ຊາວມົ້ງລາວທີ່ບ້ານ ຫ້ວຍນໍ້າຂາວ ໃນເຂດແຂວງ ເພັດສະບູນຂອງໄທທີ່ຍັງເຫລືອ ປະມານ5ພັນຄົນ. ໃນຂນະນີ້ຣັຖບານໄທຈະຕ້ອງມີການ ພິຈາຣະນາຖານະ ຂອງພວກເຂົາເຈົ້າ ໃຫ້ຖືກຕ້ອງ. ໂດຍໄຊ້ກົລໄກສາກົລ ໃນການກວດສອບກ່ອນສົ່ງກັບເພາະເຊື່ອວ່າມີ ກຸ່ມຄົນທີ່ຕໍ່ຕ້ານຣັຖບານລາວ ຈໍານວນບໍ່ ໜ້ອຍ.ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຄນະກັມມະການສິດທິມະນຸສຍະຊົນໄທ:
“ທ່ານກ່າວວ່າ ເປັນໄປໄດ້ຍາກ ຖ້າຂະບວນການຫລືຂັ້ນຕອນການພິສູດເພື່ອ ແຍກຫລືກໍານົດ ໃຫ້ໄດ້ວ່າໃຜ ເປັນໃຜບໍ່ຊັດເຈນ.ຊຶ່ງກໍໝາຍວ່າຖ້າສົ່ງກັບແບບບໍ່ມີການ ຈໍາແນກນັ້ນຈະມີບັນຫາຕາມມາ ຢ່າງແນ່ນອນ.”
ຫລັງຈາກທີ່ ຣັຖບານໄທ ໄດ້ຕັ້ງ ຄນະກັມມະການພິຈາຣະນາ ບັນຫາມົ້ງລາວບ້ານຫ້ວຍນໍ້າຂາວ.ຕາມຄໍາຮຽກຮ້ອງຂອງ ຄນະກັມມະການສິດທິມະນຸສຍະຊົນໄທ ແລະ ອົງການທະຫານຜ່ານເສິກຊາວມົ້ງສະຫະຣັຖ ອະເມຣິກາ ເພື່ອແກ້ໃຂບັນຫາມົ້ງລາວເຂດ ບ້ານຫ້ວຍນໍ້າຂາວ 5ພັນຄົນ. ແລະມົ້ງລາວ ທີ່ຍັງຢູ່ຫ້ອງ ກັກກັນ ແຂວງໜອງຄາຍ 160ຄົນ ໃຫ້ມີຄວາມ ໂປ່ງໃສຊັດເຈນໂດຍສະເພາະການຕັດແຍກກຸ່ມຄົນ ທີ່ລົບໜີ ເຂົ້າໃທຍ້ອນ ສາເຫດທາງເສຖກິດ. ຈາກຄົນ ທີ່ເຂົ້າໄທຍ້ອນ ບັນຫາການເມືອງຫລືຄົນ ທີ່ຢູ່ພາຍໄຕ້ການຄຸ້ມຄອງຂອງ ສໍານັກງານ ຂ້າຫລວງໃຫຍ່ ເພື່ອຜູ້ອົພຍົບ ສະຫະປະຊາຊາດ UNHCR. ຄນະກັມມະການ ສິດທິມະນຸສຍະຊົນໄທມີຂໍ້ມູນຢືນຢັນ ວ່າມີມົ້ງລາວປະມານ 50ຄອບຄົວທີ່ເປັນກຸ່ມສ່ຽງຕໍ່ຄວາມບໍ່ປອດໄພຖ້າຫາກຖືກສົ່ງກັບ ປະເທດລາວ.ທ່ານກ່າວຕໍ່ໄປວ່າ:
“ໂດຍສະເພາະການພິສູດຂໍ້ ເທັດຈິງຂອງບຸກຄົນ ແລະກໍເອົາ UNHCR ຫລືບຸກຄົນ ທີ່ກ່ຽວຂ້ອງມາ ເຮັດວຽກ ຮ່ວມກັນມັນກໍອາຈຕ້ອງມີການດໍາເນີນ ນະໂຍບາຍ ບາງຢ່າງ.”
ຂ່າວທ້ອງຖີ່ນຂອງລາວຣາຍງານວ່າຝ່າຍໄທພົລໂທ ນິພັດທອງເລັກ ເຈົ້າກົມກິຈການ ຊາຍແດນຍັງຢືນຢັນການ ແກ້ໃຂບັນຫາ ມົ້ງລາວຈະບໍ່ມີການ ປ່ຽນແປງໃດໆ. ເຖິງແມ່ນວ່າຣັຖບານໄທຈະສັ່ງ ໃຫ້ງົດການ ສົ່ງກັບຊົ່ວຄາວແລະວ່າມາຕການ ສໍາຄັນທີ່2ຝ່າຍ ລາວ-ໄທ ໄດ້ຕົກລົງກັນ ນັ້ນກໍມີຮວມ ທັງວິທີການຈັດສົ່ງມົ້ງລາວກັບຄືນປະເທດ ເປັນປົກກະຕິໂດຍຈະມີການ ສລຸບປິດສູນ ຫ້ວຍນໍ້າຂາວກັນໃນທ້າຍ ປີ2009.
