ແຫລ່ງຂ່າວ ຈາກສູນຮອງຮັບ ຊາວລາວເຜົ່າມົ້ງທີ່ບ້ານຫ້ວຍນ້ຳຂາວຂອງໄທທີ່ບໍ່ປະສົງ ອອກຊື່ ເຜິຍໃຫ້ຮູ້ວ່າ ໃນຕອນເຊົ້າ ຂອງວັນທີ 29 ຕຸລາ ນີ້ ໄດ້ພົບເຫັນ ທະຫານໄທ ຜູ້ຮັບຜິດຊອບ ໄດ້ເຄື່ອນຍ້າຍ ຊາວລາວ ເຜົ່າມົ້ງ 3 ຄອບຄົວ ອອກຈາກບ້ານຫ້ວຍນ້ຳຂາວ ໄປຢູ່ກົມທະຫານ ໃນແຂວງເພັດສະບູນຊຶ່ງມີການຄາດກັນ ວ່າທັງ 3 ຄອບຄົວ ນັ້ນຈະຖືກສົ່ງກັບສ.ປ.ປ.ລາວ ໃນວັນທີ 31 ຕຸລາທີ່ຈະມາເຖິງນີ້ຕາມຂໍ້ຕົກລົງ ລະຫວ່າງລາວ ກັບ ໄທ:
"ຫລ້າ ສຸດ ນີ້ ຄື ວັນ ທີ 29 ຕຸລາ ມີ ປະມານ 3–4 ຄອບຄົວ ຖືກ ສົ່ງ ອອກ ຈາກ ສູນ ນີ້ ໄປທີ່ ມໍ ພັນ 28 ເພື່ອ ລໍ ສະຖານະ ການ ເມື່ອ ໃດ ພ້ອມ ກໍ ຈະ ສົ່ງ ກັບ ລາວ "
ສ່ວນ ທາງການລາວ ນັ້ນນາຍພົນ ຈັດຕະວາບົວຊຽງຈຳປາພັນປະທານ ອະນຸກຳມະການ ຮ່ວມລາວ-ໄທ ກ່າວວ່າຕາມຂໍ້ຕົກລົງລາວ-ໄທວ່າດ້ວຍ ການສົ່ງຊາວລາວເຜົ່າມົ້ງທີ່ຫລົບໜີ ເຂົ້າໄທກັບຄືນລາວນັ້ນຈະປະຕິບັດ ການສົ່ງກັບ ໃຫ້ໄດ້ ເດືອນລະປະມານ 200 ຫາ 500 ຄົນ.
"ຝ່າຍ ໄທ ວ່າ ວັນ ທີ 31 ເດືອນ 10 ຈະ ສົ່ງ ມາ ແຕ່ ສົ່ງ ມາ ນ້ອຍ ດຽວ ຄື ມີ ແຕ່ 20 ປາຍ ຄົນ ຂ້າພະ ເຈົ້າ ຍັງ ໂທ ໃຫ້ ທ່ານ ພົນ ໂທ ນິພັດ ວ່າ ເປັນ ຫຍັງ ຈຶ່ງ ສົ່ງ ມານ້ອຍ ແທ້ ເວົ້າກັນ ວ່າ ຈະ ສົ່ງ ເດືອນ ລະ 500 ຄົນ ແຕ່ ວ່າ ຂໍ້ ຫ ຍຸງຍາກ ຂອງ ໄທ ແນວ ໃດ ຂ້າພະ ເຈົ້າບໍ່ຮູ້ ."
ການສົ່ງຊາວລາວ ເຜົ່າມົ້ງທີ່ບ້ານຫ້ວຍນ້ຳຂາວຂອງໄທ ເປັນໄປຕາມ ການຕົກລົງ ຂອງຄະນະ ອະນຸກຳມະການ ຮ່ວມມື ຮັກສາ ຄວາມສະຫງົບ ຮຽບຮ້ອຍ ລາວ-ໄທວ່າດ້ວຍ ການສົ່ງ ຜູ້ລັກລອບເຂົ້າເມືອງ ຜິດກົດໝາຍ ກັບລາວປີ 2007.
ຖ້າຫາກວ່າ ໄທສົ່ງກັບ ໃນວັນທີ 31 ຕຸລານີ້ກໍຖືວ່າ ເປັນການສົ່ງກັບ ຄັ້ງທີ 8. ຕາມຕົວເລກ ຫລ້າສຸດຊາວລາວເຜົ່າມົ້ງທີ່ຍັງອາໃສ ຢູ່ບ້ານຫ້ວຍນ້ຳຂາວນັ້ນມີປະມານ 6 ພັນຄົນ.