈົ້າແລ້ວ.
