ໄທຈະສົ່ງ ຊາວມົ້ງ 500 ຄົນ ກັບຄືນ ທ້າຍເດືອນນີ້

ທາງການໄທ ຈະສົ່ງ ຊາວເຜົ່າມົ້ງ ກັບ ສປປລາວ ຕື່ມອີກ 500 ຄົນ ໃນທ້າຍເດືອນກັນຍານີ້ ພາຍຫລັງ ທີ່ ໄດ້ສົ່ງ ຈໍານວນ 119 ຄົນ ກັບຄືນ ເມື່ອວັນທີ 29 ເດືອນສິງຫາ ຜ່ານມາ.

ຊາວ​ມົ້ງລາວ​ ຈາກ​ບ້ານ​ຫ້ວຍ​ນໍ້າ​ຂາວ ​ແຂວງ​ເພັດ​ສະບູ​ນ ປະ​ເທດ​ໄທ ຊຸດ​ໃໝ່ ທີ່​ທາງ​ການ​ໄທ ຈະ​ສາມາດ ສົ່ງ​ໃຫ້ ທາງ​ການ​ລາວ​ອີກ ຄົງ​ຈະ​ເປັນ ທ້າຍ​ເດືອນ ກັນຍາ ດັ່ງເຈົ້າ​ໜ້າ​ທີ່ ຂັ້ນ​ສູງ ຈາກ​ກະຊວງ ປ້ອງ​ກັນ​ຄວາມ​ສງົບ ຂອງ​ລາວ ​ໄດ້​ໃຫ້​ລາຍ​ລະອຽດ​ວ່າ:

" ພົນ ຕຣີ ສົມ ຊາຍ ຜູ້ ທີ່ ເຮັດ ວຽກ ຢູ່ ບ້ານ ຫ້ວຍ ນໍ້ຂາວ ​​ ເພິ່ນ ເວົ້າ ວ່າ ອາດ ຈະ ແມ່ນ ທ້າ ເດືອນ ກັນຍາ ອາດ ເປັນ ຊຸດ ໃໝ່ ປະມານ500 ຄົນ."

ສໍາລັບ ຊາວ​ມົ້ງລາວ ທີ່ຢູ່ ບ້ານ​ຫ້ວຍ​ນໍ້າ​ຂາວ ສ່ວນ​ໃຫຍ່​ ໃນ​ຂະນະ​ນີ້ ມີ​ສະຖານະ​ການ ສງົບດີ. ມີ​ຮອດ 50 ສ່ວນ​ຮ້ອຍ ຢາກ​ກັບ​ຄືນ​ລາວ ​ເພາະ​ເຫັນ​ວ່າ ຊີວິດ​ການ​ເປັນ​ຢູ່ ​ຈະ​ດີກ​ວ່າ ​ແຕ່ກຸ່ມ ​ທີ່​ຮ້ອງ​ວ່າ ມົ້ງ​ເສ​ຖກິດ ຢາກ​ໄປ​ຢູ່​ປະ​ເທດ​ ທີ​ສາມ. ສະ​ເພາະ ​ພວກ​ທີ່ ​ບໍ່​ຢາກ​ກັບ​ໄປ​ລາວ ກໍ​ອ້າງ​ວ່າ ອາດ​ຈະ​ໄດ້​ຮັບ ​ຄວາມ​ຮຸນ​ແຮງ ​ຈາກ​ທາງ​ຝ່າຍ ຣັຖບານ​ລາວ ​ແລະ ພວກ​ຕົນ ​ຈະ​ບໍ່​ມີ​ຄວາມ​ປອດ​ພັຍ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ຂໍ້​ຕົກລົງ ​ການ​ຮ່ວມ​ມື ຣະຫວ່າງ ​​ເຂດ​ຊາຍ​ແດນ ລາວ ​ແລະ ​ໄທ ກໍ​ຈະ ສືບ​ຕໍ່​ການ​ສົ່ງ ຊາວ​ມົ້ງລາວ ຈາກບ້ານ​ຫ້ວຍ​ນໍ້າ​ຂາວ ​ໃຫ້​ໝົດ​ ໃນ​ທ້າຍ​ປີ 2008 ນີ້. ດັ່ງເຈົ້າ​ໜ້າ​ທີ່ ​ໄດ້​ເວົ້າ​ອີກ​ວ່າ:

" ຊຸດ ທີ່ ຜ່ານ ມາ 800 ປາຍ ກໍ ມາ ແລ້ວ ເດ ຕົກລົງ ກັນ ຝ່າຍ ໄທ ວ່າ ຈະ ພະຍາຍາມ ເດືອນ ລະ 500 ຄົນ ຕໍ່ ຖ້ ຽວຕໍ່ ເທື່ອ"

ທ່ານ ​​ເວົ້າ​ຕື່ມ​ອີກ ​ວ່າ ທາງ​ການ​ລາວ ​ເຄີຍ​ຮັບ ມົ້ງລາວ ​ຈາກບ້ານ​ຫ້ວຍ​ນໍ້າ​ຂາວ ຊຸດ​ໃຫຍ່ ​ມາ​ແລ້ວ 800 ກວ່າຄົນ ດັ່ງ​ນັ້ນ ​ການ​ສົ່ງ ​ເທື່ອ​ລະ 500 ກໍ​ຄົງ​ຈະ ​ບໍ່​ມີ​ບັນຫາ​ຫຍັງ.

ສໍາລັບ​ ເທື່ອ​ຕໍ່ໆ​ໄປ ທາງ​ການ​ໄທ ​ຈະ​ພະຍາຍາມ ​ສົ່ງ ​ເທື່ອ​ລະ 500 ຄົນ ຈົນ​ວ່າ ມົ້ງລາວ​ ຈາກບ້ານ​ຫ້ວຍ​ນໍ້າ​ຂາວ ຈະ​ໝົດ​ໄປ​ ຈາກພື້ນ​ທີ່.