ອົງການຂ້າຫລວງໃຫຍ່ ດ້ານຜູ້ອົພຍົບ ສະຫະປະຊາຊາດ UNHCR ຍັງບໍ່ໄດ້ໄປຢ້ຽມ ຊາວມົ້ງລາວ 4 ພັນກວ່າຄົນ ທີ່ຖືກສົ່ງກັບຄືນລາວ ຈາກໄທເມື່ອ ສາມສັປດາ ກ່ອນນັ້ນເທື່ອ ຖ່າມກາງຄວາມວິຕົກກັງວົນ ຂອງນາໆຊາດ. -ຕາມຣາຍງານຂ່າວ IRIN.
ມາດາມ Kitty Mckinsey ໂຄສົກ UNHCR ປະຈໍາພາກພື້ນ ກ່າວຕໍ່ອົງການ IRIN ວ່າໃນຂະນະນີ້ ພວກທ່ານ ຍັງຊອກຊ່ອງທາງ ເຂົ້າເຖິງຊາວມົ້ງລາວ ທີ່ຖືກສົ່ງກັບຈາກໄທ ເພື່ອໄປສັງເກດເບິ່ງ ການຈັດແຈງສໍາລັບ ໃຫ້ພວກເຂົາເຈົ້າ ຕັ້ງຖິ່ນຖານຢູ່ໃນລາວນັ້ນ ແລະ ເພື່ອຊ່ວຍຊາວມົ້ງ 158ຄົນ ທີ່ UNHCR ໄດ້ໃຫ້ຖານະເປັນ ຜູ້ອົພຍົບນັ້ນ ໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ.
ການສົ່ງຊາວມົ້ງລາວ ກັບຄືນປະເທດ ເມື່ອວັນທີ 28 ທັນວາ ຜ່ານມາ ເຮັດໃຫ້ຕ່າງປະເທດ ຮວມທັງ ສະຫະຣັຖອະເມຣິກາ, ອອສເຕຣເລັຽ ແລະກຸ່ມສິດທິມະນຸດ ສາກົນ ສະແດງການປະທ້ວງ ຂັດຄ້ານ. ຊາວມົ້ງລາວ158ຄົນ ຖືກກັກຂັງໄວ້ ຢູ່ສູນຕໍມໍໜອງຄາຍ ເປັນເວລານານເຖິງສາມປີ ແລະກໍໄດ້ຄອຍຖ້າ ການໄປຕັ້ງຖິ່ນຖານໃໝ່ ໃນປະເທດອື່ນ.
ມາດາມ Mckinsey ເວົ້າວ່າ ສະຫະຣັຖ ອະເມຣິກາ, ອອສເຕຣເລັຽ, ການາດາ, ແລະ ນີເດີແລນ ໄດ້ສເນີທີ່ຈະຮັບເອົາທັງ 158ຄົນນັ້ນ ໄປຕັ້ງຖີ່ນຖານ ແຕ່ຄວາມພຍາຍາມ ຂອງພວກຂະເຈົ້າ ຫາກຖືກລ່າຊ້າຍ້ອນວ່າ ຊາວມົ້ງເຫລົ່ານັ້ນ ບໍ່ໄດ້ຮັບອະນຸຍາດໃຫ້ ເດີນທາງອອກຈາກ ປະເທດໄທ. ມາດາມວ່າ ມາຮອດເວລານີ້ ຂໍ້ສເນີ ຂອງປະເທດເລົ່ານັ້ນ ຍັງເປີດຢູ່ ແລະກໍກໍາລັງຕິດຕໍ່ ກັບທາງການລາວ ເພື່ອຢາກຮູ້ກ່ຽວກັບ ສະພາບຂອງຊາວມົ້ງ ທັງ158ຄົນນັ້ນຢູ່.
ໃນບົດວິຈານ ຂອງໜັງສືພິມ Bangkok Post ສະບັບວັນທີ 13 ມົກກະຣາ ທ່ານ Eric John ທູດສະຫະຣັຖ ປະຈໍາໄທເວົ້າວ່າ ມີຊາວມົ້ງປະມານ 800 ຄົນ ຖືວ່າເປັນຄົນ ທີ່ໜ້າເປັນຫ່ວງ ເລື່ອງຄວາມປອດພັຍ ໃນຣະຫວ່າງການກວດກາ ຄັດເລືອກຂອງຣັຖບານໄທ ຊຶ່ງພວກຂະເຈົ້າ ເຫລົ່ານັ້ນ ບໍ່ຄວນຖືກສົ່ງກັບ ຄືນລາວແບບບັງຄັບ ແລະຣາຍຊື່ຂອງ 800ຄົນນັ້ນ ກໍບໍ່ເຄີຍຖືກສົ່ງໃຫ້ UNHCR ຫລືໃຫ້ບັນດາປະເທດ ທີ່ພ້ອມຈະຮັບເອົານັ້ນ ແຕ່ຢ່າງໃດເລີຍ.
ທ່ານ Eric John ຂຽນຕໍ່ໄປວ່າ ການຂາດຄວາມໂປ່ງໃສ ໃນຣະຫວ່າງຂັ້ນຕອນ ການສົ່ງກັບຄືນລາວນັ້ນ ເຮັດໃຫ້ບໍ່ສາມາດຖືໄດ້ວ່າ ການສົ່ງກັບນັ້ນ ເປັນໄປຕາມ ຄວາມສມັກໃຈ ຂອງຊາວມົ້ງລາວ.
